ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Assad ວ່າ ພວກກະບົດ ໃນຊີເຣຍ ຈະບໍ່ຊະນະ


ບຸກຄົນທີ່ສົງໄສວ່າ ເປັນຕຳຫຼວດຂອງລັດຖະບານຊີເຣຍ (ກາງ) ນັ່ງຢູ່ທາງກາງ ສະມາຊິກຂອງພວກກະບົດ Liwa al-Tawhid ຫຼັງຈາກຖືກຈັບ ທີ່ເມືອງ Aleppo (20 ກັນຍາ 2012)
ບຸກຄົນທີ່ສົງໄສວ່າ ເປັນຕຳຫຼວດຂອງລັດຖະບານຊີເຣຍ (ກາງ) ນັ່ງຢູ່ທາງກາງ ສະມາຊິກຂອງພວກກະບົດ Liwa al-Tawhid ຫຼັງຈາກຖືກຈັບ ທີ່ເມືອງ Aleppo (20 ກັນຍາ 2012)
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ກ່າວວ່າ ພວກ
ນັກລົບຂອງກຸ່ມຝ່າຍຄ້ານ ຈະບໍ່ໄດ້ຮັບໄຊຊະນະ ໃນການຕໍ່ສູ້ກັບ
ກຳລັງຂອງລັດຖະບານແຕ່ຂະນະດຽວກັນກໍເວົ້າວ່າ ປະຕູຍັງເປີດ
ກວ້າງຢູ່ສຳລັບການເຈລະຈາ.

ໃນການໃຫ້ຄວາມເຫັນຊຶ່ງພິມເຜີຍແຜ່ໂດຍວາລະສານລາຍສັບ
ປະດາ Al-Ahram Al-Araby ຂອງອີຈິບໃນວັນສຸກມື້ນີ້ ປະທາ
ນາທິບໍດີ Assad ເວົ້າວ່າ ກຸ່ມກຳລັງປະກອບອາວຸດ ຂອງຝ່າຍ
ຄ້ານຊຶ່ງ ນຳໃຊ້ວິທີກໍ່ການຮ້າຍຕໍ່ຕ້ານລັດຖະບານນັ້ນ ບໍ່ໄດ້ຮັບ
ຄວາມນິຍົມຈາກປະຊາຊົນແລະສຸດທ້າຍແລ້ວກໍຈະບໍ່ໄດ້ຮັບໄຊ
ຊະນະ.

ມີການອ້າງຄຳເວົ້າ ຂອງທ່ານ Assad ທີ່ກ່າວວ່າ ທ່ານຍິນດີ
ເປີດການເຈລະຈາກັບກຸ່ມຝ່າຍຄ້ານແຕ່ພວກທີ່ເລືອກຈັບອາວຸດຂຶ້ນຕໍ່ສູ້ແມ່ນໄດ້ເຮັດໃຫ້ ພວກເຂົາເຈົ້າປະເຊີນໜ້າກັບກອງທັບຊີເຣຍ.

ການໃຫ້ຄວາມເຫັນດັ່ງກ່າວຂອງປະທານາທິບໍດີຊີເຣຍ ມີຂຶ້ນໃນຂະນະທີ່ກຸ່ມປົກປ້ອງສິດ ທິມະນຸດກຸ່ມນຶ່ງໃນຊີເຣຍ ລາຍງານວ່າ ລັດຖະບານ ໄດ້ທຳການໂຈມຕີ ຕໍ່ຫຼາຍໆເຂດໃນ ພາກເໜືອຂອງປະເທດ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານ ຢູ່ປະເທດອັງກິດລາຍງານວ່າ ໄດ້ເກີດ ການສູ້ລົບກັນລະຫວ່າງພວກກະບົດແລະກຳລັງທະຫານລັດຖະບານ ທີ່ ເມືອງ Aleppo ໃນວັນສຸກມື້ນີ້. ນອກນັ້ນ ຍັງມີລາຍງານວ່າ ໄດ້ເກີດເຫດລະເບີດຫຼາຍໆຄັ້ງທັງຢູ່ໃນ ແລະ ອ້ອມແອ້ມນະຄອນຫຼວງດາມັສກັສ.

ກ່ຽວຂ້ອງກັນ

XS
SM
MD
LG