ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອບິນ ທະຫານ ຣັດເຊຍ ລຳລຽງສະບຽງ ໄປໃຫ້ ຊາວອົບພະຍົບ ໃນຊີເຣຍ


ຮູບການແຈກຢາຍສະບຽງ ໄດ້ຖືກເປີດເຜີຍໂດຍອົງການຂ່າວ ອາຣັບ ຊີເຣຍ ໃນວັນທີ 12 ກັນຍາ 2015. ສະແດງໃຫ້ເຫັນວ່າສະມາຊິກຂອງອົງການວົງເດືອນແດງ ຊີເຣຍ ຂົນຍ້າຍ ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳອອກຈາກ
ເຮືອບິນຂອງ ຣັດເຊຍ ສະໜາມບິນສາກົນ Martyr Bassil al-Assad, ແຂວງ Latakia.
ຮູບການແຈກຢາຍສະບຽງ ໄດ້ຖືກເປີດເຜີຍໂດຍອົງການຂ່າວ ອາຣັບ ຊີເຣຍ ໃນວັນທີ 12 ກັນຍາ 2015. ສະແດງໃຫ້ເຫັນວ່າສະມາຊິກຂອງອົງການວົງເດືອນແດງ ຊີເຣຍ ຂົນຍ້າຍ ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳອອກຈາກ ເຮືອບິນຂອງ ຣັດເຊຍ ສະໜາມບິນສາກົນ Martyr Bassil al-Assad, ແຂວງ Latakia.

​ເຮືອບິນ​ບັນທຸກສອງ​ລຳ​ຂອງ​ທະຫານ​ ຣັດ​ເຊ​ຍ ​ໄດ້ລຳລຽງເຄື່ອງ ຊ່ວ​ຍ​ເຫຼືອດ້ານມະນຸ​ດສະ​ທຳ 80 ​ໂຕ​ນ​ເດີນທາງ​ໄປ​ຮອດ ຊີ​ເຣຍ ​ເພື່ອ​ຕິດ​ຕັ້ງ​ຄ້າຍ​ທີ່​ພັກ​ໃຫ້​ແກ່​ຜູ້​ອົບ​ພະຍົບຫຼາຍ​ກວ່າ 1000 ຄົນ​, ​ໃນ​ຂະນະ​ທີ່​ກຸ່ມ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ​ຂອງ ຊີ​ເຣຍ ​ໄດ້​ວິຈານ​ນະຄອນຫຼວງ ມອສ​ໂກ ວ່າເຂົ້າ​ໄປ​ມີ​ບົດບາດ​ທາງ​ທະຫານ​ຂອງ
​ປະ​ເທດ ອາຣັບ.

​ໂຄສົກ​ກະຊວງ​ປ້ອງກັນ​ປະ​ເທດ ຣັດ​ເຊຍ ພົນ​ຕີ Igor Konashenkov ​ໄດ້​ກ່າວ​ໃນ​ວັນເສົາ​ວານ​ນີ້​ວ່າ ​ເຄື່ອງ​ຊ່ວຍ​ເຫຼືອ ດ້ານ​ມະນຸດສະທຳ​ລວມມີ​ວັດຖຸ​ສຳລັບ​ການ​ຕິດ​ຕັ້ງ​ຄ້າຍທີ່​ພັກ.

​ແນວ​ໂຮມແຫ່ງ​ຊາດ​ຂອງ ຊີ​ເຣຍ, ​ເປັນ​ກຸ່ມ​ເຄືອ​ຂ່າຍ​ໜຶ່ງ​ທີ່​ຕໍ່ສູ້​ເພື່ອ​ຂັບ​ໄລ່​ປະ​ທາ​ນາ​ທິບໍດີ Bashar al-Assad, ​ໄດ້​ກ່າວ​ປະນາມ​ການ​ຊ່ວຍ​ເຫຼືອ​ຂອງ ຣັດ​ເຊຍ, ​ໂດຍ​ອະທິບາຍວ່າມັນ ເປັນ​ຄວາມ​ປະພຶດ​ແບບ ​ເປັນ​ປໍ​ລະ​ປັກແລະ “ການ​ແຊກແຊງ​ທາງ​ການ​ທະຫານ” ໂດຍ​ກົງ.

​ເຈົ້າ​ໜ້າ​ທີ່​ ສະຫະລັດ ຄົນ​ໜຶ່ງໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າການ​ຊ່ວຍ​ເຫຼືອ​ຂອງ ຣັດ​ເຊຍ ​ເມື່ອ​ບໍ່​ດົນ​ມາ​ນີ້​ລວມມີ​ທະຫານ​ເຮືອ 200 ຄົນ ​ແລະ ​ເຮືອນ​ທີ່​ປະກອບ​ເຂົ້າກັນ​ໄດ້ ສຳລັບ​ທະຫານ​ຫຼາຍ​ເຖິງ 1500 ຄົນ.

​ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ກ່າວ​ວ່າ ວັ​ດຖຸການ​ຊ່ວຍ​ເຫຼືອ​ນັ້ນຍັງ​ລວມມີ ປືນ​ໃຫຍ່, ​ເຄື່ອງ​ຄວບ​ຄຸມ​ລູກ​ສອນ​ໄຟນຳ​ວິຖີ​ໄລຍະ​ສັ້ນ ​ແລະ ລົດ​ຫຸ້ມ​ເກາະ​ປະມານ​ສິບ​ກວ່າ​ຄັນນຳ.

XS
SM
MD
LG