ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ເລີ້ມຄືນອີກ ທີ່ນະຄອນ ເຈນີວາ (ສະໄລດ໌/ວີດີໂອ)


syria
please wait
Embed

No media source currently available

0:00 0:00:23 0:00
ບັນດາ​ຜູ້​ຕາງໜ້າ​ລັດຖະບານ​ຊີ​ເຣຍ ​ແລະ​ພຂວກຕໍ່ຕ້ານທີ່​ໄດ້ຮັບ
ການໜຸນຫຼັງ​ຈາກ ປະເທດຕາ​ເວັນ​ຕົກໄດ້​ເຂົ້າ​ປະຊຸມຮ່ວມກັນ
ເປັນເທຶ່ອທໍາ​ອິດແບບບໍ່ເຄີຍມີມາກ່ອນ ທີ່ແນ​ໃສ່​ເພື່ອແກ້​ໄຂ​ບັນ
ຫາສົງຄາມ​ກາງ​ເມືອງ​ ທີ່​ມີ​ມາ​ໄດ້​ເກືອບ​ສາມ​ປີ​ແລ້ວນັ້ນ.

ສະຫະ​ປະຊາ​ຊາດ ​ໄດ້​ໃຫ້ການຢືນຢັນໃນ​ວັນ​ເສົາ​ມື້​ນີ້​ວ່າ ທັງ
​ສອງ​ຝ່າຍ​ໄດ້​ນັ່ງ​ລົງ “​ຢູ່ໃນ​ຫ້ອງ​ດຽວ​ກັນ” ​ພ້ອມດ້ວຍຜູ້ຕາງໜ້າ
ຮ່ວມ​ພິ​ເສດ ຢູ່ທີ່ຫ້ອງການສະຫະ​ປະ ຊາ​ຊາດ ​ໃນ​ນະຄອນ
​ Geneva.

ລັດຖະບານ​ຊີ​ເຣຍ ຂົ່ມຂູ່​ວ່າ ຈະ​ຢ່າງ​ອອກ​ຈາກກອງ​ປະຊຸມ​ສັນຕິ
ພາບ ກັບ​ພວກ ຕໍ່ຕ້ານ ຖ້າ​ທັງ​ສອງ​ຝ່າຍຫາກຍັງ​ບໍ່​ເລີ້ມ​ໃນອັນ​ທີ່​ຮ້ອງ​ວ່າ “​ເປັນ​ການ​ປະຊຸມ
ທີ່​ຈິງ​ຈັງ” ​ໃນ​ວັນ​ເສົາ​ມື້​ນີ້. ພວກຕໍ່ຕ້ານລັດຖະບານກ່າວ​ວ່າ ຕົນ​ຈະ​ບໍ່​ເຈລະຈາ​ໂດຍ​ກົງ​ກັບ
ລັດຖະບານ​ຊີ​ເຣຍ ນອກຈາກວ່າລັດຖະບານຊີເຣຍ ຕົກລົງທີ່ຈະຫາລືກັນ​ກ່ຽວກັບການ​ລາ​ອອກ​ຈາກ​ຕໍາ​ແໜ່​ງຂອງປະທານາທິບໍດີ Bashar al-Assad.



ກຸງ Damascus ​ໄດ້​ປະຕິ​ເສດ ໂດຍກ່າວ​ຫາ​ພວກຕໍ່ຕ້ານວ່າ ໃຫ້ການສະໜັບສະໜຸນການ
​ກໍ່​ການຮ້າຍ.

ກ່ອນໜ້ານີ້ ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້ເພີ້​ມທະວີ​ ການ​ຕິ
ຕຽນຕໍ່​ທ່ານ Assad ​ໂດຍ​ຮ້ອງ​ທ່ານ​ວ່າ “ຄົນ​ຜູ້​ດຽວທີ່​ເປັນ​ຫົວໜ້າໃນ​ການ​ກໍ່​ການ​ຮ້າຍ” ທີ່
ບໍ່​ມີ​ທາງ ​ຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຢ່າງຖືກຕ້ອງຕາມກົດໝາຍຄືນອີກ ເພື່ອໃຫ້ປະ​
ເທດ​ຂອງ​ທ່ານ ກັບ​ເຂົ້າຄືນ​ເປັນອັນນຶ່ງອັນດຽວກັນ.

ໃນການຖະແຫຼງ​ທີ່ກອງ​ປະ​ຊຸມ​ເສດຖະກິດ​ໂລກ​ໃນ​ວັນ​ສຸກ​ວານ​ນີ້ທີ່​ເມືອງ Davos ປະ​ເທດ Switzerland ນັ້ນ ທ່ານ Kerry ກ່າວ​ວ່າ ຖ້າ​ຫາກ​ເປົ້າ​ໝາຍ ແມ່ນເພື່ອ​ໃຫ້​ມີ​ສັນ​ຕິ​ພາບ​ໃນ
ຊີ​ເຣຍແລ້ວທ່ານ Assad ຕ້ອງ​ໄດ້​ລາ​ອອກ​ ຈາກ​ຕໍາ​ແໜ່​ງ ​ເພາະວ່າ ພວກຕໍ່ຕ້ານຈະ​ບໍ່ຍຸຕິ ການສູ້​ລົບ ​ໃນ​ຂະນະ​ທີ່​ທ່ານຍັງ​ກໍາ​ອໍານາດ​ຢູ່. ທ່ານ​ກ່າວຕື່ມ​ວ່າ ປະທາ​ນາ​ທິບໍດີ ທີ່​ພວມດີ້ນ
ຮົນຕໍ່ສູ້ຢູ່ນັ້ນ ​ໄດ້​ນຳເອົາ “ຄວາມຫາຍານະ” ​ມາສູ່​ປະຊາຊົນ​ຊີເຣຍ ວາງລະ​ເບີດ ​ແລະ “ໃຊ້​ແກັສພິດ​ສັງຫານປະຊາຊົນຂອງຕົນ​ເອງ​ ໃຫ້ເສຍຊີວິດ ໃນ​ຕອນ​ກາງຄືນ.”

syria
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG