ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Assad ວ່າ ເທີກີຕົວະ ກ່ຽວກັບ ການລຸກຮືຂຶ້ນ ໃນ ຊີເຣຍ (ວິດີໂອ)


ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ກ່າວວ່າ ນາຍົກ ລັດຖະມົນຕີເທີກີ ທ່ານ Recep Tayyip Erdogan ໄດ້ຕົວະກ່ຽວ ກັບການລຸກຮືຂຶ້ນຂອງປະຊາຊົນຊາວຊີເຣຍ.

ໃນການຖະແຫຼງ ຕໍ່ພວກນັກຂ່າວເທີກີ ເມື່ອຕົ້ນອາທິດນີ້ ແລະນຳ
ອອກເຜີຍແຜ່ ໃນເວລາຕໍ່ມາໂດຍລາຍການໂທລະພາບນັ້ນ ທ່ານ
Assad ເວົ້າວ່າ ທັງເທີກີແລະຈໍແດັນ ກຳລັງຫຼິ້ນກັບໄຟທີ່ປ່ອຍໃຫ້ ພວກຕໍ່ຕ້ານລັດຖະບານຊີເຣຍ ຝຶກແອບ ຢູ່ໃນດິນແດນຂອງເຂົາ
ເຈົ້າ. ທ່ານໄດ້ກ່າວຫານາຍົກລັດຖະມົນຕີ Erdogan ວ່າພວມດຳ ເນີນງານຮ່ວມກັບອິສຣາແອລ ເພື່ອທຳລາຍຊີເຣຍ ແລະເວົ້າຕື່ມ
ວ່າ ອັງກາຣາແມ່ນມີສ່ວນໂດຍກົງໃນການສັງຫານປະຊາຊົນຊາວ
ຊີເຣຍ.

ທັງເທີກີແລະຈໍແດັນຕ່າງກໍໄດ້ໃຫ້ບ່ອນພັກພາອາໄສແກ່ພວກອົບພະຍົບຊາວຊີເຣຍຈຳນວນ ຫຼາຍຮ້ອຍພັນຄົນ.

ໃນຕອນເຊົ້າຂອງວັນສຸກວານນີ້ ພວກຕໍ່ຕ້ານລັດຖະບານຊີເຣຍກ່າວວ່າ ຕົນໄດ້ເຂົ້າຢຶດເອົາ ດ່ານກວດຂອງທະຫານແຫ່ງນຶ່ງ ຢູ່ເທິງທາງຫຼວງສາຍສຳຄັນທີ່ເນັ່ງແຕ່ນະຄອນດາມັສກັສໄປ ຫາປະເທດຈໍແດັນ.

ຜູ້ບັນຊາການຄົນນຶ່ງຂອງກຳລັງຕໍ່ຕ້ານລັດຖະບານກ່າວຕໍ່ອົງການຂ່າວຣອຍເຕີ້ວ່າດ່ານກວດ Umm al-Mayathen ເປັນຄ້າຍທະຫານໃຫຍ່ແຫ່ງນຶ່ງຂອງຊີເຣຍ ແລະທ່ານກ່າວຕື່ມວ່າ ຕໍ່ ຈາກນີ້ພວກຕໍ່ຕ້ານລັດຖະບານກໍຈະເຂົ້າຢຶດເອົາດ່ານຂ້າມຊາຍແດນແລະຕັດຂາດເສັ້ນທາງ ຂົນສົ່ງສຳພາລະທາງທະຫານ.

ວິດີໂອ ກ່ຽວກັບຊີເຣຍ
please wait

No media source currently available

0:00 0:00:44 0:00
XS
SM
MD
LG