ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທູດ​ພິ​ເສດ​ ສປຊ ​​​ຢ້ຽມຢາມຂົງເຂດ ​ເພື່ອຊຸກຍູ້ ກອງ​ປະຊຸ​ມ ສັນຕິ​ພາບ​ ຊີ​ເຣຍ (ສະໄລດ໌/ວີດີໂອ)


Complications Mar Chances for Syrian Civil War Settlement
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
ທູດ​ພິ​ເສດ​ຂອງ​ສະຫະປະຊາ​ຊາດ ​ແລະ​ສັນ​ນິບາດ​ອາຣັບ
ທ່ານLakhdar Brahimi ກໍາ​ລັງດຳ​ເນີນ​ການ​ຕໍ່​ໄປ ​ໃນ​ການ​
ເດີນທາງ​ໄປ​ຢ້ຽມຢາມຂົງ​ເຂດ ​ທີ່​ແນ​ໃສ່​ເພື່ອ​ໃຫ້ການ​ສະໜັບ
ສະໜຸນ​ ຕໍ່ກອງ​ປະຊຸ​ມສັນຕິ​ພາບ​ຊີ​ເຣຍ ທ່າມກາງທີ່​ຍັງ​ມີ​ຄໍາ​
ຖາມຄ້າງ​ຄາກ່ຽວກັບ​ວ່າ ​ໃຜແດ່ຈະ​ເຂົ້າ​ຮ່ວມ ​ແລະ​ພາຍໃຕ້
ເງື່ອນໄຂ​ອັນ​ໃດ.

ທ່ານພວມ​ພົບ​ປະ ​ໃນ​ວັນ​ພຸດມື້ນີ້ ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ
Jordan ​ເພື່ອ​ສົນ ທະນາຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີເປີດກອງ​ປະ
ຊຸມ ເພື່ອ​ເຈລະຈາ​ຫາ​ທາງແກ້​ໄຂທາງ​ດ້ານການເມືອງສຳລັບ
ຊີ​ເຣຍ. ທ່ານ Brahimi ຍັງ​ມີ​ແຜນທີ່​ຈະ​ໄ​ປ​ຢ້ຽມຢາມກາ​ຕາ
ເທີກີ ອີຣ່ານ ​ແລະ​ຊີ​ເຣຍ ກ່ອນເຂົ້າຮ່ວມກອງປະຊຸມ​ໃນ​ສອງ
​ອາທິດ ກັບ​ບັນດາ​ປະ​ເທດສະ​ມາ​ຊິກສະພາ​ຄວາມ​ໝັ້ນຄົງ
ສະຫະ​ປະຊາ​ຊາດ ທີ່ນະຄອນ​ເຈ​ນີວາ.

​ໃນ​ວັນ​ອັງ​ຄານ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຈາກ 11 ​ປະ​ເທດ
ທີ່​ຮູ້​ກັນໃນ​ນາມ​ປະ ​ເທດ​ເພື່ອນ​ຂອງ​ຊີ​ເຣຍນັ້ນ ​ໄດ້​ພົບ​ປະ​ກັບ​
ສະມາຊິກ​ຂອງ​ພວກ​ຕໍ່ຕ້ານ​ໃນ​ຊີ​ເຣຍ ​ທີ່​ກຸງ​ລອນ​ດອນ ເພື່ອຮຽກຮ້ອງ​ໃຫ້ປະທາ​ນາ​ທິ
ບໍດີ Basha al-Assad ​ເຂົ້າ​ຮ່ວມໃນ​ການ​ເຈລະຈາ​ສັນ​ຕິພາບ.

ພວກ​ຕໍ່ຕ້ານ​ໄດ້​ຄັດ​ຄ້ານ​ມາ​ຕະຫລອດ ​ແລະ​ປະທານກຸ່ມແນວ​ໂຮມ​ແຫ່ງ​ຊາດ​ຊີ​ເຣຍ ທ່ານ
Ahmad Jarba ກ່າວ​ວ່າ ຈະ​ບໍ່​ມີ​ການ​ເຈລະຈາກັນ​ຈົນ​ກວ່າຈະ​ມີ​ແຜນ​ຢ່າງ​ຈະ​ແຈ້ງ ​ເພື່ອ
​ໃຫ້ທ່ານ Assad ສະຫຼະອຳນາດ.

ກ່ຽວຂ້ອງກັນ

XS
SM
MD
LG