ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານຊີເຣຍ ແລະ ພວກກະບົດ ຕໍ່ສູ້ກັນ ຢູ່ຫຼາຍແຫ່ງ (ສະໄລດ໌)


ສະຖິຕິຄົນເສຍຊີວິດ ໃນເຂດຕ່າງໆຂອງຊີເຣຍ ຍ້ອນການຂັດແຍ້ງ ທີ່ເລີ້ມຕົ້ນຂຶ້ນ ໃນເດືອນມີນາ ປີ 2011 ຈົນຮອດວັນທີ 1 ມັງກອນ 2013
ສະຖິຕິຄົນເສຍຊີວິດ ໃນເຂດຕ່າງໆຂອງຊີເຣຍ ຍ້ອນການຂັດແຍ້ງ ທີ່ເລີ້ມຕົ້ນຂຶ້ນ ໃນເດືອນມີນາ ປີ 2011 ຈົນຮອດວັນທີ 1 ມັງກອນ 2013
ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານເວົ້າວ່າ ກໍາລັງທະຫານ
ຂອງລັດຖະບານ ຊີເຣຍແລະພວກກະບົດພວມທໍາການຕໍ່ສູ້ກັນ ຢູ່ໃກ້ສະໜາມບິນໃນແຂວງ Idlib ທາງພາກເໜືອຂອງປະເທດ
ໃນວັນພຸດມື້ນີ້ ນຶ່ງມື້ ຫລັງຈາກມີການປະທະກັນທີ່ຄ້າຍຄືກັນນີ້ ຊຶ່ງເຮັດໃຫ້ພວກເຈົ້າໜ້າທີ່ປິດສະໜາມບິນຢູ່ໃນເມືອງ Aleppo.

ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍທີ່ຕັ້ງຢູ່ໃນອັງກິດເວົ້າວ່າ
ພວກກະບົດໄດ້ທໍາ ການບຸກໂຈມຕີສະໜາມບິນທະຫານຢູ່
ໃກ້ເມືອງ Taftanaz. ກຸ່ມດັ່ງກ່າວຍັງເວົ້າອີກວ່າ ພວກມຸສລິມ
ຫົວຮຸນແຮງ ແມ່ນມີການພົວພັນ ກັບການສູ້ລົບກັນດັ່ງກ່າວ.

ຍັງບໍ່ມີການຢືນຢັນໃນທັນທີທັນໃດຈາກຝ່າຍລັດຖະບານ
ທີ່ໄດ້ທໍາການສູ້ລົບກັບພວກນັກເຄື່ອນໄຫວຕໍ່ຕ້ານລັດຖະ ບານມາເປັນເວລາເກືອບສອງປີແລ້ວ.

ໃນວັນອັງຄານວານນີ້ ເຮືອບິນຂອງລັດຖະບານໄດ້ຍິງໂຈມຕີເຂດຄວບຄຸມຂອງ ພວກກະບົດ ຢູ່ເມືອງ Aleppo ຊຶ່ງເປັນສູນກາງການຄ້າຂອງປະເທດນັ້ນ.

ພວກເຈົ້າໜ້າທີ່ໄດ້ປະກາດປິດສະໜາມບິນຂອງເມືອງດັ່ງກ່າວຍ້ອນການໂຈມຕີຂອງ
ພວກກະບົດ.

ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານ ຍັງໄດ້ລາຍງານອີກວ່າ ມີການສູ້ລົບກັນຢ່າງໜັກ ຢູ່ທີ່ຄຸ້ມ Daraya ໃນເຂດຊານເມືອງຂອງນະຄອນຫຼວງ Damascus ຊຶ່ງຝ່າຍລັດຖະ ບານໄດ້ໃຊ້ເຮືອບິນລົບຖິ້ມລະເບີດໃສ່ພວກຕໍ່ຕ້ານ.

ພວກກຸ່ມຕໍ່ຕ້ານລັດຖະບານຍັງເວົ້າອີກວ່າ ຢ່າງໜ້ອຍ 75 ຄົນຖືກສັງຫານໃນເຫດການ ວຸ້ນວາຍ ຢູ່ທົ່ວຊີເຣຍ ໃນວັນອັງຄານວານນີ້.

ພວກກະບົດຊີເຣຍ ພະຍາຍາມທີ່ຈະໂຄ່ນລົ້ມປະທານາທິບໍດີ Bashar al-Assad. ພວກນັກເຄື່ອນໄຫວເວົ້າວ່າ ມີ 45 ພັນຄົນໄດ້ເສຍຊີວິດໄປ ຢູ່ໃນການຂັດແຍ້ງທີ່ເລີ້ມ ຕົ້ນຂຶ້ນໂດຍການປະທ້ວງຢ່າງສັນຕິ ເພື່ອຕໍ່ຕ້ານລັດຖະບານ ໃນເດືອນມີນາປີ 2011.

ປະມວນພາບຫລ້າສຸດກ່ຽວກັບການຕໍ່ສູ້ກັນໃນຊີເຣຍ:

XS
SM
MD
LG