ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

83 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ນະຄອນຫຼວງ ຊີເຣຍ (ສະໄລດ໌)


ສະພາບຄວາມເສຍຫາຍ ໃນເຂດໃຈກາງ ນະຄອນຫຼວງດາມັສກັສ ຫຼັງຈາກເກີດເຫດລະເບີດ (21 ກຸມພາ 2012)
ສະພາບຄວາມເສຍຫາຍ ໃນເຂດໃຈກາງ ນະຄອນຫຼວງດາມັສກັສ ຫຼັງຈາກເກີດເຫດລະເບີດ (21 ກຸມພາ 2012)
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍຊຶ່ງມີຫ້ອງການຕັ້ງຢູ່ປະເທດອັງ
ກິດກ່າວວ່າ ການໂຈມຕີດ້ວຍລະເບີດ ຢ່າງຕໍ່ເນື່ອງຫຼາຍໆຄັ້ງ ໃນ
ນະຄອນຫລວງດາມັສກັສ ໄດ້ສັງຫານຢ່າງໜ້ອຍ 83 ຄົນຮວມທັງ
60 ກວ່າຄົນ ໃກ້ໆສຳນັກງານໃຫຍ່ ຂອງພັກ Ba’ath ຊຶ່ງເປັນພັກ
ລັດຖະບານທີ່ປົກຄອງປະເທດຢູ່ໃນເວລານີ້.

ມີຂ່າວວ່າພວກເຄາະຮ້າຍສ່ວນໃຫຍ່ແມ່ນເປັນພົນລະເຮືອນຮວມ ທັງເດັກນ້ອຍຫຼາຍຄົນຈາກໂຮງຮຽນທີ່ຕັ້ງຢູ່ໃກ້ຄຽງພ້ອມດ້ວຍ 17
ຄົນທີ່ເສຍຊີວິດ ມີລາຍງານວ່າ ເປັນສະມາຊິກຂອງກຳລັງຮັກສາ
ຄວາມສະຫງົບ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວໃນວັນສຸກ ມື້ນີ້ວ່າ ການ
ໂຈມຕີໃນວັນພະຫັດວານນີ້ ແມ່ນຮວມທັງບໍ່ພຽງແຕ່ເຫດລະເບີດ
ທີ່ສຳນັກງານໃຫຍ່ຂອງພັກ Ba’ath ເທົ່ານັ້ນ ແຕ່ຍັງຮວມທັງການໂຈມຕີດ້ວຍລະເບີດລົດຢູ່ ບ່ອນອື່ນອີກ 3 ແຫ່ງ ທີ່ໄດ້ສັງຫານ 22 ຄົນ ຢູ່ຄຸ້ມ Barzeh ທາງກໍ້າເໜືອ ຊຶ່ງເປັນທີ່ຕັ້ງຂອງ ກອງບັນຊາການໃຫຍ່ກຳລັງຮັກສາຄວາມສະຫງົບຂອງປະເທດ. ພວກທີ່ເສຍຊີວິດສ່ວນໃຫຍ່ ແມ່ນທະຫານ.

ການໂຈມຕີເຫຼົ່ານີ້ຊຶ່ງຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກຫຼາຍຮ້ອຍຄົນນັ້ນແມ່ນເຮັດໃຫ້ວານ ນີ້ເປັນມື້ທີ່ນອງເລືອດທີ່ສຸດມື້ນຶ່ງ ໃນນະຄອນຫຼວງຂອງຊີເຣຍ ໃນຮອບເກືອບສອງປີ.

ເຂດໃຈກາງນະຄອນຫລວງດາມັສກັສ ແມ່ນຂ້ອນຂ້າງໄດ້ຮັບການປ້ອງກັນເປັນຢ່າງດີ ຈາກ
ຄວາມຮຸນແຮງທີ່ດຳເນີນມາເປັນເວລາເກືອບສອງປີແລ້ວນັ້ນຢູ່ໃນຊີເຣຍ.

ສື່ມວນຊົນຂອງທາງການຊີເຣຍເອີ້ນເຫດລະເບີດໃນເຂດໃຈກາງນະຄອນຫຼວງດາມັສກັສວ່າ ເປັນການໂຈມຕີດ້ວຍລະເບີດຂອງພວກກໍ່ການຮ້າຍທີ່ເກີດຂຶ້ນຢູ່ໃນເຂດທີ່ມີປະຊາຊົນອາໄສ ຢູ່ຢ່າງໜາແໜ້ນໃກ້ໆຄຸ້ມ al-Mazraa. ລາຍງານຂ່າວຂອງໂທລະພາບສະແດງໃຫ້ເຫັນວ່າ ມີ ຊາກສົບທີ່ເຕັມໄປດ້ວຍເລືອດແລະຖືກເຜົາໄໝ້ຢັ່ງຢາຍຢູ່ຕາມຖະໜົນຫົນທາງ.

ກ່ຽວຂ້ອງກັນ

XS
SM
MD
LG