ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊີເຣຍລົງປະຊາມະຕິ ກ່ຽວກັບ ຮ່າງລັດຖະທໍາມະນູນ ສະບັບໃໝ່


ແມ່ຍິງຊີເຣຍຄົນນຶ່ງສະແດງບັດຂອງນາງໃຫ້ເບິ່ງ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນລະຫວ່າງການລົງປະຊາມະຕິ ກ່ຽວກັບຮ່າງລັດຖະທໍາມະນູນສະບັບໃໝ່,
ວັນທີ 26 ກຸມພາ 2012.
ແມ່ຍິງຊີເຣຍຄົນນຶ່ງສະແດງບັດຂອງນາງໃຫ້ເບິ່ງ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນລະຫວ່າງການລົງປະຊາມະຕິ ກ່ຽວກັບຮ່າງລັດຖະທໍາມະນູນສະບັບໃໝ່, ວັນທີ 26 ກຸມພາ 2012.

ຄວາມ​ຮຸນ​ແຮງ​ລະ​ເບີດ​ຂຶ້ນ​ທີ່​ຊີ​ເຣຍ​ໃນ​ວັນ​ອາທິດ​ມື້​ນີ້ ຂະນະ​ທີ່​ບັນດາໜ່ວຍ​ປ່ອນ​ບັດ​ໄຂ​ຂຶ້ນ
ສໍາລັບການ​ລົງ​ປະຊາ​ມະຕິເພື່ອ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ສະ​ບັບ​ໃໝ່ ທີ່
ເບິ່ງ​ຄື​ວ່າ ຈະ​ອໍາ​ນວ​ຍ​ໃຫ້​ປະທານາທິບໍດີ Bashar al-Assad ທີ່​ກໍາລັງ​ປະ​ເຊີນ​ກັບ​ບັນ
ຫາ​ຕ່າງໆ​ໃນ​ປັດຈຸບັນ​ມີ​ອໍານາດ​ຂຶ້ນ​ຢ່າງ​ຫລວງຫລາຍ​ນັ້ນ.

ໂທລະພາບ​ແຫ່ງ​ລັດ​ຂອງ​ຊີ​ເຣຍ​ໄດ້​ອອກ​ຮູບ​ພາບ​ຈາກ​ໜ່ວຍ​ປ່ອນ​ບັດແຫ່ງ​ຕ່າງໆ​ໃນ​ທົ່ວ
​ປະເທດ​ໃຫ້​ປະຊາຊົນ​ເຫັນ ​ແລະ​ໄດ້​ກ່າວ​ຍ້ອງຍໍ​ການຕັດສິນ​ໃຈ​ຂອງ​ລັດຖະບານ​ທີ່​ຈັດການ
​ລົງປະຊາ​ມະຕິ​ດັ່ງກ່າວ​ຂຶ້ນ​ນີ້. ພວກ​ຕໍາ​ໜິຕິຕຽນ​ໄດ້​ປະນາມ​ການ​ລົງ​ປະຊາ​ມະຕິ​ນີ້​ວ່າ ​ເປັນ
ເລື້ອງ​ຕະຫລົກ ​ໂດຍ​ກ່າວ​ວ່າ ທ່ານ​ອັສສັດ ຈະ​ຕ້ອງ​ສະລະ​ອໍານາດ​ຂອງຕົນ ຫລັງ​ຈາກ
ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ການ​ປົກຄອງ​ປະ​ເທດ​ແບບ​ຜະ​ເດັດການ​ຂອງ​ທ່ານ​ມາ​ໄດ້ 11 ​ເດືອນ
ແລ້ວ​ນັ້ນ.

ປະທານາທິບໍດີ ອັສສັດ ​ໃຫ້​ຄໍາ​ໜັ້ນສັນຍາ​ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິ​ນີ້​ໃນ​ເດືອນ​ມັງກອນ
ຜ່ານ​ມາ ​ໂດຍ​ກ່າວ​ວ່າ ລັດຖະທໍາ​ມະນູນ​ສະບັບໃໝ່​ຈະ​ເພ່ງ​ເລັງ​ໃສ່​ການຈັດ​ຕັ້ງລະ​ບົບການ
ເມືອງ​ທີ່​ມີ​ຫລາຍ​ພັກການເມືອງ​ເຂົ້າ​ຮ່ວມ​ນໍາ.

ໃນ​ວັນ​ອາທິດ​ມື້​ນີ້ ພວກ​ນັກ​ເຄື່ອນ​ໄຫວ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ລະ​ເບີດ​ແຕກ​ຂຶ້ນ​ໃນ​ຄຸ້ມ Baba
Amr ​ໃນ​ໃຈ​ການ​ເມື​ອງ Homs ຊຶ່ງ​ພວກ​ກໍາລັງຂອງ​ທ່ານ​ອັສສັດ ​ໄດ້​ທໍາ​ການຖິ້ມ​ລະ​ເບີດ​
ໂຈມ​ຕີມາ​ໃນ​ຫວ່າງ​ບໍ່​ເທົ່າ​ໃດສັບປະດາ​ຜ່ານ​ມາ.

ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ເຊ່ນ​ກັນ​ວ່າ ມີ​ລະ​ເບີດ​ແຕກ​ຂຶ້ນ​ໃນ​ເມືອງ​ບໍ່​ນໍ້າມັນ Deir Ezzor ​
ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ແລະ​ໃນ​ເມືອງ ຮາ​ມາ ​ໃນ​ພາກ​ກາງຂອງ​ປະ​ເທດ.

ການ​ເຄື່ອນໄຫວ​ຕ່າງໆ​ເຫລົ່າ​ນີ້​ມີ​ຂຶ້ນ​ຫລັງ​ຈາກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Observatory
ຂອງ​ຊີ​ເຣຍ ກ່າວ​ວ່າ ຄວາມ​ວຸ້ນວາຍ​ດັ່ງກ່າວ​ໄດ້​ເອົາຊີວິດ​ປະຊາຊົນ​ໄປ​ປະມານ 100 ຄົນ​
ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ຂອງ​ຝ່າຍ​ລັດຖະບານ​ຕໍ່​ພວກ​ກຸ່ມ​ຄັດຄ້ານ​ລັດ
ຖະບານ​ນັ້ນ.

XS
SM
MD
LG