ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊີເຣຍ ​ພ້ອມ​ແລ້ວ​ ທີ່​ຈະ​ເຂົ້າ​ຮ່ວມ ​ການ​ເຈລະ​ຈາ​ ສັນຕິພາບ​

ລົດລຳລຽງພົນຄັນນຶ່ງຂອງຊີເຣຍ ຖືກຕິດຕາມດ້ວຍລົດຖັງ ທີ່ເມືອງ Harasta ທາງຕາເວັນອອກສຽງເໜືອ ຂອງນະຄອນ Damascus ປະເທດຊີເຣຍ ວັນທີ 22 ຕຸລາ 2015.
ລົດລຳລຽງພົນຄັນນຶ່ງຂອງຊີເຣຍ ຖືກຕິດຕາມດ້ວຍລົດຖັງ ທີ່ເມືອງ Harasta ທາງຕາເວັນອອກສຽງເໜືອ ຂອງນະຄອນ Damascus ປະເທດຊີເຣຍ ວັນທີ 22 ຕຸລາ 2015.

ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີ​ເຣຍ ກ່າວ​ວ່າ ປະ​ເທ​ດ​ຂອງ​ທ່ານ
​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ເຈລະ​ຈາ​ສັນຕິພາບ​ຢູ່ນະຄອນ
​ເຈ​ນີວາ “​ໂດຍ​ປາດ​ສະ​ຈາກ​ການແຊກ​ແຊງ​ຂອງ​ຕ່າງປະ​ເທດ​ໃດໆ”
ຊຶ່ງ​ເປັນ​ເວລາ​ເກືອບນຶ່ງ​ສັບປະດາ ຫຼັງ​ຈາກ ທາງ​ສະພາຄວາມ​ໝັ້ນ
ຄົງອົງການ​ສະຫະ​ປະຊາ​ຊາດໄດ້​ຮັບ​ຜ່ານ​ຮ່າງແຜນການ​ຂອງນາໆ
​ຊາດ​ກ່ຽວ​ກັບ​ຂັ້ນ​ຕອນສັນ ຕິພາບ​ໃນ​ຊີ​ເຣຍ ທີ່​ມີເປົ້າໝາຍເພື່ອ​ຍຸຕິ​
ສົງຄາມ​ກາງ​ເມື​ອງນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດຊີ​ເຣຍ ທ່ານ Walid Maullem
ໄດ້ໃຫ້ຄວາມເຫັນດັ່ງກ່າວ ຕໍ່​ບັນດາ​ນັກ​ຂ່າວ ຫຼັງຈາກການພົບ
​ປະຢູ່ທີ່​ປັກ​ກິ່ງ ກັບຄູ່​ຕຳ​ແໜ່​ງ ຝ່າຍ​ຈີນ ທ່ານ Wang Yi.ທ່ານ
Maullem ​ໄດ້​ກ່າວ​ວ່າ ຄະນະ​ຜູ້​ແທນ​ຂອງ​ຊີ​ເຣຍ ແມ່ນພ້ອມ​ແລ້ວ ເວລາ​ໃດ​ທີ່ຕົນ​ໄດ້​ຮັບ
ບັນຊີລາຍ​ຊື່​ຂອງຄະນະ​ຜູ້​ແທນຝ່າຍ​ຕໍ່ຕ້ານ​ລັດຖະບານ​ທີ່​ຈະ​ເຈົ້າ​ຮ່ວມນັ້ນ.

ລັດຖະມົນຕີການຕ່າງປະເທດຈີນ ທ່ານ Wang Yi, ຂວາ, ກ່າວຖະແຫຼງການໃນກອງປະຊຸມນັກຂ່າວ ຮ່ວມກັບ ລັດຖະມົນຕີການຕ່າງປະເທດຊີເຣຍ ທ່ານ Walid al-Moallem ທີ່ປັກກິ່ງ, 24 ທັນວາ, 2015.
ລັດຖະມົນຕີການຕ່າງປະເທດຈີນ ທ່ານ Wang Yi, ຂວາ, ກ່າວຖະແຫຼງການໃນກອງປະຊຸມນັກຂ່າວ ຮ່ວມກັບ ລັດຖະມົນຕີການຕ່າງປະເທດຊີເຣຍ ທ່ານ Walid al-Moallem ທີ່ປັກກິ່ງ, 24 ທັນວາ, 2015.

ທ່ານ​ຍັງ​ໄດ້​ກ່າວ​ເພີ້​ມຕື່ມວ່າ ລັດຖະບານ​ແມ່ນ​ຫວັງວ່າ ​ການ​ສົນທະນາ​ຫາລື​ກັນ​ນີ້ ຈະ​ສຳ​ເລັດ​ລົງ​ໂດຍ​ດີ ​ໃນ​ການ​ຊ່ອຍ​ເຫຼື​ອຊີ​ເຣຍ​ໃຫ້​ສາມາດ​ສ້າງຕັ້ງລັດຖະບານສາມັກຄີ​ຊາດ.

ທ່ານ Maullem ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມຕື່ມ​ແຕ່​ຢ່າ​ງ​ໃດ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄຳ​ວ່າ “ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ”.

ການຮວມຕົວຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຂອງບັນດາລັດຖະມົນຕີການຕ່າງປະເທດ ນຳພາໂດຍ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ລົງຄະແນນສຽງ ສະໜັບສະໜຸນລັດຖະບານສາມັກຄີຊາດຊີເຣຍ, ທີ່ອົງການສະຫະປະຊາຊາດ,18 ທັນວາ, 2015.

ຈີນ ​ແມ່ນ​ຮວມຢູ່​ໃນ​ສະມາຊິກ ​ສະພາ​ຄວາມ​ໝັ້ນຄົງ ອົງການ​ສະຫະ​ປະຊາ​ຊາດ ທີ່​ໄດ້​ຮັບ​ຜ່ານຂັ້ນຕອນ​ກາ​ນສ້າງສັນ​ຕິ​ພາບໃນສັບປະດາແລ້ວນີ້. ການ​ເຈລະ​ຈາ​ສັນຕິພາບ​ອາດຈະ
ເລີ້ມຂຶ້ນພາຍ​ໃນເດືອນມັງກອນຈະ​ມານີ້ກໍ​ເປັນ​ໄດ້.

ໃນວັນເສົາຜ່ານມານີ້ ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ເອີ້ນ ​
ແຜນ​ການ​ຂອງ​ນາໆ​ຊາດ​ດັ່ງກ່າວ​ນີ້​ວ່າ ​ເປັນ​ການສະ​ແດງ​ຂອງ​ຄວາມ​ສາມັກຄີ​ ແບບ​ທີ່​ບໍ່​
ຄ່ອຍໄດ້​ເຫັນ ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດທີ່​ສຳຄັນໆ​ ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງທີ່​ໄດ້​
ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ 2 ​ແສນ​ກວ່າ​ຄົນ.

ເບິ່ງວີດີໂອກ່ຽວຂ້ອງ:

Syria, Russia and Putin's Military Gamble
please wait

No media source currently available

0:00 0:01:49 0:00

XS
SM
MD
LG