ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

31 ຄົນ ເສຍຊີວິດ ຍ້ອນ ລະເບີດລົດ ຢູ່ຊີເຣຍ (ສະໄລດ໌)


ລົດລາຫລາຍຄັນ ຖືກເຜົາໄໝ້ ລຸນຫລັງທີ່ມີລະເບີດແຕກຂຶ້ນ ຄັ້ງນຶ່ງ ໃນໃຈກາງນະຄອນຫລວງ Damascus ໃນວັນທີ 21 ກຸມພາ 2013
ລົດລາຫລາຍຄັນ ຖືກເຜົາໄໝ້ ລຸນຫລັງທີ່ມີລະເບີດແຕກຂຶ້ນ ຄັ້ງນຶ່ງ ໃນໃຈກາງນະຄອນຫລວງ Damascus ໃນວັນທີ 21 ກຸມພາ 2013
ພວກນັກເຄື່ອນໄຫວຊີເຣຍເວົ້າວ່າ ລະເບີດທີ່ຫ້າງໃສ່ລົດຄັນນຶ່ງ
ໄດ້ສັງຫານ ຢ່າງໜ້ອຍ 31 ຄົນ ໃກ້ໆສໍານັກງານໃຫຍ່ຂອງພັກ
Ba’ath ທີ່ກໍາລັງປົກ ຄອງປະເທດຢູ່ໃນປັດຈຸບັນ ໃນເຂດໃຈ
ກາງຂອງນະຄອນຫຼວງ Damascus.

ອົງການສິ້ງຊອມສິດທິມະນຸດຊີເຣຍ ທີ່ຕັ້ງຢູ່ອັງກິດເວົ້າໃນວັນ
ພະຫັດມື້ນີ້ວ່າ ຜູ້ເສຍຊີວິດ ສ່ວນຫລາຍແມ່ນພົນລະເຮືອນ.

ອົງການຂ່າວສານຂອງທາງການຊີເຣຍ ເອີ້ນເຫດການນັ້ນວ່າ
ເປັນ “ການໂຈມ ຕີດ້ວຍລະເບີດຂອງພວກກໍ່ການຮ້າຍ” ທີ່ເກີດ ຂຶ້ນຢູ່ເຂດທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ ໃກ້ກັບຄຸ້ມ al-Mazraa.

ເຫດລະເບີດແຕກແມ່ນເກີດຂຶ້ນນຶ່ງມື້ ພາຍຫລັງທີ່ພວກນັກເຄື່ອນໄຫວຊາວຊີເຣຍເວົ້າ
ວ່າ ພວກກະບົດໄດ້ຍິງເຮືອບິນລົບຕົກ ຢູ່ນອກນະຄອນ Damascus ບໍ່ດົນລຸນຫລັງການ
ໂຈມຕີທາງອາກາດ ທີ່ໄດ້ສັງຫານຢ່າງໜ້ອຍ 20 ຄົນ ຢູ່ໃນເຂດດັ່ງກ່າວ.

ວີດິໂອທີ່ຖ່າຍໂດຍພວກສະໝັກຫລິ້ນ ຊຶ່ງໄດ້ນໍາອອກເຜີຍແຜ່ໂດຍອົງການສິ້ງຊອມສິດທິ
ມະນຸດທີ່ຕັ້ງໃນນະຄອນລອນດອນ ສະແດງໃຫ້ເຫັນວ່າ ເຮືອ ບິນລົບລໍານຶ່ງ ກໍາລັງຍິງຈະ
ຫລວດຢູ່ ແລະຫຼັງຈາກນັ້ນກໍໄດ້ຕົກດິ່ງລົງໄປສູ່ພື້ນ ດິນ ໃນເຂດ Hamouriya ລຸນຫລັງ ທີ່
ປະກົດວ່າ ຖືກຍິງໂດຍປືນກົນຂອງພວກ ກະບົດ. ການຍິງເຮືອບິນລໍາດັ່ງກ່າວຕົກຍັງບໍ່ສາ
ມາດໄດ້ຮັບການຢືນຢັນຢ່າງ ເປັນອິດສະຫຼະເທື່ອ.

ເບິ່ງສະໄລດ໌ພາບຫລ້າສຸດກ່ຽວກັບຊີເຣຍ:
XS
SM
MD
LG