ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

87 ຄົນ ເສຍຊີວິດ ຍ້ອນລະເບີດແຕກ ໃນເມືອງ Aleppo (ສະໄລດ໌)

People mourn translator Andrei Mironov, 60, who was killed along with Italian photographer Andrea Rocchelli during fighting in eastern Ukraine, at a memorial service in Moscow.  One of the last political prisoners to be held during the Soviet era, Mironov dedicated the rest of his life to exposing human rights abuses.

ການສູ້ລົບຍັງດໍາເນີນຢູ່ຕໍ່ໄປທົ່ວຊີເຣຍ ໃນວັນພຸດມື້ນີ້. ໃນຂະ
ນະດຽວກັນ ກຸ່ມປົກປ້ອງສິດທິມະນຸດຊີເຣຍເວົ້າວ່າ ຈໍານວນ
ຜູ້ເສຍຊີວິດໃນເຫດລະເບີດແຕກທີ່ມະຫາວິທະຍາໄລຂອງ
ເມືອງ Aleppo ໄດ້ເພີ້ມຂຶ້ນ ເປັນ 87 ຄົນ.

ກຸ່ມຄະນະກໍາມະການປະສານງານທ້ອງຖິ່ນທີ່ເປັນກຸ່ມຕໍ່ຕ້ານ
ລັດຖະ ບານນັ້ນ ລາຍງານວ່າ ທະຫານຂອງລັດຖະບານໄດ້
ຍິງປືນໃຫຍ່ໂຈມຕີ ທີ່ເມືອງ Dara, Homs, ແລະເຂດຊານ
ເມືອງ ອ້ອມແອ້ມນະຄອນ ຫລວງ Damascus.

ຂະນະດຽວກັນ ກຸ່ມສິ້ງຊອມສິດທິມະນຸດຊີເຣຍທີ່ຕັ້ງຢູ່ອັງກິດ
ກໍເວົ້າວ່າ ມີຫລາຍກວ່າ 150 ຄົນໄດ້ຮັບບາດເຈັບ ໃນເຫດ
ລະເບີດແຕກ ໃນວັນ ອັງຄານວານນີ້ ທີ່ເມືອງ Aleppo ແລະ ເວົ້າອີກວ່າຈໍານວນຜູ້ເສຍຊີວິດ ອາດຈະເພີ້ມຂຶ້ນຕື່ມ. ກຸ່ມດັ່ງກ່າວຍັງແຈ້ງໃຫ້ວີໂອເອ ຊາບວ່າ ຍັງບໍ່ທັນມີຈຸໃດອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດດັ່ງກ່າວນີ້ເທື່ອ.

ໃນຈໍານວນຜູ້ເສຍຊີວິດນັ້ນລວມມີພວກນັກສຶກສາ ແລະຊາວອົບພະຍົບ ທີ່ໄດ້ພາກັນເຂົ້າ ໄປອາໄສຢູ່ໃນວິທະຍາເຂດຂອງຫົວເມືອງທີ່ໃຫຍ່ທີ່ສຸດຂອງຊີເຣຍ. ສື່ຂອງລັດໄດ້ກ່າວ ເຖິງເຫດລະເບີດແຕກນີ້ວ່າ ເປັນ “ການໂຈມຕີຂອງ ພວກກໍ່ການຮ້າຍ” ແຕ່ບໍ່ໄດ້ເວົ້າເຖິງ ຈໍານວນຜູ້ໄດ້ຮັບເຄາະຮ້າຍແຕ່ຢ່າງ ໃດ. ລັດຖະມົນຕີກະຊວງສຶກສາເວົ້າວ່າ ຫ້ອງຮຽນ ຕ່າງໆແລະການ ສອບເສັງໃນມະຫາວິທະຍາໄລຈະຖືກງົດໄວ້ ໃນວັນພຸດມື້ນີ້ ເພື່ອໄວ້ ອາໄລແກ່ພວກທີ່ເສຍຊີວິດ.

ປະມວນພາບຫລ້າສຸດກ່ຽວກັບຊີເຣຍ:
XS
SM
MD
LG