ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ບໍ່ເຊື່ອວ່າ ປະທານາທິບໍດີ ຊີເຣຍ ຢາກສ້າງ ຄວາມປອງດອງຊາດ


ທ່ານ Bashar al-Assad ປະທານາທິບໍດີຊີເຣຍ ກ່າວຕໍ່ ບັນດາ ຜູ້ສະໜັບສະໜູນ ທີ່ໂຮງລະຄອນໂອເປຣາ ໃນນະຄອນຫລວງ ດາມັສກັສ ເມື່ອວັນອາທິດ ທີ 6 ມັງກອນ 2013.
ທ່ານ Bashar al-Assad ປະທານາທິບໍດີຊີເຣຍ ກ່າວຕໍ່ ບັນດາ ຜູ້ສະໜັບສະໜູນ ທີ່ໂຮງລະຄອນໂອເປຣາ ໃນນະຄອນຫລວງ ດາມັສກັສ ເມື່ອວັນອາທິດ ທີ 6 ມັງກອນ 2013.
ສະຫະລັດ ກ່າວວ່າ ແຜນການຂອງປະທານາທິບໍດີຊີເຣຍ
ທ່ານ Bashar al-Assad ທີ່ຈະຈັດກອງປະຊຸມສ້າງຄວາມ
ປອງດອງຊາດ ຂຶ້ນນັ້ນ ແມ່ນ “ບໍ່ຕິດແທດກັບຄວາມເປັນຈິງ”
ແລະເປັນຄວາມພະຍາຍາມທີ່ຈະ “ກໍາອໍານາດໄວ້ຕໍ່ໄປ.”

ໂຄສົກການຕ່າງປະເທດສະຫະລັດ ທ່ານນາງ Victoria
Nuland ກ່າວຢູ່ໃນຖະແຫລງການ ທີ່ນໍາອອກເປີດເຜີຍ ຫລັງຈາກການກ່າວຄໍາປາໄສທີ່ບໍ່ຄ່ອຍມີຂຶ້ນຂອງທ່ານ
Assad ໃນວັນອາທິດວານນີ້ ວ່າຜູ້ນໍາຊີເຣຍໄດ້ສູນເສຍ
ຄວາມຖືກຕ້ອງຊອບທໍາ ໃນການນໍາພາປະເທດນັ້ນແລ້ວ.

ທ່ານນາງໄດ້ຮຽກຮ້ອງຊໍ້າອີກ ໃຫ້ທ່ານ Assad ກ້າວລົງຈາກ
ອໍານາດ ແລະກ່າວຕື່ມວ່າ ທ່ານສະເໜີໃຫ້ມີການໂອ້ລົມສົນ
ທະນາກັນ ແມ່ນແຕ່ ໃນ ຂະນະທີ່ລັດຖະບານຂອງທ່ານ “ກໍາລັງສ້າງຄວາມເຄັ່ງຕຶງ ລະ ຫວ່າງກຸ່ມຕ່າງໆ ຢ່າງຈົງ ໃຈ” ແລະເຂ່ນຂ້າປະຊາຊົນຂອງຕົນ.

ໃນຄໍາປາໄສໃນທີ່ສາທາລະນະຄັ້ງທໍາອິດຂອງທ່ານ ນັບຕັ້ງແຕ່ເດືອນມິຖຸນາປີກາຍນີ້ທ່ານ Assad ໄດ້ຮຽກຮ້ອງໃຫ້ມີການແກ້ໄຂທາງການເມືອງຕໍ່ບັນຫາຄວາມຂັດແຍ້ງກັນຂອງ ປະເທດ. ທ່ານກ່າວຕໍ່ບັນດາຜູ້ສະໜັບສະໜູນ ທີ່ໂຮງລະຄອນໂອເປຣາ ໃນນະຄອນ
ຫລວງດາມັສກັສ ວ່າ ຊີເຣຍກໍາລັງທໍາສົງຄາມກັບ “ສັດຕູ” ຂອງຕົນ ແຕ່ປະຕິເສດວ່າ ບໍ່ມີ ການປະຕິວັດຕໍ່ຕ້ານທ່ານ ຂອງປະຊາຊົນ.

ທ່ານໄດ້ທວງໃຫ້ ບັນດາປະເທດມະຫາອໍານາດຕາເວັນຕົກ ແລະຢູ່ໃນຂົງເຂດຢຸດໃຫ້ທຶນ ແລະປະກອບອາວຸດໃຫ້ພວກກະບົດຊີເຣຍ ໂດຍໄດ້ກ່າວຊໍ້າອີກ ຄໍາເວົ້າທີ່ທ່ານໄດ້ກ່າວ ຢູ່ຕະຫລອດມາ ກ່ຽວກັບພວກນັກລົບຂອງຝ່າຍກະບົດວ່າ ເປັນພວກກໍ່ການຮ້າຍຂອງກຸ່ມ al-Qaida ທີ່ຊອກຫາວິທີທັບມ້າງປະເທດໃຫ້ພັງທະລາຍ.
XS
SM
MD
LG