ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງນ້ອຍ 20 ຄົນເສຍຊີວິດ ຍ້ອນການໂຈມຕີ ດ້ວຍລະເບີດລົດ ຢູ່ຊີເຣຍ


ແຜນທີ່ປະເທດຊີເຣຍ ທີ່ມີການໂຈມຕີດ້ວຍລະເບີດລົດສອງຄັ້ງ ຢູ່ໃນພາກໃຕ້ ໃນວັນເສົາ ທີ 10 ພະຈິກ 2012
ແຜນທີ່ປະເທດຊີເຣຍ ທີ່ມີການໂຈມຕີດ້ວຍລະເບີດລົດສອງຄັ້ງ ຢູ່ໃນພາກໃຕ້ ໃນວັນເສົາ ທີ 10 ພະຈິກ 2012
ພວກນັກເຄື່ອນໄຫວຊີເຣຍກຸ່ມນຶ່ງເວົ້າວ່າ ການໂຈມຕີດ້ວຍລະ
ເບີດລົດສອງຄັ້ງ ຢູ່ໃນພາກໃຕ້ຂອງຊີເຣຍ ໄດ້ເຮັດໃຫ້ສະມາຊິກ ກໍາລັງຮັກສາຄວາມສະຫງົບຂອງລັດຖະບານຊີເຣຍ ຢ່າງນ້ອຍ
20 ຄົນເສຍຊີວິດ.

ອົງການສັງເກດການດ້ານສິດທິມະນຸດຂອງຊີເຣຍ ທີ່ຕັ້ງຢູ່ອັງກິດ
ເວົ້າວ່າ ລະເບີດທັງສອງລູກ ໄດ້ແຕກຂຶ້ນໃນເວລາຫ່າງກັນບໍ່ພໍ
ເທົ່າໃດນາທີໃນວັນເສົາມື້ນີ້ ເມື່ອລົດສອງຄັນຕ່າງ ກໍໄດ້ແລ່ນ ເຂົ້າໄປໃນຄ້າຍທະຫານແຫ່ງນຶ່ງ ຢູ່ເມືອງ Deraa.

ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ບໍ່ຍອມລົງ
ຈາກຕໍາແໜ່ງ ໄດ້ຢືນ ຢັນວ່າ ທ່ານຍັງໄດ້ຮັບການສະໜັບສະ
ໜຸນຈາກປະຊາຊົນ ແລະທະຫານຊີເຣຍຢູ່ ໃນຂະນະທີ່ການກໍ່ ຄວາມຮຸນແຮງຍັງດຳເນີນຢູ່ຕໍ່ມາ ແລະມີລາຍງານແຈ້ງວ່າ ພວກນາຍທະຫານຂອງທ່ານ ໃນ ຈຳນວນເພີ້ມຂຶ້ນໄດ້ໂຕນໄປຍັງເທີກີ.

ໃນຂະນະທີ່ກໍາລັງທະຫານຂອງລັດຖະບານຊີເຣຍ ໄດ້ຍິງກະໜໍ່າໃສ່ເຂດທີ່ໝັ້ນຂອງ ພວກກະບົດຫລາຍໆແຫ່ງ ໃນທົ່ວປະເທດໃນວັນສຸກວານນີ້ ອົງການຂ່າວຂອງລັດຖະ ບານເທີກີ ໄດ້ລາຍງານວ່າ ຢ່າງໜ້ອຍມີນາຍທະຫານຊີເຣຍ 26 ຄົນ ຊຶ່ງໃນນັ້ນ ລວມມີ ນາຍພົນສອງຄົນ ແລະພັນເອກ 11 ຄົນ ໄດ້ໂຕນໜີຂ້າມຊາຍແດນເຂົ້າໄປໃນເທີກີ.
XS
SM
MD
LG