ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມຮຸນແຮງ ທີ່ເກີດຂຶ້ນ ລົບກວນ ຂໍ້ຕົກລົງ ຢຸດຍິງ ໃນຊີເຣຍ

ເດັກຜູ້ຊາຍຈູງລົດຖີບ ຢູ່ໃກ້ກັບກອງຖົງຂີ້ຊາຍ ຢູ່ທີ່ເມືອງ al-Rai ໃນແຂວງ Aleppo ທາງພາກເໜືອຂອງ ຊີເຣຍ, ວັນທີ 27 ທັນວາ 2016.
ເດັກຜູ້ຊາຍຈູງລົດຖີບ ຢູ່ໃກ້ກັບກອງຖົງຂີ້ຊາຍ ຢູ່ທີ່ເມືອງ al-Rai ໃນແຂວງ Aleppo ທາງພາກເໜືອຂອງ ຊີເຣຍ, ວັນທີ 27 ທັນວາ 2016.

ລາຍງານຈາກຊີເຣຍ ກ່າວວ່າ ເລີ້ມເກີດການປະທະກັນຢ່າງຮຸນແຮງຫຼາຍຄັ້ງ ພຽງບໍ່ເກີນສອງຊົ່ວໂມງ ຫຼັງຈາກທີ່ການຢຸດຍິງ ທົ່ວປະເທດ ໄດ້ເລີ້ມຕົ້ນຂຶ້ນ ເມື່ອຕອນກາງຄືນ ຕາມເວລາໃນທ້ອງຖິ່ນ ໃນວັນສຸກມື້ນີ້.

ຂໍ້ຕົກລົງ ປະກອບມີ ລັດຖະບານຂອງຊີເຣຍ ແລະ ກຸ່ມພວກກະບົດຈຳນວນໜຶ່ງ ແຕ່ເປັນທີ່ແນ່ນອນ ບໍ່ມີກຸ່ມລັດອິສລາມ. ການຕົກລົງກັນນັ້ນ ໄດ້ມີຂຶ້ນ ຫຼັງຈາກ ການຍຸຕິຕໍ່ສູ້ກັນ ກ່ອນໜ້ານີ້.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ກາງ), ລັດຖະມົນຕີ ການຕ່າງປະເທດ ທ່ານ Sergei Lavrov (ຊ້າຍ), ແລະ ລັດຖະມົນຕີ ປ້ອງກັນປະເທດ ທ່ານ Sergei Shoigu ເຂົ້າຮ່ວມກອງປະຊຸມ ຢູ່ທີ່ວັງ Kremlin ໃນນະຄອນຫຼວງ Moscow, ວັນທີ 29 ທັນວາ 2016.

ກຸ່ມສິ້ງຊອມສິດທິມະນຸດ ຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ໄດ້ກ່າວໃນວັນ
ສຸກມື້ນີ້ ວ່າ ພວກກະບົດຕໍ່ຕ້ານລັດຖະບານ ໄດ້ລະເມີດ ສັນຍາຢຸດຍິງ ໂດຍການຍຶດ ເອົາດິນແດນສ່ວນໜຶ່ງ ໃນແຂວງ Hama.

ແຕ່ທ່ານ Mohammed Rasheed ໂຄສົກ ຂອງກຸ່ມກະບົດ Jaish al-Nasr ໄດ້
ບອກຕໍ່ອົງການຂ່າວ Reuters ວ່າ ກຳລັງລັດຖະບານຊີເຣຍ ໄດ້ລະເມີດ ຂໍ້ຕົກລົງ ດ້ວຍການຍິງປືນໃຫຍ່ໃສ່ພື້ນທີ່ຕ່າງໆ ໃນແຂວງ Idlib ຊຶ່ງຕິດກັບເຂດຊາຍແດນ ຂອງແຂວງ Hama.

ພາບນີ້ ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫານຊີເຣຍ ແລະ ພວກຕິດອາວຸດທີ່ສະໜັບສະໜູນ ລັດຖະບານ ຢູ່ໃນຄຸ້ມ Ansari ທາງທິດຕາເວັນອອກ ຂອງເມືອງ Aleppo, ຊີເຣຍ, ວັນທີ 23 ທັນວາ 2016.
ພາບນີ້ ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫານຊີເຣຍ ແລະ ພວກຕິດອາວຸດທີ່ສະໜັບສະໜູນ ລັດຖະບານ ຢູ່ໃນຄຸ້ມ Ansari ທາງທິດຕາເວັນອອກ ຂອງເມືອງ Aleppo, ຊີເຣຍ, ວັນທີ 23 ທັນວາ 2016.

ສ່ວນຣັດເຊຍ ຊຶ່ງໜູນຫຼັງ ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ແລະ
ເທີກີ ຊຶ່ງສະໜັບສະໜູູນ ພວກກຸ່ມກະບົດ ໄດ້ກ່າວວ່າ ພວກເພິ່ນ ຈະຮັບປະກັນ ຂໍ້
ຕົກລົງ ທີ່ໄດ້ມີຂຶ້ນ ຫຼັງຈາກທີ່ ເທີກີ ຊີເຣຍ ແລະ ຣັດເຊຍ ເມື່ອສັບປະດາແລ້ວນີ້ ໄດ້ ກ່າວວ່າ ພວກເພິ່ນທັງຫຼາຍ ພ້ອມແລ້ວ ທີ່ຈະໄກ່ເກ່ຍ ຂໍ້ຕົກລົງສັນຕິພາບ ໃນສົງຄາມ ທີ່ແກ່ຍາວມາໄດ້ 6 ປີແລ້ວ ນັ້ນ.

ຂໍ້ຕົກລົງຢຸດຍິງນີ້ ຊຶ່ງໄດ້ຄາດກັນວ່າ ຈະຕິດຕາມມາດ້ວຍ ການຟື້ນຄືນໃໝ່ ການເຈ
ລະຈາ ສັນຕິພາບ ໃນເດືອນໜ້າ ຢູ່ທີ່ນະຄອນຫຼວງ ອັສຕານາ ຂອງປະເທດ ກາຊັກສະຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Nationwide Truce in Syria Underway
please wait

No media source currently available

0:00 0:02:24 0:00

XS
SM
MD
LG