ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ໂຈມຕີ ກຸ່ມອາລກາອີດາ ໃນໂອກາດ ຄົບຮອບ 6 ປີ ຂອງສົງຄາມ ຢູ່ຊີເຣຍ


ເຮືອບົນລົບ Harrier AV-8B ຂອງມາຣີນ ພວມຕື່ມນ້ຳມັນ ກາງອາກາດ.
ເຮືອບົນລົບ Harrier AV-8B ຂອງມາຣີນ ພວມຕື່ມນ້ຳມັນ ກາງອາກາດ.

ອາທິດ​ນີ້ ​ແມ່ນ​ຂີດ​ໝາຍ​ຄົບຮອບ 6 ປີ ຂອງ​ສົງຄາມ​ໃນ​ຊີ​ເຣຍ ​ແລະ​ມີ​ຄວາມ​ໂຫດຮ້າຍ
​ເປັນ​ພິ​ເສດ​ໃນ​ຮອບ 7 ມື້ທີ່ຜ່ານມາ ​ໂດຍ​ທີ່​ວັດ​ແຫ່ງ​ນຶ່ງຂອງ​ສາສະໜາ​ອິສລາມ ​ໄດ້​ຮັບ
ຄວາມ​ເສຍ​ຫາຍໃນ​ການ​ໂຈມ​ຕີ​ທາງ​ອາກາດທີ່​ມີ​ການ​ກ່າວ​ຫາ​ວ່າ​ເປັນ​ການ​ກະທຳ​ຂອງ​ສະຫະລັດ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ 2 ຄັ້ງ​ທີ່​ນະຄອນຫລວງດາ​ມັສກັສແລະ​
ການ​ກ່າວ​ອ້າງ​ວ່າມີ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຟັອສ​ຟໍຣັສ​ໂດຍ​ເຮືອບິນ​ລົບ​ຂອງຣັດ​ເຊຍ
​ແລະ​ຊີ​ເຣຍ.

​ໂຕ​ເລກ​ຜູ້​ເສຍ​ຊີວິດຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ ​ໃນ​ວັນ​ພະຫັດຜ່ານ
ມາທີ່​ບ້ານ al-Jihan ຊຶ່ງ​ຕັ້ງຢູ່​ໃນ​ບໍລິ​ເວນ​ຊາຍ​ແດນ​ຂອງ​ແຂວງ Aleppo ​ແລະ​ແຂວງ
Idlib ​ໄດ້​ເພີ້ມຂຶ້ນ ​ເປັນ 46 ຄົນ​ ໃນ​ຄືນ​ແລ້ວນີ້ ອີງ​ຕາມ​ກຸ່ມ​ສິ້ງຊອມສິດທິ​ມະນຸດ​ ໃນ​ຊີ
​ເຣຍ ທີ່​ມີ​ສຳນັກງານ​ຕັ້ງຢູ່​ລອນ​ດອນ.

ບ່ອນທີ່ພວກຜູ້ນຳອະວຸໂສ ຂອງກຸ່ມກໍ່ການຮ້າຍ ອາລກາອີດາ ປະຊຸມກັນ ທີ່ບ້ານ al-Jinah ຫຼັງຈາກ ຖືກໂຈມຕີ ເມື່ອວັນທີ 16 ມີນາຜ່ານມາ ແລະຮູບພາບນີ້ ຍັງສະແດງໃຫ້ເຫັນ ອາຄານທີ່ຢູ່ຖັດໄປ ທີ່ບໍ່ ໄດ້ຮັບຄວາມເສຍຫາຍ ກໍຄືວັດອິສລາມ
ບ່ອນທີ່ພວກຜູ້ນຳອະວຸໂສ ຂອງກຸ່ມກໍ່ການຮ້າຍ ອາລກາອີດາ ປະຊຸມກັນ ທີ່ບ້ານ al-Jinah ຫຼັງຈາກ ຖືກໂຈມຕີ ເມື່ອວັນທີ 16 ມີນາຜ່ານມາ ແລະຮູບພາບນີ້ ຍັງສະແດງໃຫ້ເຫັນ ອາຄານທີ່ຢູ່ຖັດໄປ ທີ່ບໍ່ ໄດ້ຮັບຄວາມເສຍຫາຍ ກໍຄືວັດອິສລາມ

ກຸ່ມ​ດັ່ງກ່າວ ຊຶ່ງ​ມີ​ຕາໜ່າງ​ແຫຼ່ງຂ່າວ​ໃນ​ການ​ຕິດຕາມ​ສິ້ງຊອມ​ທາງ​ພາກພື້ນດິນ​ຢູ່​ໃນ​ຊີ
​ເຣຍ​ກ່ຽວກັບການ​ອອກ​ລາຍ​ງານ​ຂອງ​ຕົນ​ນັ້ນກ່າວ​ອ້າງ​ວ່າສ່ວນ​ໃຫຍ່​ຂອງ​ພວກ​ທີ່ເສຍ​
ຊີວິດ ​ແມ່ນ​ເປັນ​ພົນລະ​ເຮືອນ.

