ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຄວາມໝັ້ນຄົງ ອົງການ ສປຊ ໄດ້ຮຽກ ກອງປະຊຸມ ສຸກເສີນ ຂຶ້ນ ກ່ຽວກັບ Aleppo

ພາບນີ້ ສະໜອງໂດຍ ກຸ່ມປົກປ້ອງພົນລະເຮືອນຂອງຊີເຣຍ ທີ່ຮູ້ຈັກກັນວ່າ ພວກໝວກຂາວ ຫຼື White Helmets, ສະແດງ
ໃຫ້ເຫັນ ສະມາຊິກ ຂອງກຸ່ມດັ່ງກ່າວນັ້ນ ກວດເບິ່ງ ຕຶກຫຼັງໜຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີ ທາງອາກາດ ຕໍ່ຄຸ້ມ Bustan al-Qasr ຂອງ Aleppo.
ພາບນີ້ ສະໜອງໂດຍ ກຸ່ມປົກປ້ອງພົນລະເຮືອນຂອງຊີເຣຍ ທີ່ຮູ້ຈັກກັນວ່າ ພວກໝວກຂາວ ຫຼື White Helmets, ສະແດງ ໃຫ້ເຫັນ ສະມາຊິກ ຂອງກຸ່ມດັ່ງກ່າວນັ້ນ ກວດເບິ່ງ ຕຶກຫຼັງໜຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີ ທາງອາກາດ ຕໍ່ຄຸ້ມ Bustan al-Qasr ຂອງ Aleppo.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມຮີບດ່ວນ ໃນວັນ ອາທິດວານນີ້ ກ່ຽວກັບ ຄວາມຮຸນແຮງ ທີ່ທະວີຂຶ້ນຢ່າງໃຫຽ່ ຢູ່ໃນເມືອງ Aleppo ເວລາ ເຮືອບິນຮົບອາຍພົ່ນຂອງລັດຖະບານຊີເຣຍ ແລະ ຣັດເຊຍ ໄດ້ຖິ້ມລະເບີດໃສ່ເມືອງ ຢູ່ເຂດພາກຕາເວັນອອກ ຂອງຊີເຣຍ ທີ່ຄວບຄຸມໂດຍກຸ່ມຕໍ່ຕ້ານລັດຖະບານຊີເຣຍນັ້ນ.

ເອກອັກຄະລັດຖະທູດ ອັງກິດ ປະຈຳສະຫະປະຊາຊາດ ທ່ານ Matthew Rycroft ໂອ້ລົມກັບ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power ໃນລະຫວ່າງ ກອງປະຊຸມ ລະດັບສູງ ກ່ຽວກັບ Syria ໂດຍ ະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ສຳນັກງານ ອົງການສະຫະປະຊາຊາດ ໃນນະຄອນ Manhattan, ລັດ New York, ວັນທີ 25 ກັນຍາ 2

ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power ໄດ້ກ່າວຕໍ່ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ວ່າ “ເປັນທີ່ ຊັດແຈ້ງແລ້ວວ່າ ລະບອບຂອງ Assad ເຊື່ອວ່າ ການແກ້ໄຂບັນຫາ ທາງທະຫານ ແມ່ນເປັນພຽງຫົນທາງດຽວເທົ່ານັ້ນ. ລະບອບນັ້ນ ກ່າວວ່າ ຕົນຈະຜາບແພ້ ດ້ວຍກຳ ລັງທະຫານ ໃນທຸກໆຕະລາງນິ້ວ ຂອງຊີເຣຍ. ແລະ ຕົນບໍ່ສົນໃຈເລີຍວ່າ ຈະມີຫຍັງ ຫລົງເຫຼືອຢູ່ຊີເຣຍ ໃນການສະແຫວງຫາການແກ້ໄຂບັນຫາ ດ້ວຍກຳລັງທະຫານ ນັ້ນ.”

ພວກຊາຍສອງຄົນ ກວດສອບ ຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ໃສ່ຄຸ້ມ al-Qaterji ຂອງເມືອງ Aleppo ຂອງຊີເຣຍ ທີ່ຄວບຄຸມໂດຍ ກຸ່ມພວກຕໍ່ຕ້ານລັດຖະບານ ຊີເຣຍ, ວັນທີ 25 ກັນຍາ 2016.
ພວກຊາຍສອງຄົນ ກວດສອບ ຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ໃສ່ຄຸ້ມ al-Qaterji ຂອງເມືອງ Aleppo ຂອງຊີເຣຍ ທີ່ຄວບຄຸມໂດຍ ກຸ່ມພວກຕໍ່ຕ້ານລັດຖະບານ ຊີເຣຍ, ວັນທີ 25 ກັນຍາ 2016.

ສະຫະລັດ ຝຣັ່ງ ແລະ ອັງກິດ ໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມສຸກເສີນຂຶ້ນ ເພື່ອກົດດັນ ຣັດເຊຍ ໃຫ້ຄວບຄຸມ ຊີເຣຍ ທີ່ເປັນພັນທະມິດຂອງຕົນ ແລະ ໃຫ້ຍຸຕິການໂຈມຕີທັງຫຼາຍ ຕໍ່ປະຊາຊົນ 275,000 ຄົນ ທີ່ຕົກຄ້າງຢູ່ໃນເມືອງດັ່ງກ່າວ. ການໂຈມຕີດ້ວຍ ລູກສອນໄຟ ລະເບີດຣົດຖັງ ແລະ ການຍິງປືນໃຫຍ່ ເຫຼົ່ານັ້ນ ໄດ້ທຳລາຍຕຶກອາຄານຕ່າງໆຈົນເພ ພັງໝົດ ເຮັດໃຫ້ຖະໜົນຫົນທາງ ເຕັມດ້ວຍສິ່ງຫັກພັງ ແລະ ກ້ອນຫິນໃຫຍ່ ໄປທົ່ວ. ອົງການສະຫະປະຊາຊາດ ກ່າວວ່າ ປະຊາຊົນ ປະມານ 213 ຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີດັ່ງກ່າວ.

Syria Violence
please wait
Embed

No media source currently available

0:00 0:02:43 0:00

ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ Power ກ່າວວ່າ ການໂຈມຕີທາງອາກາດ ຫຼາຍກວ່າ 150 ຖ້ຽວ ໄດ້ຖະລົ່ມເມືອງດັ່ງກ່າວ ສອງສາມມື້ທີ່ຜ່ານມາ ແລະໄດ້ກ່າວຫາ ຣັດເຊຍ ແລະ ລັດຖະບານຊີເຣຍ ວ່າ ກຳລັງດຳເນີນການ “ບຸກໂຈມຕີ ໝົດທຸກຢ່າງ” ເພື່ອຍຶດຄືນເມືອງ Aleppo.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG