ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ພ້ອມທີ່ຈະ ປະຕິບັດການ ທາງທະຫານ ໃນຊີເຣຍ ຖ້າ ປທນ ອະນຸມັດ (ວີດິໂອ)


ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ
ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ເວົ້າ​ວ່າ ກອງທັບ​ສະ
ຫະລັດ ​ແມ່ນ​ໄດ້​ຕຽມພ້ອມ​ທີ່ຈະ​ປະຕິບັດ​ການ​ຕໍ່ຕ້ານ​ຊີ​ເຣຍ
ຖ້າຫາກ​ປະທານາທິບໍດີ​ບາ​ຣັກ ​ໂອບາ​ມາ ຕັດສິນ​ໃຈທີ່​ຈະ​ເຮັດ​ເຊັ່ນ​ນັ້ນ.

ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ
​ກ່າວໃນ​ວັນ​ອາທິດ​ມື້​ນີ້ ລະຫວ່າງ​ການຢ້ຽມຢາມ​ປະ​ເທດ​ມາ​ເລ
​ເຊຍ ວ່າ​ວໍຊິງ​ຕັນ ​ແລະ​ບັນດາ​ພັນທະ​ມິດ​ຂອງ​ຕົນ ຍັງ​ກໍາລັງ​ປະ
​ເມີນ​ສະຖານະການຢູ່​ວ່າ ​ສົມຄວນຈະ​ຕອບ​ໂຕ້​ຢ່າງ​ໃດ ຕໍ່ຫຼັກ
ຖານ​ຂອງ​ອາ​ວຸດ​ເຄມີ ທີ່ຖືກ​ນໍາ​ໃຊ້​ໃນ​ຊີ​ເຣຍນັ້ນ.

ບັນດາ​ທີ່ປຶກສາ​ລະດັບ​ສູງ​ຂອງ​ກອງທັບແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໄດ້ປະຊຸມ​ກັນ ​ແລະ​ໄດ້ຍື່ນ​ສະ​ເໜີ​ຕໍ່​ປະທານາທິບໍດີ​ໂອ​ບາ​ມາ ລາຍ​ລະອຽດ​ຂອງ​ທາງ​ເລື​ອກ ຈໍານວນ​ນຶ່ງ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ນໍາໃຊ້ ອາ​ວຸດ​ເຄມີ ຂອງ​ລັດຖະບານ​ຊີ​ເຣຍ ຕາມ​ທີ່​ມີການ​ກ່າວ​ຫາກັນ​ນັ້ນ.

ລັດຖະມົນຕີ Hagel ຖະແຫລງຢູ່ມາເລເຊຍ:

US - SYRIA
please wait
Embed

No media source currently available

0:00 0:00:45 0:00

ຖະ​ແ ຫຼງການ​ສະບັບ​ນຶ່ງ​ຂອງ​ທໍານຽບຂາ​ວ ​ເວົ້າວ່າ ປະທານ​າທິບໍດີໂອ​ບາ​ມາ ຍັງ​ໄດ້ປຶກສາ​
ເລຶ່ອງນີ້​ກັບ​ທ່ານ David Cameron ນາຍົກລັດຖະມົນຕີ​ອັງກິດ ​ໃນ​ຂະນະ​ທີ່​ໜ່ວຍສືບລັບ
ຂອງ​ສະຫະລັດ ສືບ​ຕໍ່​ເກັບ​ກໍາຂໍ້​ມູນ​ກ່ຽວ​ກັບສະຖາ​ນະ​ການ. ທັງ​ສອງ​ທ່ານ ​ໄດ້ສະ​ແດງ
ຄວາມ​ເປັນ​ຫ່ວງ​ຢ່າງທີ່​ສຸດ ກ່ຽວ​ກັບ​ການ​ກ່າວ​ຫາ​ເລື່ອງອາວຸດ​ເຄມີ ​ນັ້ນ.

