ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາປົກປ້ອງສິດທິມະນຸດ ສະຫະປະຊາຊາດ ກໍານົດ ຈະປະນາມຊີເຣຍ


ສະພາປົກປ້ອງສິດທິມະນຸດສະຫະປະຊາຊາດ.
ວັນທີ 28 ກຸມພາ 2012.
ສະພາປົກປ້ອງສິດທິມະນຸດສະຫະປະຊາຊາດ. ວັນທີ 28 ກຸມພາ 2012.

ສະພາ​ປົກ​ປ້ອງ​ສິດທິ​ມະນຸດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະ​ປະຊາ​ຊາດຈະພົບ​ປະກັນ​ຢູ່​ໃນ​ນະຄອນ​ເຈ​
ນີວາ ​ເພື່ອ​ພິຈາລະນາ​ຮ່າງ​ຍັດຕິສະບັບນຶ່ງ​ປະນາມ​ຊີ​ເຣຍ.

ໃນ​ການ​ພົບ​ປະກັນ​ໃນ​ວັນ​ອັງຄານມື້ນີ້ ສະພາ​ປົກຄອງ​ດັ່ງກ່າວ​ຄາດ​ວ່າຈະ​ໃຫ້ການ​ສະໜັບ
ສະໜຸນ​ຕໍ່​ຮ່າງ​ຍັດ​ຕິ​ສະບັບ​ນຶ່ງທີ່​ກ່າວ​ຫາ​ຊີ​ເຣຍວ່າ ທໍາ​ການລະ​ເມີດສິດທິ​ມະນຸດ​ຢ່າງ​ແຜ່
​ຫລາຍ ພ້ອມ​ທັງ​ການ​ປະ​ຫັດ​ປະຫານ​ພວກ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດຖະບານ​ແລະ​ການ​ຊົ​ມ
​ໃຊ້​ພວກອາວຸດ​ໝັກ​ຕ່າງໆ​ໃນ​ຂົງ​ເຂດ​ທີ່​ພວກ​ທີ່​ພວກ​ຊາວບ້ານ​ຊາວ​ເມືອງ​ອາ​ໄສ​ຢູ່.

ຮ່າງ​ຍັດຕິ​ດັ່ງກ່າວ​ຍັງ​ຈະ​ຮຽກຮ້ອງ​ໃຫ້​ຊີ​ເຣຍອະນຸມັດ​ໃຫ້​ພວກ​ອົງການ​ຊ່ອຍ​ເຫລືອ​ໃນ​ດ້ານ
ມະນຸດສະ​ທໍາ​ຕ່າງໆ​ເຂົ້າ​ໄປ​ສົ່ງ​ເຂົ້າປາ​ອາຫານ​ແລະເຄື່ອງ​ຢຸກຢາ​ປົວ​ພະຍາດ ພ້ອມ​ທັງ​ນໍ້າ
ມັນ​ແລະ​ເຄື່ອງ​ສະບຽງ​ທີ່​ຈໍາ​ເປັນຕ່າງໆ​ໃນ​ຂົງ​ເຂດ​ທີ່​ໄດ້​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ນັ້ນ.

Qatar, Saudi Arabia, Kuwait ​ແລະ​ເຕີ​ກກີ ຊຶ່ງ​ທັງ​ໝົດ​ໄດ້​ຊ່ອຍໃນ​ການ​ຮ່າງ​ຍັດຕິ​
ສະບັບນີ້ ຮຽກຮ້ອງ​ໃຫ້​ມີ​ການ​ປະຊຸມ​ກັນ​ດ່ວນ.

