ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ລົງໂທດຄັ້ງໃໝ່ ຕໍ່ຊີເຣຍ


ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy (ຊ້າຍ) ຈັບມືກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ກ່ອນເຂົ້າຮ່ວມກອງປະຊຸມກ່ຽວກັບລີເບຍ ທີ່ທຳນຽບ Elysee (1 ກັນຍາ 2011)
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy (ຊ້າຍ) ຈັບມືກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ກ່ອນເຂົ້າຮ່ວມກອງປະຊຸມກ່ຽວກັບລີເບຍ ທີ່ທຳນຽບ Elysee (1 ກັນຍາ 2011)

ສະຫະລັດແລະອັງກິດຮຽກຮ້ອງນາໆຊາດທຳການລົງໂທດແບບເຄັ່ງຄັດຄັ້ງໃໝ່ເພື່ອບັງຄັບໃຫ້
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ສະລະອຳນາດລຸນຫຼັງທີ່ປະເທດດັ່ງກ່າວ
ຍັງສືບຕໍ່ປາບປາມພວກປະທ້ວງຕໍ່ຕ້ານລັດຖະບານ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນວັນພະຫັດ
ວານນີ້ວ່າ ປະຊາຄົມໂລກຄວນເພີ່ມທະວີການກົດດັນຕໍ່ທ່ານ Assad ໂດຍແນໃສ່ການສົ່ງ
ອອກນໍ້າມັນ ແລະແກັສທຳມະຊາດຂອງຊີເຣຍ.

ໃນຄຳປາໄສທີ່ກຸງປາຣີນັ້ນລັດຖະມົນຕີການຕ່າງປະເທດສະຫະລັດເວົ້າວ່າການລົງໂທດທີ່ເຄັ່ງ
ຄັດຄັ້ງໃໝ່ ຕໍ່ພາກສ່ວນພະລັງງານຂອງຊີເຣຍ ຈະເຮັດໃຫ້ລັດຖະບານຂາດລາຍໄດ້ສຳລັບນຳ ໄປໃຊ້ໃນການປາບປາມພວກປະທ້ວງນິຍົມປະຊາທິປະໄຕຢ່າງຮຸນແຮງນັ້ນ.

ໃນຕອນເຊົ້າຂອງມື້ວານນີ້ ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague
ກ່າວວ່າ ເຈົ້າໜ້າທີ່ຂອງສະຫະພາບຢູໂຣບພວມກະກຽມທີ່ຈະປຶກສາຫາລື ກ່ຽວກັບການລົງ
ໂທດຕໍ່ພາກສ່ວນນໍ້າມັນຂອງຊີເຣຍ ເພື່ອເປັນການກົດດັນໃຫ້ Damascus ຢຸດເຊົາການ
ປາບປາມຢ່າງຮຸນແຮງ ຕໍ່ພວກຄັດຄ້ານລັດຖະບານ. ທ່ານ Hague ເວົ້າວ່າມີຄວາມຄາດ
ຫວັງວ່າ ການປະຊຸມຂອງພວກເຈົ້າໜ້າທີ່ສະຫະ ພາບຢູໂຣບຢູ່ Poland ໃນທ້າຍອາທິດນີ້
ຈະຕົກລົງກັນ ເພື່ອຫ້າມບໍ່ໃຫ້ສະມາຊິກ 27 ປະເທດຂອງສະຫະພາບຢູໂຣບຊື້ນໍ້າມັນຂອງ
ຊີເຣຍ.

ຂະນະດຽວກັນ Damascus ໄດ້ເຫັນການໂຕນໜີຈາກຖັນແຖວ ຂອງເຈົ້າໜ້າທີ່ຄົນສຳຄັນ
ຜູ້ທຳອິດໄປຮ່ວມກັບພວກຝ່າຍຄ້ານ. ຫົວໜ້າໄອຍະການຂອງແຂວງ Hama ໃນເຂດພາກ
ກາງຂອງຊີເຣຍກ່າວໃນວີດີໂອ ທີ່ນຳອອກເຜີຍແຜ່ໃນຕອນແລງຂອງມື້ວັນພຸດຜ່ານມານີ້ວ່າ
ທ່ານໄດ້ລາອອກ ເພື່ອເປັນການປະທ້ວງ ຕໍ່ການສັງຫານປະຊາຊົນຈຳນວນຫຼາຍຮ້ອຍຄົນ ການຈັບກຸມຄຸມຂັງແລະການກ່າວຫາກ່ຽວກັບການທໍລະມານຂອງກຳລັງຮັກສາຄວາມສະຫງົບ
ຊີເຣຍ.

XS
SM
MD
LG