ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

21 ຄົນ ຖືກສັງຫານ ໃນການໂຈມຕີ ບ່ອນໂຄສະນາ ຫາສຽງ ຂອງທ່ານ Assad (ສະ​ໄລ​ດ໌)


ແຜນທີ່ ປະເທດ ຊີເຣຍ
ແຜນທີ່ ປະເທດ ຊີເຣຍ
ບັນດາ​ນັ​ກ​ເຄຶ່ອນ​ໄຫວ ຊີ​ເຣຍ ກ່າວ​ວ່າ ພວກ​ຕໍ່ຕ້ານລັດ
ຖະບານ​ໄດ້​ສັງຫານ​ຢ່າງ​ໜ້ອຍ 21 ຄົນຢູ່​ບ່ອນ​ໂຄສະນາ
ຫາສຽງສະໜັບສະໜູນປະທານາທິບໍດີ Basha al-
Assad ​ທີ່ເມືອງ Daraa ໃນພາກໃຕ້ຂອງຊີເຣຍ.

ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ພວກ​ຕໍ່ຕ້ານ
ລັດຖະບານ ​ໄດ້​ຍິງ​ຖະ ຫລົ່ມ ​ໃສ່​ຜາມຜ້າຕັ້ງ ທີ່​ເປັນ​ບ່ອນ
ເຕົ້າ​ໂຮມ​ຂອງບັນດາ​ຜູ້​ສະໜັບສະໜູນ ທ່ານ Assad ​ໃນ
​ວັນ​ພະຫັດ​ວານ​ນີ້.

ທ່ານ Rami Abd al-Rahman ຈາກກຸ່ມສິ້ງຊອມສິດທິ
ມະນຸດໃນຊີເຣຍ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ບັນດາ​ຜູ້​ເຄາະ​ຮ້າຍແມ່ນ​ຮວມ​ທັງພົນລະ​ເຮືອນ ​ແລະທະຫານ​ບ້ານ​ທີ່​ສະໜັບສະໜູນ ທ່ານ Assad.

ທ່ານ Rahman ເວົ້າວ່າ “ຊາ​ວ​ເອັດ​ຄົນ​ໄດ້​ເສຍ​ຊີວິດ. ຢ່າງ​ໜ້ອຍ 11 ຄົນ​ເປັນ​ພົນລະ​
ເຮືອນ. ນຶ່ງ​ໃນ​ຈຳນວນນີ້ ​ເປັນ​ເດັກນ້ອຍ​ອາຍຸ​ຕໍ່​ກວ່າ 18 ປີ. ​ສ່ວນອີກ 10 ຄົນນັ້ນ 6
ຄົນ ​ແມ່ນ​ເປັນນັກ​ລົບ​ສະໜັບສະໜູນ​ອຳນາດການປົກຄອງທ່ານ Assad ​ແລະ​ອີກ 4
ຄົນ ພວກ​ເຮົາ​ບໍ່​ຊາບ​ວ່າ ​ເປັນ​ພົນລະ​ເຮືອນ ຫລືນັກ​ລົບ​ທີ່ ສະໜັບ​ສະ​ໜູນທ່ານ
Assad.”

ກຸ່ມສີ້​ງຊອມ​ສິດທິ​ມະນຸດ ທີ່​ມີ​ຫ້ອງການ​ຢູ່ນະຄອນ​ລອນ​ດອນ ດັ່ງກ່າວ ຊຶ່ງກາງ ຕໍ່ຕາ
ໜ່າງ​ ພວກນັກ​ເຄຶ່ອນ​ໄຫວຝ່າຍຄ້ານນັ້ນ ກ່າວ​ວ່າ ປະມານ 30 ຄົນ​ໄດ້​ຮັບ​ບາດ​ເຈັບ
​ສາຫັດ.
ທ່ານ Raman ກ່າວ​ວ່າ ທ່ານ​ຄາດ​ວ່າ ​ຈະ​ມີ​ການ​ໂຈມ​ຕີ​ເພີ້​ມຂື້ນ ຕໍ່​ການ​ໂຄສະນາຫາ
ສຽງສະໜັບສະໜູນທ່ານ Assad ​ໃນ​ຂະນະ​ທີ່​ການ​ເລືອກ​ຕັ້ງໃນວັນ​ທີ 3 ​ເດືອນ​ມິຖຸນາ
ຫຍັບໃກ້​ເຂົ້າ​ມາ. ການ​ໂຄສະນາ​ຫາ​ສຽງ ​ໄດ້​ເລີ້ມ​ຂຶ້ນໃນ​ຕົ້ນ​ເດືອນ​ນີ້.

ທ່ານ Assad ຄາດ​ວ່າ ຈະ​ໄດ້ຮັບ​ໄຊຊະນະຢ່າງ​ງ່າຍດາຍ​ ​ເປັນ​ສະໄໝທີ​ສາມ ຈາກຜູ້​
ທ້າ​ທາຍສອງ​ຄົນ​ທີ່ ທີ່​ບໍ່​ຄ່ອຍ​ຮູ້​ກັນດີ.

ພວກຕໍ່ຕ້ານໃນຊີ​ເຣຍ ​ແລະ​ຫລາຍ​ປະ​ເທດ​ຕາ​ເວັນ​ຕົກ ​ເບິ່ງການ​ເລືອກ​ຕັ້ງນີ້ວ່າ ບໍ່​ຖືກ
ຕ້ອງຕາມ​ກົດໝາຍ ​ແລະ​ປະກາດວ່າ ຈະ​ບໍ່​ໃຫ້ການ​ນັບຖື​ຕໍ່​ຜົນ​ການ​ເລືອກ​ຕັ້ງດັ່ງ
ກ່າວນີ້.
XS
SM
MD
LG