ຄະນະ​ກໍາມະການ​ສະພາກາ​ແດງ​ລະຫວ່າງ​ຊາດ ​ໄດ້​ທໍາ​ການ​ເຈລະຈາກັບ​ລັດຖະບານ​ຊີ​ເຣຍ
ແລະ​ພວກ​ກະບົດ​ມາ​ເປັນ​ເວລາ​ຫລາຍ​ມື້​ເພື່ອ​ພະຍາຍາມ​ປະກັນ​ຄວາມ​ປອດ​ໄພ​ໃນ​ທົ່ວ​ເຂດ
Baba Amr ຊຶ່ງ​ເປັນຄຸຸ້ມທີ່​ມີ​ການ​ໂຈມ​ຕີ​ກັນ​ຢ່າງ​ໜັກ​ຂອງ​ເມືອງ Homs ທີ່​ຖືກ​ກໍາລັງຂອງ​
ລັດຖະບານ​ປິດ​ລ້ອມ​ມາ​ໃນ​ຫວ່າງ​ບໍ່​ເທົ່າ​ໃດສັບປະດາ​ຜ່ານ​ມາ​ນີ້. ​ໂຄສົກປະ​ຈໍາ​ຄະນະ​ກໍາ
ມະການ​ສະພາກາ​ແດງ​ລະຫວ່າງ​ຊາດ​ຫລື ICRCທີ່​ນະຄອນ​ເຈ​ນ​ີວາ ກ່າວ​ວ່າ ພວກ​ລົດ
ໂຮງໝໍຂອງສະພາສ້ຽວ​ແດງອາຣັບ ​ໄດ້ແລ່ນ​ເຂົ້າ​ໄປ​ໃນ​ຄຸ້ມ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ
ພວກກະບົດໃນ​ວັນ​ຈັນ​ວານ​ນີ້ ​ແລະ​ສາມາດ​ຍົກຍ້າຍ​ຊາວ​ຊີ​ເຣຍ 3 ຄົນທີ່​ໄດ້​ຮັບ​ບາດ​ເຈັບ
ອອກ​ມາ​ໄດ້.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ແຈ້ງ​ໃຫ້​ຊາບ​ວ່າ ກໍາລັງ​ຂອງລັດຖະບານ​ຊີ​ເຣຍ​ໄດ້
ຟື້ນການ​ລະດົມ​ຍິງ​ປືນ​ໃຫຍ່​ຄືນ​ອີກ​ໃສ່​ຄຸ້ມ BabaAmr ​ໃນ​ວັນ​ອັງຄານ​ມື້​ນີ້.

ບັນດາ​ນັກ​ເຄື່ອນ​ໄຫວ​ໃນ​ທ້ອງ​ຖິ່ນ ກ່າວ​ວ່າ ປະຊາຊົນ​ຫລາຍ​ຄົນ​ຂາດນໍ້າ​ດື່ມ ພ້ອມ​ທັງ​
ຂາ​ດເຂົ້າປາ​ອາຫານ​ແລະ​ສະບຽງ​ຢຸກຢາ ຫລັງ​ຈາກຖືກ​ລະ​ເບີດ​ໂຈມ​ຕີ​ໃນ​ແຕ່​ລະ​ມື້ໆ​ມາ​
ໄດ້​ຫລາຍສັບປະດາ​ແລ້ວໃນ​ຄຸ້ມBaba Amr ນັ້ນ.

ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ ​ແຫ​ລ່ງຂ່າວ​ເວົ້າ​ວ່າ ນາຍ Paul Conroy ນັກ​ຖ່າຍ​ພາບ
ອັງກິດ ທີ່​ເຮັດ​ວຽກ​ນໍາ​ໜັງສືພິມ Sunday Times ​ໄດ້​ເອົາ​ໂຕ​ລອດ​ ອອກ​ຈາກ​ເມືອງ
Homes ມາ​ຮອດ​ເລ​ບາ​ນອນ​ແລ້ວ. ຜູ້ກ່ຽວ​ໄດ້​ຮັບ​ບາດ​ເຈັບ​ໃນ​ສັບປະດາ​ຜ່ານ​ມາ​ໃນ​ລະ
ຫວ່າງ​ການ​ໂຈມ​ຕີ​ທີ່​ໄດ້​ສັງຫານ​ນາງ Marie Colvin ນັກ​ຂ່າວ​ປະ​ຈໍາ​ໜັງສືພິມ Sunday
Times ​ແລະນາຍ Remi Ochlik ນັກ​ຖ່າຍ​ພາບ​ຝຣັ່ງນັ້ນ.

XS
SM
MD
LG