ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຈລະຈາ ສັນຕິພາບຊີເຣຍ ດໍາເນີນຕໍ່ໄປ ຢູ່ເຈນີວາ (ວີດີໂອ)


ທ່ານ Omran al-Zoubi ລັດຖະມົນຕີຖະແຫຼງຂ່າວຊີເຣຍ ມີຄວາມເຫັນ ຕໍ່ພວກນັກຂ່າວ ຂະນະເດີນທາງໄປຮອດ ຫ້ອງການສະຫະປະຊາຊາດ ທີ່ເຈນີວາ, ວັນທີ 26 ມັງກອນນີ້.
ທ່ານ Omran al-Zoubi ລັດຖະມົນຕີຖະແຫຼງຂ່າວຊີເຣຍ ມີຄວາມເຫັນ ຕໍ່ພວກນັກຂ່າວ ຂະນະເດີນທາງໄປຮອດ ຫ້ອງການສະຫະປະຊາຊາດ ທີ່ເຈນີວາ, ວັນທີ 26 ມັງກອນນີ້.
ການ​ເຈລະຈາ​ ທີ່​ສະຫະ​ປະຊາ​ຊາດ​ໄກ່​ເກ່ຍ ລະຫວ່າງ​ລັດຖະ
ບານຊີ​ເຣຍ ​ແລະ​ຄະນະ​ຜູ້ຕາງໜ້າ​ຝ່າຍ​ຄ້ານ ​ໄດ້​ດໍາ​ເນີນ​ຕໍ່​ໄປ
​ໃນ​ວັນ​ອາທິດ​ມື້​ນີ້ ຢູ່​ນະຄອນ Geneva ປະ​ເທດ Switzerland ​
ໂດຍ​ມີ​ບັນຫາ​ມະນຸດສະ​ທໍາ ​ເປັນຫົວ​ຂໍ້​ໃຫຍ່​ຂອງ​ກອງ​ປະຊຸມ.

ຜູ້​ໄກ່​ເກ່ຍຂອງ​ສະຫະ​ປະຊາ​ຊາດ​ ທ່ານ Lakhdar Brahimi
ກ່າວ​ວ່າ ມື້​ທີ​ 2 ຂອງ​ການ​ເຈລະຈາ ຄື​ວັນ​ອາທິດ​ມື້​ນີ້ ​ແມ່ນ​ຈະ
ສຸມໃສ່​ເລຶ້ອງການ​ປ່ອຍໂຕ​ນັກ​ໂທດຫຼາຍພັນ​ຄົນ ຊຶ່ງ​ມີ​ທັງ​ແມ່ຍິງ
ເດັກນ້ອຍ ແລະ​ຜູ້​ເຖົ້ານໍາ ອອກ​ຈາກ​ຄຸກ​ແຫ່ງ​ຕ່າງໆ​ຂອງ​ຊີ​ເຣຍ.

ວັນ​ເສົາ​ວານ​ນີ້ ທ່ານ Brahimi ​ໄດ້​ເວົ້າ​ສູ່​ພວກ​ນັກ​ຂ່າວ​ຟັງ​ວ່າ
ທັງ​ສອງ​ຝ່າຍໄດ້​ພົບ​ປະກັນ 2 ​ເທື່ອໃນ​ຫ້ອງ​ດຽວ​ກັນຢູ່​ຫ້ອງການ​ນຶ່ງ​ຂອງ​ສະຫະປະຊາຊາດ ​
ແລະ​ໄດ້​ລົມ​ກັນ​ກ່ຽວ​ກັບ​ສະຖານະ​ການ​ອັນ​ຮ້າຍ​ແຮງ​ດ້ານ​ມະນຸດສະ​ທໍາ ຢູ່​ເມືອງ Homs ​
ແລະ​ຫວັງ​ວ່າ ຈະ​ມີ​ການ​ຕົກລົງ​ກັນ​ໄດ້​ໃນ​ໄວ​ໆ​ນີ້ ​ເພື່ອ​ອະນຸຍາດ​ໃຫ້​ຂະ​ບວນລົດ​ຊ່ວຍ​ເຫຼືອ
ນໍາ​ເອົາ​ເຄຶ່ອງບັນ​ເທົາທຸກ​ເຂົ້າ​ໄປ​ຍັງ​ເຂດ​ເມືອງ​ເກົ່າ ​ຂອງ​ເມືອງ Homs ນັ້ນ ໄດ້ໃນວັນຈັນ ມື້ອື່ນນີ້ ຢ່າງໄວທີ່ສຸດ.

Syria
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG