ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຝ່າຍຄ້ານ ຊີເຣຍ ໃກ້ຈະ ຕົກລົງກັນ ໄດ້ແລ້ວ


ພວກຝ່າຍຄ້ານ ຊີເຣຍ ປະຊຸມກັນທີ່ນະຄອນໂດຮາ ປະເທດກາຕາ ຂະນະທີ່ການສູ້ລົບກັນ ຍັງດຳເນີນຢູ່ຕໍ່ມາ ທີ່ນະຄອນຫຼວງດາມັສກັສ
ພວກຝ່າຍຄ້ານ ຊີເຣຍ ປະຊຸມກັນທີ່ນະຄອນໂດຮາ ປະເທດກາຕາ ຂະນະທີ່ການສູ້ລົບກັນ ຍັງດຳເນີນຢູ່ຕໍ່ມາ ທີ່ນະຄອນຫຼວງດາມັສກັສ
ທະຫານ ລັດຖະບານຊີເຣຍ ໄດ້ຍິງປືນໃຫຍ່ ໂຈມຕີທີ່ໝັ້ນຂອງ
ພວກກະບົດຢູ່ໃນເຂດຊານເມືອງຂອງນະຄອນຫຼວງດາມັສກັສ ໃນຕອນເຊົ້າຂອງວັນສຸກມື້ນີ້ຂະນະທີ່ມີລາຍງານວ່າ ບັນດາກຸ່ມ
ຝ່າຍຄ້ານ ທີ່ພວມປະຊຸມກັນຢູ່ປະເທດກາຕາ ໃກ້ຈະຕົກລົງກັນ
ໄດ້ແລ້ວ ກ່ຽວກັບການສ້າງຕັ້ງລັດຖະບານທີ່ພວມມີການລໍຖ້າ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍກ່າວວ່າ ທະຫານລັດຖະບານ
ໄດ້ຍິງປືນໃຫຍ່ ໂຈມຕີຄຸ້ມ Beit Saham ໃນຕອນເຊົ້າຂອງວັນ
ສຸກມື້ນີ້. ກຸ່ມສັງເກດການສິດທິມະນຸດ ທີ່ມີສຳນັກງານ ຢູ່ປະເທດ
ອັງກິດກຸ່ມນີ້ຍັງເວົ້າວ່າ ນອກນັ້ນ ຍັງມີການປະທະກັນຢູ່ບ່ອນອື່ນ
ອີກ ໃນນະຄອນຫຼວງດາມັສກັສ.

ໃນຂະນະທີ່ການສູ້ລົບກັນຍັງດຳເນີນຢູ່ຕໍ່ມານັ້ນບັນດາກຸ່ມຕ່າງໆ
ທີ່ຕາງໜ້າໃຫ້ພວກຝ່າຍຄ້ານຂອງຊີເຣຍ ທີ່ຍັງບໍ່ທັນສາມາດທ້ອນໂຮມກັນ ໄດ້ຢ່າງແໜ້ນ ໜານັ້ນກໍໄດ້ພົບປະກັນທີ່ນະຄອນໂດຮາເພື່ອພະຍາຍາມຫາທາງຈັດຕັ້ງຄະນະນຳພາໃໝ່ ທີ່ມີການເປີດກວ້າງຫຼາຍຂຶ້ນ ຊຶ່ງຈະອຳນວຍໃຫ້ມີການປະສານງານ ໃນການປະຕິບັດງານ ທາງທະຫານຕໍ່ລັດຖະບານຂອງປະທານາທິບໍດີ Bashar al-Assad.

ມີລາຍງານວ່າ ຫຼາຍໆກຸ່ມທີ່ໄດ້ເຂົ້າຮ່ວມໃນການເຈລະຈາຫາລືຄັ້ງນີ້ ຮວມທັງອົງການສະ ພາແຫ່ງຊາດຊີເຣຍ ກຸ່ມຈັດຕັ້ງສາສະໜາອິສລາມ ກຸ່ມຝ່າຍຊ້າຍ ແລະກຸ່ມທີ່ບໍ່ພົວພັນກັບ ສາສະໜານັ້ນພວມໄດ້ຮັບຄວາມກ້າວໜ້າໂດຍເວົ້າວ່າຄະນະນຳພາຊຸດໃໝ່ອາດສາມາດ ຕົກລົງກັນໄດ້ ໃນວັນສຸກມື້ນີ້.

ກ່ຽວຂ້ອງກັນ

XS
SM
MD
LG