ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ນາໆຊາດ ປະຊຸມກັນ ຫາທາງແກ້ໄຂ ວິກິດການ ໃນຊີເຣຍ (ສະໄລດ໌)


ທ່ານ Joe Biden ຮອງປະທານາທິບໍດີສະຫະລັດກ່າວຄໍາປາໄສ ກອງປະຊຸມດ້ານຄວາມໝັ້ນຄົງຄັ້ງທີ 49 ທີ່ນະຄອນ ຢູ່ພາກໃຕ້ຂອງເຢຍຣະມັນ ໃນວັນທີ 2 ກຸມພາ 2013.
ທ່ານ Joe Biden ຮອງປະທານາທິບໍດີສະຫະລັດກ່າວຄໍາປາໄສ ກອງປະຊຸມດ້ານຄວາມໝັ້ນຄົງຄັ້ງທີ 49 ທີ່ນະຄອນ ຢູ່ພາກໃຕ້ຂອງເຢຍຣະມັນ ໃນວັນທີ 2 ກຸມພາ 2013.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ມີກຳນົດຈະ
ເຂົ້າຮ່ວມກອງປະຊຸມດ້ານຄວາມໝັ້ນຄົງທີ່ນະຄອນ Munich
ບ່ອນທີ່ຈະມີການສົນທະນາຫາລືກັນ ທີ່ຈະເພັ່ງເລັງໃສ່ວິກິດ
ການໃນຊີເຣຍ.

ກອງປະຊຸມທີ່ຈັດຂຶ້ນໃນວັນເສົາມື້ນີ້ ຢູ່ພາກໃຕ້ຂອງເຢຍຣະມັນ
ແມ່ນແນໃສ່ເພື່ອຟື້ນຟູການດໍາເນີນຄວາມພະຍາຍາມ ຊອກ
ຫາວິທີທາງ ທີ່ ຈະຍຸດຕິສົງຄາມກາງເມືອງ ຢູ່ໃນປະເທດຊີເຣຍ.
ກ່ອນໜ້ານີ້ ຜູ້ນຳ ຝ່າຍຕໍ່ຕ້ານລັດຖະບານຊີເຣຍທ່ານ Moaz
al-Khatib ເວົ້າວ່າ ທ່ານ ຍິນດີທີ່ຈະທໍາການເຈລະຈາກັບລັດຖະບານຂອງປະທານາທິບໍດີ Bashar al-Assad.

ສ່ວນເຈົ້າໜ້າທີ່ຄົນອື່ນໆ ທີ່ມີກໍານົດຈະເຂົ້າຮ່ວມກອງປະຊຸມທີ່ນະຄອນ Munich ລວມມີ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ແລະທູດພິເສດສປຊ ແລະສັນນິບາດຊາດອາຣັບ ຮັບຜິດຊອບກ່ຽວກັບເລື່ອງຊີເຣຍ ທ່ານ Lakhdar Brahimi ຕະຫລອດທັງທ່ານ Khatib ອີກດ້ວຍ.

ຄາດກັນວ່າ ຜູ້ນຳຝ່າຍຕໍ່ຕ້ານລັດຖະບານຊີເຣຍຈະພົບປະກັບທ່ານ Biden ຢູ່ຂ້າງນອກ ຂອງກອງປະຊຸມດັ່ງກ່າວ.

ຮອງປະທານາທິບໍດີສະຫະລັດ ຍັງມີແຜນທີ່ຈະພົບກັບທ່ານ Brahimi ແລະທ່ານ Lavrov ອີກດ້ວຍ. ລັດຖະບານກຸງວໍຊິງຕັນ ແລະກຸງມົສກູ ມີຄວາມເຫັນບໍ່ລົງຮອຍກັນຢ່າງ ໃຫຍ່ຫລວງໃນເລື້ອງຮັບມືກັບວິກິດການຢູ່ໃນຊີເຣຍ.

ສະໄລດ໌ພາບຫລ້າສຸດກ່ຽວກັບຊີເຣຍ:

XS
SM
MD
LG