​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ​ຂອງ​ສະຫະລັດ ກ່າວ​ວ່າ ວັດ​ຂອງ​ສາສະໜາອິສ
ລາມ​ບໍ່​ແມ່ນ​ເປົ້່າໝາຍ​ໃນ​ການ​ໂຈມ​ຕີ ​ແຕ່​ການ​ປະຊຸມ​ຂອງ​ພວກ​ຫົວ​ຮຸນ​ແຮງອາລກາ
​ອີ​ດາ​ທີ່​ຕັ້ງຢູ່​ໃກ້​ຄຽງ ຄື​ເປົ້າໝາຍ​ຂອງ​ຕົນ. ​ເຈົ້າໜ້າ​ທີ່​ກ່າວ​ຕື່ມ​ວ່າ ມີ​ພວກ​ຫົວ​ຮຸນ​ແຮງ​
ຈຳນວນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ. ​ໃນ​ຖະ​ແຫຼງການສະບັບ​ນຶ່ງ ​ທີ່​ນຳ
​ອອກ​ເຜີຍ​ແຜ່ນັ້ນໂຄສົກ​ຂອງ​ກອງ​ບັນຊາ​ການ​ກຳລັງ​ສະຫະລັດ​ໃນ​ພາກ​ຕາ​ເວັນອອກ​
ກາງ​ເວົ້າວ່າ ​ເຮືອບິນ​ຂອງ​ຕົນ​ໄດ້​ໂຈມ​ຕີ​ອາຄານ​ທີ່​ຕັ້ງຢູ່​ໃກ້ຄຽງແຕ່​ບໍ່​ຖືກ​ວັດທີ່​ເຕັມ​ໄປ
​ດ້ວຍ​ຜູ້​ຄົນ​ໃນ​ເວລາ​ນັ້ນ ຊຶ່ງ​ພາກັນ​ໄປ​ສູດ​ມົນ​ພາວະ ນາ​ໃນ​ຕອນ​ແລງ.

ສະມາຊິກຂອງກຸ່ມປ້ອງກັນພົນລະເຮືອນ ແລະປະຊາຊົນ ກວດເບິ່ງວັດອິສລາມ ທີ່ໄດ້ຮັບຄວາມ ເສຍຫາຍ
ສະມາຊິກຂອງກຸ່ມປ້ອງກັນພົນລະເຮືອນ ແລະປະຊາຊົນ ກວດເບິ່ງວັດອິສລາມ ທີ່ໄດ້ຮັບຄວາມ ເສຍຫາຍ

ພັນ​ເອກ John Thomas ກ່າວ​ວ່າ “ກຳລັງ​ສະຫະລັດໄດ້​ທຳ​ການ​ໂຈມ​ຕີ​ທາງອາກາດ
​ຕໍ່ບ່ອນ​ປະຊຸມ​ຂອງ​ກຸ່ມ​ກໍ່​ການ ຮ້າຍ​ອາລກາ​ອີ​ດາໃນ​ຊີ​ເຣຍ ​ເມື່ອ​ວັນ​ທີ​ 16 ມີນາ ຢູ່​ໃນ​
ແຂວງ Idlib. ພວກ​ເຮົາ​ບໍ່​ໄດ້​ແນ​ເປົ້າໝາຍ​ ໃສ່​ວັດ​ໃດໆ. ສິ່ງ​ທີ່​ພວກ​ເຮົາ ແນ​ເປົ້າໝາຍ
​ໃສ່ ​ແມ່ນ​ໄດ້​ຖືກ​ທຳລາຍ ​ໄປ​ແລ້ວ. ມີ​ວັດ​ແຫ່ງ​ນຶ່ງ​ ໃນ​ລັດສະໝີ 15 ​ແມັດ ​ຂອງ​ຕຶກ​ອາ
ຄານ ທີ່​ບໍ່​ໄດ້​ຖືກ​ໂຈມ​ຕີ. ທ່ານ​ກ່າວ​ຕື່ມ​ວ່າ ການ​ກ່າວ​ອ້າງກ່ຽວ​ກັບ​ການເສຍຊີວິດ​ຂອງ
ພົນລະ​ເຮືອນ ຈະ​ໄດ້​ຮັບ​ການ​ສືບສວນ​ເບິ່ງ ​ແຕ່ທຳນຽບຫ້າ​ແຈມີ​ຮູບ​ຖ່າຍ​ທາງ​ອາກາດ
ທີ່​ສະ​ແດ​ງ​ໃຫ້​ເຫັນ​ວ່າ ວັດ​ດັ່ງກ່າວ​ຍັງ​ຕັ້ງຢູ່ ບໍ່​ໄດ້​ຖືກ​ທຳລາຍ.

​ໃນ​ຕອນ​ແລງ​ຂອງ​ວັນ​ສຸກ​ວານ​ນີ້ ທຳນຽບຫ້າ​ແຈ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ​ເຈົ້າໜ້າ​
ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ເຊື່ອ​ວ່າມີ​ພວກ​ຜູ້ນຳ​ຄົນ​ສຳຄັນ​ຂອງ​ກຸ່ມ​ອາລກາ​ອີດາ​ຫຼາຍ
ສິບ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ຂອງ​ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG