ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວວ່າ ຣັດເຊຍຕ້ອງສະແດງ ຄວາມສາມາດໃນການຢຸດຍິງ ໃນຊີເຣຍ


ຄວັນໄຟພຸ້ງຂຶ້ນຈາກຄຸ້ມ Saif Al Dawla ໃນເມືອງ Aleppo ປະເທດຊີເຣຍ.
ຄວັນໄຟພຸ້ງຂຶ້ນຈາກຄຸ້ມ Saif Al Dawla ໃນເມືອງ Aleppo ປະເທດຊີເຣຍ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະຫະລັດ ຄົນ​ນຶ່ງ​ກ່າວ​ວ່າ ມັນ​ຂຶ້ນຢູ່​ກັບຣັດ​ເຊຍ ທີ່​ຈະ​ສະ​ແດງ​ອອກເຖິງແຜນການ​ຢຸດ​ຍິງ​ໃນ​ຊີ​ເຣຍ ທີ່ຍັງ​ສາມາດທີ່​ຈະປະຕິບັດ​ໄດ້ຢູ່.

​ເຈົ້າ​ໜ້າ​ທີ່ທ່ານນັ້ນ​ກ່າວ​ວ່າ ກອງ​ປະຊຸມ​ລະດັບ​ສູງ​ໄດ້​ວາງ​ແຜນ​ກັບຣັດ​ເຊຍໄວ້ “​ເພື່ອ​ພະຍາຍາມເຂົ້າໃຈ​ເຂົາ​ເຈົ້າ ກ່ຽວ​ກັບ​ວ່າ​ເຂົ້າ​ເຈົ້າຄິດ​ຢ່າງ​ໃດ​ທີ່​ເລື້ອງ​ນີ້​ ວ່າຈະມີທາງອອກ ແບບໃດ.” ການ​ປຶກສາ​ຍັງ​ດຳ​ເນີນ​ໄປຢູ່​ກັບ​ບັນດາຂະ​ບວນ ຈາກ 19 ປະ​ເທດ​ສາກົນ ທີ່​ເປັນ​ກຸ່ມ​ຊີ​ເຣຍສະໜັບສະໜູນ ​ຕະຫລອດທັງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຫລື ISSG ນຳ.

ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ທ່ານ Jean-Marc Ayrault ຜູ້​ທີ່ມີ​ກຳນົດເຂົ້າ​ຮ່ວມ​ປະ​ຊຸ່ມ ISSG ວັນ​ອັງ​ຄານມື້​ນີ້ ກ່າວວ່າມີແຕ່ ​ການ​ຕົກລົງ​ເຫັນ​ດີ​ຢຸດ​ຍິງ ສະຫະລັດ ຣັດ​ເຊຍ ​ເທົ່ານັ້ນ “ໃຫ້ຄວາມ​ຫວັງ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງນີ້.”

ລັດຖະທົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດຣັດເຊັຍ ທ່ານ Sergey Lavrov.
ລັດຖະທົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດຣັດເຊັຍ ທ່ານ Sergey Lavrov.

ການ​ຢຸດ​ຍິງນີ້ ໝາຍ​ເຖິງ​ການ​ຢຸດ​ສູ້​ລົບກັນລະຫວ່າງ ລັດຖະບານ​ຊີ​ເຣຍ ​ກັບກຸ່ມ​ຕໍ່ຕ້ານ​ລັດຖະບານ ຈຳກັດ​ການ​ຖີ້ມລະ​ເບີດ​ຈາກ​ຊີ​ເຣຍ ​ທີ່​ໄດ້​ຖືກ​ຕິຕຽນ​ວ່າ​ເຮັດ​ໃຫ້​ພົນລະ​ເຮືອນເສຍ​ຊີວິດ ​ແລະ​ອະນຸຍາດ​ໃຫ້​ນຳ​ສົ່ງ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ. ​ແຕ່​ອີງ​ຕາມ​ຂໍ້​ຕົກລົງ​ຕອນ​ຕົ້ນ ທັງ​ສອງ​ຝ່າຍ​ໄດ້​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ​ຝ່າຝືນ ​ແລະ​ຂໍ້​ຕົກລົງ​ສ່ວນ​ໃຫຍ່​ໄດ້​ລົ້ມ​ແຫລວ​ຫລັງ​ຈາກ​ນຶ່ງ​ອາທິດ.

​ໃນ​ວັນ​ຈັນ​ວານ​ນີ້ ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ຮ່ວມ​ຂະບວນຊ່ວຍ​ເຫລືອ ກັບ​ສະພາ ກາ​ແດງ ​ແລະສະພາກາ​ແດງ​ອາຣັບ Red Crescent ​ໄດ້​ຖືກ​ຖີ້ມລະ​ເບີດ​ໃສ່​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Aleppo.

​ທ່ານ Benoit Carpenter ໂຄສົກ ສະຫະພັນ​ສະພາກາ​ແດງ​ສາກົນ ​ແລະ​ສະພາ​ກາ​ແດງ ປະຊາ​ຄົ​ມ Crescent ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ນະຄອນ Geneva ໄດ້​ຢືນຢັນ​ວ່າເຈົ້າ​ໜ້າ​ທີ່​ຊ່ວຍ​ເຫລືອ​ຄົນ​ນຶ່ງ ​ແລະ​ພົນລະ​ເຮືອນ​ຈຳນວນ​ນຶ່ງ​ ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີ ທີ່​ໄດ້​ທຳລາຍ​ລົດ​ຂົນ​ສົ່ງ ​ແລະ​ບ່ອນ​ເກັບ​ເຄື່ອງ​ແຫ່ງ​ນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG