ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະປະຊາຊາດ ຮຽກຮ້ອງໃຫ້ ເອົາມາດຕະການ ຕໍ່ຊີເຣຍ


ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navy Pillay
ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navy Pillay

ຫົວໜ້າສິດທິມະນຸດຂອງອົງການສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມນາໆຊາດເອົາມາດ
ຕະການໃນທັນທີເພື່ອປົກປ້ອງພົນລະເຮືອນໃນຊີເຣຍໂດຍເວົ້າວ່າໂຕເລກພວກປະທ້ວງຕໍ່ຕ້ານ
ລັດຖະບານທີ່ເສຍຊີວິດໃນຮອບ 7 ເດືອນຜ່ານມານີ້ແມ່ນເພີ່ມຂຶ້ນເປັນຫຼາຍກວ່າ 3,000 ຄົນ
ແລ້ວ.

ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navi Pillay
ກ່າວໃນວັນສຸກມື້ນີ້ວ່າ ພວກທີ່ເສຍຊີວິດຍ້ອນການປາບປາມຂອງລັດຖະບານຊີເຣຍ ແມ່ນ
ຮວມທັງພວກເດັກນ້ອຍບໍ່ຕໍ່າກວ່າ 187 ຄົນ. ທ່ານນາງກ່າວຕື່ມວ່າໃນໄລຍະ 10 ມື້ຜ່ານ
ມານີ້ທໍ່ນັ້ນກໍມີຜູ້ເສຍຊີວິດ 100 ຄົນ.

ທ່ານນາງ Pillay ເຕືອນວ່າ ການກົດຂີ່ແລະການສັງຫານຢ່າງໂຫດຮ້າຍທາລຸນຂອງຊີເຣຍ
ອາດຈະຜັກດັນໃຫ້ປະເທດດັ່ງກ່າວກ້າວເຂົ້າສູ່ສົງຄາມກາງເມືອງໂດຍເຕັມອັດຕາ. ທ່ານນາງ
ບໍ່ໄດ້ໃຫ້ ຄວາມກະຈ່າງແຈ້ງວ່າ ມາດຕະການອັນໃດທີ່ທ່ານນາງເຊື່ອວ່າປະຊາຄົມນາໆຊາດ
ຄວນຈະດຳເນີນ.

ຊີເຣຍໄດ້ໃຊ້ກຳລັງທະຫານທຳການປາບປາມການປະທ້ວງທີ່ດຳເນີນມາເປັນເວລາຫຼາຍເດືອນ
ຂອງພວກຝ່າຍຄ້ານ ທີ່ຮຽກຮ້ອງໃຫ້ຂັບໄລ່ປະທານາທິບໍດີ Bashar al-Assad ອອກຈາກ
ອຳນາດ.

ໃນຕົ້ນເດືອນນີ້ພວກນັກເຄື່ອນໄຫວກ່າວວ່າກຳລັງຮັກສາຄວາມສະຫງົບໄດ້ຈັບກຸມຜູ້ຄົນຫຼາຍ
ກວ່າ 3,000 ຄົນ ໃນການບຸກເຂົ້າໄປກວດຄົ້ນຈຳນວນນຶ່ງ ເພື່ອຕາມລ່າຫາພວກທະຫານທີ່
ໂຕນທັບ.

XS
SM
MD
LG