ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ຢຶດຫົວເມືອງ ຍຸດທະສາດ ໃນພາກເໜືອ ຊີເຣຍ


ພວກນັກລົບຈາກກຸ່ມກອງທັບຊີເຣຍເສລີ ທີ່ຖືທຸງພວກກະບົດ ພວມຂີ່ລົດບັນທຸກທີ່ເຂົາເຈົ້າເວົ້າວ່າ ຢຶດມາຈາກທະຫານຊີເຣຍ ທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ທີ່ເມືອງ Saraqeb (15 ຕຸລາ 2012)
ພວກນັກລົບຈາກກຸ່ມກອງທັບຊີເຣຍເສລີ ທີ່ຖືທຸງພວກກະບົດ ພວມຂີ່ລົດບັນທຸກທີ່ເຂົາເຈົ້າເວົ້າວ່າ ຢຶດມາຈາກທະຫານຊີເຣຍ ທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ທີ່ເມືອງ Saraqeb (15 ຕຸລາ 2012)
ພວກນັກເຄື່ອນໄຫວກ່າວວ່າ ກຳລັງຕໍ່ຕ້ານລັດຖະບານໃນຊີເຣຍ
ໄດ້ເຂົ້າຄວບຄຸມຫົວເມືອງຍຸດທະສາດແຫ່ງນຶ່ງໃນພາກເໜືອຂອງ
ປະເທດທີ່ມີຄວາມສຳຄັນຕໍ່ການໂຈມຕີຢ່າງໜັກຂອງຝ່າຍລັດຖະ
ບານຕໍ່ພວກກະບົດ ຢູ່ໃນເມືອງ Aleppo ທີ່ພວມມີການສູ້ລົບກັນ
ຢູ່ນັ້ນ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍກ່າວໃນວັນສຸກມື້ນີ້ວ່າ ກຳລັງ
ທີ່ຈົງຮັກພັກດີຕໍ່ ປະທານາທິບໍດີ Bashar al-Assad ໄດ້ຖອນ ຢ່າງສິ້ນເຊີງອອກຈາກເມືອງ Saraqeb ບ່ອນທີ່ທາງຫຼວງທີ່ເນັ່ງ
ແຕ່ເມືອງ Aleppo ໄປຫານະຄອນຫຼວງດາມັສກັສແລະແຄມຝັ່ງ
ທະເລເມດີແຕເຣນຽນບັນຈົບພົບກັນ.

ທ່ານ Ramy Abdel Rahman ຜູ້ອຳນວຍການຂອງກຸ່ມສິ້ງຊອມ
ສິດທິມະນຸດ ທີ່ມີສຳນັກງານຢູ່ປະເທດອັງກິດກຸ່ມນີ້ກ່າວວີໂອເອໃນວັນສຸກມື້ນີ້ວ່າ ເວລານີ້ ພວກກະບົດໄດ້ຄວບຄຸມບໍລິເວນທີ່ມີໄລຍະກວ້າງ 25 ກິໂລແມັດຈາກທຸກໆດ້ານຫ່າງຈາກ ຕົວເມືອງ. ທ່ານເວົ້າວ່ານີ້ແມ່ນໝາຍຄວາມວ່າຂະບວນລົດສົ່ງອາວຸດຍຸດທະປັດໄຈໄປສະ ໜັບສະໜຸນທະຫານ ຢູ່ໃນເມືອງ Aleppo ມີທ່າທາງວ່າ ຈະມີຄວາມຫລໍ່ແຫຼມຫຼາຍຂຶ້ນຕໍ່ ການຖືກໂຈມຕີໂດຍພວກກະບົດ.

ພວກນັກເຄື່ອນໄຫວກ່າວວ່າມີທະຫານຢ່າງນ້ອຍ 28 ຄົນຖືກສັງຫານໃນການໂຈມຕີດ່ານ ກວດຫຼາຍແຫ່ງຂອງລັດຖະບານ ຢູ່ໃນບໍລິເວນດັ່ງກ່າວໃນວັນພະຫັດວານນີ້. ຮູບວີດີໂອທີ່ ນຳອອກເຜີຍແຜ່ທາງອິນເຕີແນັດສະແດງໃຫ້ເຫັນວ່າ ພວກທະຫານຫຼາຍໆຄົນໄດ້ຖືກຂ້າ ແບບປະຫານຊີວິດ. ຮູບວີດີໂອດັ່ງກ່າວນີ້ ຍັງບໍ່ສາມາດໄດ້ຮັບການພິສູດຢ່າງເປັນອິດສະ ຫຼະເທື່ອແຕ່ກໍໄດ້ຮັບການປະທ້ວງຈາກບັນດາກຸ່ມປົກປ້ອງສິດທິມະນຸດສາກົນ.

ເວລານີ້ ລັດຖະບານຊີເຣຍຫຼືສື່ມວນຊົນຂອງທາງການ ຕ່າງກໍຍັງບໍ່ທັນໃຫ້ຄວາມເຫັນໃດໆ ກ່ຽວກັບເລື່ອງນີ້ເທື່ອ.

ກ່ຽວຂ້ອງກັນ

XS
SM
MD
LG