ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຕໍ່ຕ້ານ ຍຶດຖານທັບ ອາກາດ ໃນພາກເໜືອ ຊີເຣຍ (ສະໄລດ໌)


ຄວັນພຸ້ງຂຶ້ນຈາກການລະດົມຍິງໂຈມຕີຢ່າງໜັກ ໃນແຂວງ Aleppo ຂອງຊີເຣຍໃນວັນອັງຄານ 12 ກຸມພາ 2013 ຊຶ່ງເປັນວັນດຽວກັນ ທີ່ ພວກກະບົດໄດ້ເຂົ້າຄວບຄຸມຖານທັບອາກາດ al-Jarrah ທີ່ຕັ້ງຢູ່ໃນແຂວງດັ່ງກ່າວ.
ຄວັນພຸ້ງຂຶ້ນຈາກການລະດົມຍິງໂຈມຕີຢ່າງໜັກ ໃນແຂວງ Aleppo ຂອງຊີເຣຍໃນວັນອັງຄານ 12 ກຸມພາ 2013 ຊຶ່ງເປັນວັນດຽວກັນ ທີ່ ພວກກະບົດໄດ້ເຂົ້າຄວບຄຸມຖານທັບອາກາດ al-Jarrah ທີ່ຕັ້ງຢູ່ໃນແຂວງດັ່ງກ່າວ.
ນັກເຄື່ອນໄຫວຊີເຣຍກຸ່ມນຶ່ງ ກ່າວວ່າ ພວກກະບົດທີ່ຕໍ່ຕ້ານ
ປະທານາ ທິບໍດີ Bashar al-Assad ໄດ້ເຂົ້າຍຶດເອົາຖານ
ທັບອາກາດ ຢູ່ທາງ ພາກເໜືອຂອງປະເທດ ນຶ່ງມື້ລຸນຫລັງທີ່
ໄດ້ເຂົ້າຄວບຄຸມເຂື່ອນໄຟຟ້າ ນໍ້າຕົກ ທີ່ໃຫຍ່ທີ່ສຸດຂອງຊີເຣຍ.

ກຸ່ມສີ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີຫ້ອງການຢູ່ອັງກິດ ກ່າວ
ໃນວັນອັງຄານມື້ນີ້ວ່າ ພວກກະບົດໄດ້ເຂົ້າຄວບຄຸມຖານທັບອາ
ກາດ al-Jarrah ທີ່ຕັ້ງຢູ່ໃນແຂວງ Aleppo.

ຄະນະກໍາມະການປະສານງານທ້ອງຖິ່ນ ຂອງພວກຕໍ່ຕ້ານລັດ
ຖະບານ ເວົ້າວ່າ ຕົນໄດ້ເຂົ້າຍຶດເອົາຖານທັບອາກາດດັ່ງກ່າວ
ລຸນຫລັງ ທີ່ໄດ້ມີ ການປະທະກັນຢ່າງໜັກ ກັບກໍາລັງທະຫານ
ຂອງລັດຖະບານ. ກຸ່ມດັ່ງ ກ່າວຍັງໄດ້ລາຍງານອີກວ່າ ໄດ້ເກີດ ການຕໍ່ສູ້ກັນໃນວັນອັງຄານມື້ນີ້ ຢູ່ສະໜາມບິນທະຫານແຫ່ງນຶ່ງອີກ ໃນແຂວງ Aleppo.

ໃນຂະນະດຽວກັນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ພັນ ກິມູນ ເວົ້າວ່າ ຊີເຣຍພວມ “ທໍາລາຍຕົນເອງ” ແລະຮຽກຮ້ອງໃຫ້ ລັດຖະບານຊີເຣຍແລະສະພາຄວາມ ໝັ້ນຄົງຂອງສະຫະປະຊາຊາດດຳ ເນີນມາດຕະການກ່ຽວກັບເລື່ອງນີ້.

ປະມວນພາບຫລ້າສຸດກ່ຽວກັບຊີເຣຍ:


XS
SM
MD
LG