ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະບານເທີ​ກີ​ ​ຫາລືກັນ ເລື້ອງການ​ຕອບ​ໂຕ້​ຄືນ ຕໍ່ຊີເຣຍ (ວີດີໂອ)


ບໍລິເວນທະເລເມດີເທີເຣນຽນ ທີ່ທາງຊິເຣຍຍິງ ເຮືອບິນເທີກີ ຕົກ
ບໍລິເວນທະເລເມດີເທີເຣນຽນ ທີ່ທາງຊິເຣຍຍິງ ເຮືອບິນເທີກີ ຕົກ

ຄະນະລັດຖະບານ​ເທີ​ກີ ກໍາລັງປະຊຸມ​ກັນ​ ກ່ຽວ​ກັບ​ເລື້ອງ​ທີ່ຊີ​ເຣຍໄດ້​ຍິງ​ເຮືອບິນ​ລົບ​ຂອງ
ຕົນຕົກ​ໃນ​ອາທິດ​ທີ່​ແລ້ວ​ນີ້ ​ໃນ​ຂະ​ນະທີ່​ບັນດາ​ນັກ​ການ​ທູດຕາ​ເວັນ​ຕົກ ສືບ​ຕໍ່ປະນາມ​
ການ​ໂຈມ​ຕີ​ດັ່ງກ່າວ. ການປະຊຸມ​ກັນຂອງລັດຖະບານເທີ​ກີ ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ມີ​ຂຶ້ນນຶ່ງ​
ມື້ ກ່ອນ​ຄະນະນັກ​ການ​ທູດ​ຂອງເນ​ໂຕ້ ມີ​ກໍານົດ​ຈະປຶກສາ​ຫາລືກັນ ຕາມ​ຄໍາ​ຮ້ອງຂໍຂອງ
ເທີ​ກີ ພາຍ​ໃຕ້ສົນ​ທິສັນຍາ​ກໍ່​ຕັ້ງຂອງກຸ່ມ​ພັນທະ​ມິດັ່ງກ່າວ ​ທີ່ບົ່ງ​ວ່າ​ທຸກ​ປະ​ເທດ​ສມາຊິກ
​ຈະຕ້ອງ​ຊ່ວຍ​ປົກ​ປ້ອງຄວາມ​ໝັ້ນຄົງ​ປອດ​ໄພ​ແລະເຂດນໍ້າແດນ​ດິນ​ຂອງກັນ​ແລະ​ກັນ.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ບັນດາ​ລັດຖະມົນຕີຕ່າງປະ​ເທດ​ຂອງສະຫະພາບຢູ​ໂຣບ ກໍ​ໄ​ດ້ພົບ
​ປະກັນ ທີ່ Luxembourg ບ່ອນ​ທີ່ຫົວໜ້າ​ຝ່າຍ​ນະ​ໂຍບາຍ​ຂອງ​ອີ​ຢູ ທ່ານ​ນາງ Catherine
Ashton ກ່າວ​ວ່າ ທ່ານ​ນາງຄາດວ່າ​ ຈະ​ມີ​ການ​ປຶກສາ​ຫາລື​ຢ່າງ​ໃຫຍ່​ ກ່ຽວ​ກັບ​ການ​ໂຈມ​ຕີ​
ຄັ້ງ​ນີ້ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ:

“ພວກ​ເຮົາ​ແມ່ນ​ມີ​ຄວາມ​ເປັນ​ຫ່ວ​ງກັນ​ວົນຫລາຍ ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ ​ແລະ​ເປັນ​
ຫ່ວງ​ຫລາຍ ນໍາ​ຄອບຄົວ​ຂອງ​ພວກ​ນັກ​ບິນ 2 ຄົນ ທີ່​ຫາຍ​ສາບ​ສູນ​ນັ້ນ ​ແຕ່​ກໍ​ແນ່ນອນວ່າ
ພວກ​ເຮົາ​ຈະ​ພະຍາຍາມ​ຊຸກຍູ້​ໃຫ້ທາງເທີ​ກີ​ ​ໃຊ້​ຄວາມ​ຍັບ​ຍັ້ງຊັ່ງ​ໃຈໃນ​ການ​ຕອບ​ໂຕ້​ຄືນ​ນັ້ນ.”

ທາງ​ກະຊວງການ​ຕ່າງປະ​ເທດ​ຂອງຈີນ ກໍ​ໄດ້​ຮຽກຮ້ອງໃຫ້ມີການຍັບ​ຍັ້ງ​ຊັ່ງ​ໃຈຄ້າຍໆ​ກັນ​ນີ້.

ລັດຖະມົນຕີການ​ຕ່າງປະ​ເທດອັງກິດ ທ່ານ William Hague ກ່າວວ່າ ທ່ານປະນາມຢ່າງ​ເດັດ
ດ່ຽວ ຕໍ່ເຫດການທີ່ໄດ້ເກີດຂຶ້ນໃນວັນສຸກຜ່ານ​ມາ​ນັ້ນ ​ແລະວ່າ ນັ້ນບໍ່ແມ່ນການຫັນປ່ຽນ​ໂດຍ​
ພື້ນຖານ ສະຖານະການໃນຊີເຣຍ​ແຕ່​ຢ່າງ​ໃດ. ທ່ານ​ກ່າວ​ຕື່ມ​ວ່າ ມັນ​ເປັນ​ການ​ສໍາຄັນ​ທີ່​ສະຫະ
ພາບ​ຢູ​ໂຣບ ຈະ​ຕ້ອງ ​ເພິ່ມທະວີ​ຄວາມ​ກົດ​ດັນ​ໃສ່​ລັດຖະບານ​ຂອງ​ທ່ານ Assad.

XS
SM
MD
LG