ກອງ​ປະຊຸມ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ທໍານຽບຂາວ ທີ່​ມີ​ຜູ້​ເຂົ້າຮ່ວມ ​ເຊັ່ນ ຮອງ​ປະທານາ ທິບໍດີ​ ໂຈ ບາຍ​ເດັນ ຜູ້ອໍານວຍ​ການ​ອົງການ​ສືບ​ລັບ​ຊີ​ໄອ​ເອສະຫະລັດ ຈອນ ​ເບຣນນັນ ​ແລະ​ທ່ານ​ນາງ Susan Rice ທີ່​ປຶກສາ​ຄວາມ​ໝັ້ນຄົງແຫ່ງ​ຊາດ ​ໃນ​ມື້ວານ​ນີ້ ​ໄດ້​ມີ​ຂຶ້ນ ພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ມີ ການ​ກ່າວ​ຫາ​ວ່າ​ປະຊາຊົນຫຼາຍຮ້ອຍ​ຄົນ​ຖືກ​ຂ້າ​ຕາຍດ້ວຍ​ອາ​ວຸດ​ເຄມີ ​ຢູ່​ໃກ້​ເມືອງຫຼວງດາ​ມັສກັສຂອງຊີ​ເຣຍ.

ບັນດາ​ເຈົ້າໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ວ່າ ລັດຖະມົນ​ຕີ​ຕ່າງປະ​ເທດ ຈອນ ​ແຄ​ຣີ ​ໄດ້​ປຶກສາ​ຫາລື​ບັນຫາ​ດັ່ງກ່າວ​ກັບ​ຄູ່​ຕໍາ​ແໜ່​ງຈາກຊີ​ເຣຍຂອງ​ທ່ານ ​ແລະ​ບັນດາ​ເຈົ້າໜ້າ​ທີ່​ລ​ະດັບ​ສູງ​ໃນ​ຂົງ​ເຂດ. ທ່ານແຄຣີ ບອກ ທ່ານ Walid al-Moallem ລັດຖະມົນ
ຕີ​ຕ່າງປະ​ເທດ​ຊີ​ເຣຍ ​ເມື່ອວັນ​ພະຫັດ​ຜ່ານ​ມາ​ນີ້​ວ່າ ຖ້າ​ຫາກ​ດາ​ມັສກັສ ບໍ່​ມີ​ຫຍັງ​ຊຸກ​ເຊື່ອງ​ໄວ້ແລ້ວ ຊີ​ເຣຍກໍ​ຄວນ​ຈະ​ອະນຸຍາດ​ໃຫ້ ຢູ​ເອັນ ​ເຂົ້າ​ໄປ​ຍັງ​ບ່ອນ​ເກີດ​ເຫດ​ໄດ້​ໂດຍ​ທັນທີ ​ແລະ​ບໍ່​ມີ​ການ​ກີດກັນ​ໃດໆ ​ແທນ​ທີ່​ຈະ​ຫ້າມພວກ​ນັກສືບສວນນັ້ນ.

ທ່ານ​ແຄຣີ ຍັງໄດ້​ໂອ້​ລົມ​ເມື່ອ​ວັນ​ເສົາ​ວານ​ນີ້​ ກັບ​ບັນດາ​ເຈົ້າໜ້າ​ທີ່​ຈາກສັນນິບາດອາຣັບ Saudi Arabia, Jordan ສະຫະລັດ​ອາ​ຣັບ ​ແລະ​ເທີ​ກີ ​ເພື່ອເນັ້ນ​ຢໍ້າ​ເຖິງຄວາມ​ສໍາຄັນ​ ຂອງການກໍານົດ​ໃຫ້​ໄດ້ຢ່​າງ​ໄວ ວ່າ​ໄດ້​ມີ​ການ​ນໍາ​ໃຊ້​ອາວຸດ​ເຄມີແທ້​ຫລື​ບໍ່ ຢູ່​ໃນ​ຊີ​ເຣຍນັ້ນ.

ວີດິໂອ: ສະຫລັດຍັງກໍານົດບໍ່ໄດ້ ຢ່າງຄັກແນ່ເທື່ອວ່າ ຊີເຣຍໃຊ້ອາວຸດເຄມີ:

US Cannot 'Conclusively Determine' Chemical Weapons Attack in Syria
please wait

No media source currently available

0:00 0:02:25 0:00
ລິງໂດຍກົງ
XS
SM
MD
LG