ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດພິເສດ ສປຊ ໄປມົສກູ ເພື່ອຫາລື ເລື່ອງຊີເຣຍ


ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergey Lavrov (ຊ້າຍ) ແລະທ່ານ Lakhdar Brahimi ທູດພິເສດ ຂອງສະຫະປະຊາຊາດ ເຈລະຈາຫາລືກັນ ໃນລະຫວ່າງ ການພົບປະທີ່ກຸງມົສກູ (29 ທັນວາ 2012)
ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergey Lavrov (ຊ້າຍ) ແລະທ່ານ Lakhdar Brahimi ທູດພິເສດ ຂອງສະຫະປະຊາຊາດ ເຈລະຈາຫາລືກັນ ໃນລະຫວ່າງ ການພົບປະທີ່ກຸງມົສກູ (29 ທັນວາ 2012)
ທູດສັນຕິພາບຂອງອົງການສະຫະປະຊາຊາດ ແລະສັນນິບາດ
ອາຣັບ ມີກຳນົດທີ່ຈະເປີດການເຈລະຈາຫາລືທີ່ກຸງມົສກູ ເພື່ອ
ຊອກຫາຊ່ອງທາງ ຍຸຕິບັນຫາຂັດແຍ້ງໃນຊີເຣຍ ທີ່ດຳເນີນມາ
ເປັນເວລາ 21 ເດືອນແລ້ວນັ້ນ.

ທ່ານ Lakhdar Brahimi ມີກຳນົດທີ່ຈະເຈລະຈາກັບເຈົ້າໜ້າ
ທີ່ຣັດເຊຍໃນວັນເສົາມື້ນີ້ ກ່ຽວກັບການສົນທະນາຫາລືຮອບຫຼ້າ
ສຸດຂອງທ່ານ ກັບປະທານາທິບໍດີຊີເຣຍ ທ່ານ Bashar al-As
sad ແລະພວກກະບົດໃນຊີເຣຍ.

ໃນອາທິດນີ້ ທ່ານ Brahimi ໄດ້ຮຽກຮ້ອງໃຫ້ມີການສ້າງຕັ້ງລັດ
ຖະບານຊົ່ວຄາວຂຶ້ນໃນປະເທດຊີເຣຍ ຈົນກວ່າຈະສາມາດຈັດ
ການເລືອກຕັ້ງໃໝ່ ຢູ່ໃນປະເທດດັ່ງກ່າວ.

ໃນມື້ວັນສຸກວານນີ້ ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຮຽກ ຮ້ອງໃຫ້ຮອງລັດຖະມົນຕີການຕ່າງປະເທດຊີເຣຍເປີດການເຈລະຈາກັບພວກຝ່າຍຄ້ານ ໃນຄວາມພະຍາຍາມເພື່ອຫາທາງຍຸຕິບັນຫາຂັດແຍ້ງ.

ແຕ່ຜູ້ນຳຝ່າຍຄ້ານຄົນນຶ່ງໄດ້ກ່າວຕອບໂດຍຕໍ່ວ່າຣັດເຊຍຢ່າງແຮງ ໃນເມື່ອວ່າພວກນັກ ເຄື່ອນໄຫວບໍ່ໄດ້ສະແດງຄວາມສົນໃຈທີ່ຈະເປີດການເຈລະຈາກັບລັດຖະບານຊີເຣຍ.

ທ່ານ Lavrov ຍັງກ່າວຢືນຢັດຢູ່ຕໍ່ມາວ່າ ການສົນທະນາຫາລືແມ່ນເປັນສິ່ງຈຳເປັນເພື່ອ ຈະສ້າງຄວາມກ້າວໜ້າແລະສັນຕິພາບຢູ່ໃນຊີເຣຍ.

ກ່ຽວຂ້ອງກັນ

XS
SM
MD
LG