ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີກ່າວວ່າ ເຮືອບິນລົບຂອງຕົນ ຖືກຍິງຕົກ ໃນເຂດນ່ານຟ້າສາກົນ


ເຮືອບິນລົບຂອງເທີກີ ຊະນິດທີ່ຖືກຍິງຕົກ
ເຮືອບິນລົບຂອງເທີກີ ຊະນິດທີ່ຖືກຍິງຕົກ

ລັດ​ຖະມົນຕີ​ຕ່າງປະ​ເທດ​ເທີ​ກີ ກ່າວ​ວ່າ ຊີ​ເຣຍ​ໄດ້​ຍິງຍົນ​ລົບ​ລໍາ​ນຶ່ງ​ຂອງ​ຕົນ ຕົກ ​ໃນ​ຂະນະ​ທີ່ເຮືອ​ບິນ​ນັ້ນ ​ກໍາລັງ​ບິນຢູ່​ເຂດ​ນ່ານຟ້າ​ສາກົນ.

ລັດຖະມົນຕີ Ahmet Davutoglu ບອກ​ໂທລະພາບຊ່ອງ TRT ຂອງ ​ລັດ ໃນວັນ​ອາທິດ​ມື້​ນີ້​ວ່າ​ ພວກນັກ​ບິນ​ກໍາລັງ​ບິນ​ທົດ​ລອງ​ສະມັດຖະ​ພາບ​ເຣດາ​ຂອງເຮືອບິນ​ຢູ່ ​ເວລາ​ຖືກ​ຍິງ​ຕົກ​ເມື່ອວັນ​ສຸກ​ຜ່ານ​ມາ​ນີ້​ ຢູ່​ໃນເໜືອ ​ທະ​ເລ Miditerranean. ກະຊວງ​ຕ່າງປະ​ເທດ​ເທີ​ກີ​ກ່າວ​ວ່າ ​ເຮືອ​ບິນ​ລົບ ລໍາ​ນີ້​ໄດ້ບິນ​ລ່ວງ​ລໍ້າ​ເຂົ້າ​ໄປ ​ໃນ​ເຂດ​ນ່ານຟ້າ​ຂອງ​ຊີ​ເຣຍ​ເປັນ​ເວລາ​ສັ້ນໆ ​ແຕ່​ກໍ​ໄດ້​ບິນ​ໜີອອກ​ຈາກ​ເ​ຂດນັ້ນ ​ປະມານ 15 ນາທີ​ ກ່ອນ​ຈະ​ຖືກ​ຍິງ​ຕົກ.

ກຸ່ມພັນທະມິດເນໂຕ້ ກ່າວວ່າ ຜູ້ແທນຂອງຕົນຄະນະນຶ່ງຈະພົບປະກັບ ເຈົ້າໜ້າທີ່ເທີກີ ໃນມື້ວັນອັງຄານ ເພື່ອຫາລືກັນກ່ຽວກັບເລື່ອງນີ້ ແລະວ່າ ເທີກີເປັນຝ່າຍຮ້ອງຂໍການປຶກສາຫາລືນີ້.

​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ Abdullah Gul ປະທານາທິບໍດີ​ເທີ​ກີ ກ່າວ​ວ່າ ​ເຮືອບິນ​ລົບ​ລໍາ​ນັ້ນ​ອາດ​ໄດ້​ລ່ວງ​ລໍ້າ​ເຂົ້າ​ໄປ​ໃນ​ເຂດ​ນ່ານຟ້າ​ຂອງ​ຊີ​ເຣຍແທ້ ​ແຕ່​ມັນ​ກໍ​ເປັນ​ເລຶ່ອງປົກກະຕິ​ສໍາລັບ​ເຮືອບິນ​ລົບ​ທີ່​ບິນ​ໃນ​ຄວາມ​ໄວ​ສູງ​ ຈະ​ບິນຂ້າມເຂດ​ນ່ານຟ້າ​ເຂົ້າໄປໃນ​ປະ​ເທດອື່ນ ເປັນເວລາ​ສັ້ນໆ​.

ອິຣ່ານ​ໄດ້​ຮຽກຮ້ອງ​ໃຫ້​ຊີ​ເຣຍ ​ແລະ​ເທີ​ກີ ຈົ່ງພາກັນມີ​ຄວາມ​ຍັບ​ຍັ້ງ​ຊັ່ງ​ໃຈ ລຸນຫຼັງເຫດການ​ຍິງ​ເຮືອບິນ​ລົບ​ດັ່ງ​ກ່າວ​ຕົກນັ້ນ. ທ່ານ Ali Akbar Salehi ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ​ໄດ້​ໂທລະສັບ​ໂອ້​ລົມ​ກັນ​ກັບ ທ່ານ Davutoglu ຄູ່​ຕໍາ​ແໜ່​ງ​ເທີ​ກີ​ຂອງ​ທ່ານ ໃນວັນເສົາວານນີ້ ເພື່ອ​ຮຽກຮ້ອງ​ໃຫ້​ແກ້​ໄຂ​ບັນຫາ​ກັນ​ຢ່າງ​ສັນຕິ.

ອິຣ່ານ​ແມ່ນ​ໄດ້​ສະໜັບສະໜຸນ​ທ່ານ Bashar al-Assad ປະທານາທິບໍດີ ຊີ​ເຣຍຕະຫຼອດມາ ນັບ​ຕັ້ງ​ແຕ່​ເກີດ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ທີ່ແຜ່ ລາມ​ໄປ​ທົ່ວປະ​ເທດ​ເມື່ອ​ປີຜ່ານມາ ​ຈົນ​ໄດ້​ກາຍ​ເປັນ​ການ​ລຸກ​ຮືເຖິງ​ຂັ້ນ​ສູ້​ລົບກັນ.

ຊີ​ເຣຍຮັບ​ຮູ້​ວ່າ​ຕົນ​ໄດ້​ຍິງ​ເຮືອ​ບິນ​ລໍານັ້ນ​ຕົກ​ແທ້ ແລະ​ກ່າວ​ວ່າ ຍ້ອນມັນໄດ້​ລ່ວງ​ລໍ້າ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຕົນ. ບັນດາ​ເຈົ້າໜ້າ​ທີ່​ຊີ​ເຣຍກ່າວ​ວ່າ ຕົນ​ໄດ້​ຍິງ​ເຮືອບິນ​ລົບ ຢ່າງຖືກຕ້ອງ​ຕາມ​ກົດໝາຍ​ທີ່​ບົ່ງ​ໄວ້ກ່ຽວ​ກັບ​ສະຖານະ​ການ ​ແບບ​ນັ້ນ.

ຂະນະ​ນີ້ ກອງທັບ​ຊີ​ເຣຍ ​ແລະ​ເທີ​ກີ ກໍາລັງ​ປະຕິບັດ​ງານ​ຮ່ວມ​ກັນ​ເພື່ອ​ຄົ້ນ ຫາ​ນັກ​ບິນເທີ​ກີ​ສອງ​ຄົນ ​ທີ່​ຫາຍ​ສາບ​ສູນ​ນັ້ນ​ຢູ່.

XS
SM
MD
LG