ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊີເຣຍ ທັງສອງຝ່າຍ ເຂົ້າຮ່ວມ ການເຈລະຈາ ສັນຕິພາບ ແບບເຊິ່ງໜ້າ (ສະ​ໄລ​ດ໌/ວີດີໂອ)


ໂຄສົກ ແນວໂຮມແຫ່ງຊາດ ຊີເຣຍ ທ່ານ Louay Safi (ຂວາ) ແລະຜູ້ຕາງໜ້າຝ່າຍຄ້ານ ທ່ານ Abdel Hamid Stayfo (ຊ້າຍ)
ໂຄສົກ ແນວໂຮມແຫ່ງຊາດ ຊີເຣຍ ທ່ານ Louay Safi (ຂວາ) ແລະຜູ້ຕາງໜ້າຝ່າຍຄ້ານ ທ່ານ Abdel Hamid Stayfo (ຊ້າຍ)
ທູດ​ພິ​ເສດ ສະຫະ​ປະຊາ​ຊາດ ແລະສັນນິບາດອາຣັບ ທ່ານ
Lakhdar Brahimi ຈັດການເຈລະຈາຫາລືແບບຮວມກັນໃນ​
ວັນ​ອັງຄານ​ມື້​ນີ້ ​ກັບ​ບັນດາ​ຜູ້​ຕາງໜ້າ ຂອງ​ລັດຖະບານຊີເຣຍ
​ແລະພວກຕໍ່ຕ້ານປະ​ທາ​ນາ​ທິບໍດີ Bashar al-Assad.

ການ​ປະຊຸ​ມທີ່​ນະ​ຄອນ Geneva ​ມີຂື້ນ​ໃນ​ມື້​ທີ​ສອງຂອງການ
​ເຈລະຈາ​ຮອບ​ໃໝ່ ​ໃນ​ຂະນະ​ທີ່ທ່ານ Brahimi ພະຍາຍາມ
ໃຫ້​ທັງສອງ​ຝ່າຍ ​ເຈລະຈາ​ກັນ ​ເພື່ອຍຸດ ຕິ​ການສູ້ລົບ ​ທີ່​ມີ​ມາ​
ໄດ້​ເກືອບ​ສາມ​ປີ​ແລ້ວ ​ແລະ​ຈັດ​ຕັ້ງ ​ລັດຖະບານໄລຍະ​ຂ້າມ​ຜ່ານ.

ທ່ານ​ໄດ້ພົບປະແບບ​ແຍກ​ກັນ ກັບທັງສອງ​ຝ່າ​ຍໃນ​ວັນ​ຈັນ​ວານ
​ນີ້. ການ​ເຈລະຈາ​ຮອບ​ທໍາ​ອິດໄດ້​ສີ້​ນສຸດ​ລົງໃນເດືອນ​ແລ້ວ​ນີ້ ​ໂດຍ​ບໍ່ມີຄວາມ​ຄືບ​ໜ້າຫຍັງ
ຫຼາຍ.



​ໃນ​ຂະນະ​ດຽວ​ກັນ ບັນດາ​ພະນັກງານ​ຊ່ອຍເຫຼືອດ້ານ​ມະນຸດສະ​ທໍາ ຍັງສືບຕໍ່​ດໍາ​ເນີນ​ຄວາມ​
ພະຍາຍ​າມ ​ເພື່ອໃຫ້ການ​ຊ່ວຍ​ເຫລືອ​ແກ່ພວກ​ພົນລະ​ເຮືອນ ຢູ່​ໃນ​ເມືອງ Homs ທີ່ຖືກປິດ
ລ້ອມແລະໄດ້ຮັບຄວາມເສຍຫາຍຮ້າຍແຮງນັ້ນ.

ລັດຖະບານ​ແລະ​ພວກຕໍ່ຕ້ານ ​ໄດ້​ຕົກລົງ​ກັນ​ຢຸດ​ຍິງ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ​
ທໍາແກ່ພວກທີ່ຢູ່ໃນ​ເມືອງ Homs ໄປ​ຈົນ​ຮອດ​ວັນ​ພຸດມື້​ອື່ນ ​ທີ່​ສະຫະ​ປະຊາ​ຊາດຫວັງ​ວ່າ ຈະ​
ອຳນວຍໃຫ້ມີການສົ່ງປັດໄຈບັນເທົາທຸກ ເຂົ້າ​ໄປ​ໃນເມືອງ​ດັ່ງ​ກ່າວ ​ແລະ​ໃຫ້ພົນລະ​ເຮືອນ​ໃນ
ຈຳນວນເພີ້ມຂຶ້ນໜີອອກ​ມາ. ຫລາຍ​ກວ່າ 800 ຄົນ​ໄດ້​ຖືກ​ຍົກຍ້າຍ​ອອກ​ຈາກ​ເມືອງ ​Homs
ທີ່ພວກກະບົດ​ຄວບຄຸມ ຢູ່ ນັບ​ຕັ້ງ​ແຕ່​ວັນ​ພະຫັດ​ແລ້ວນີ້ເປັນຕົ້ນມາ.

ຫລາຍ​ກວ່າ 130,000 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ອີກ ​ເກົ້າ​ລ້ານ​ຄົນ​ໄດ້​ຖືກ​ບັງຄັບ​ໃຫ້​ຫລົບໜີ​ໄປ
ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​ເກີດບັນຫາ​ຂັດ​ແຍ້ງ​ກັນ ​ໃນ​ປີ 2011.

Syria 2-11-14
please wait
Embed

No media source currently available

0:00 0:00:12 0:00
XS
SM
MD
LG