ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ບາຣັກ ໂອບາມາ ເຕືອນຊີເຣຍ ກ່ຽວກັບ ກໍາລັງຂອງການປ່ຽນແປງ


ທ່ານ Walid al-Moualem ລັດຖະມົນຕີຕ່າງປະເທດຊີເຣຍ
ກ່າວຕໍ່ກອງປະຊຸມນັກຂ່າວທີ່ກຸງດາມັສກັສ, ຊີເຣຍ.
ວັນທີ 24, ມັງກອນ 2012.
ທ່ານ Walid al-Moualem ລັດຖະມົນຕີຕ່າງປະເທດຊີເຣຍ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກຸງດາມັສກັສ, ຊີເຣຍ. ວັນທີ 24, ມັງກອນ 2012.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ກ່າວ​ວ່າ ທ່ານ​ບໍ່ມີຄວາມ​ສົງ​ໄສ​ໃດໆ​ວ່າ ລັດຖະບານ​ຂອງ​ຊີ​ເຣຍຈະ​ພົບ​ເຫັນ​ໃນ​ໄວໆ​ນີ້​ວ່າ ກໍາລັງ​ຂອງ​ການ​ປ່ຽນ​ແປງນັ້ນ ແມ່ນບໍ່​ສາມາດ​ຈະ​ຕ່າວ​ປີ້ນ​ໄດ້.

ໃນ​ຄໍາ​ປາ​ໄສ​ຕໍ່ລັດຖະສະພາ​ສະພາ​ແລະ​ປະ​ເທດ​ຊາດ​ໃນ​ຄໍ່າ​ຄືນວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາກ່າວ​ວ່າ ເຖິງ​ແມ່ນ​ວ່າ​ມັນ​ຂຶ້ນ​ຢູ່​ກັບປະຊາ ຊົນ​ ໃນ​ພາກ​ຕາເວັນ​ອອກ​ກາງ​ຈະ​ຕັດສິນ​ໃຈ​ກ່ຽວ​ກັບ​ຊະ​ຕາ​ກໍາ​ຂອງ​ເຂົາ​ເຈົ້າ​ເອງກໍ​ຕາມ ສະຫະລັດ​ກໍຈະ​ຄັດຄ້ານຕໍ່​ຄວາມ​ຮຸນ​ແຮງ​ແລະ​ການນາບຂູ່​ໃດໆ ​ແລະ​ຈະ​ຢືນ​ຢັດ​ເພື່ອສິດທິ​ແລະ​ກຽດ​ສັກ​ສີ​ຂອງ​ມວນ​ມະນຸດ​ທັງ​ປວງ.

ການ​ກ່າວ​ຄໍາປາ​ໄສ​ນີ້​ໄດ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ນັກ​ການ​ທູດ​ສະຫະ​ປະ ຊາ​ຊາດກ່າວ​ວ່າ ຝຣັ່ງ ອັງກິດ​ແລະ​ເຢຍຣະມັນ​ ພວມ​ດໍາ​ເນີນ​ການ​ກັບ​ພວກ​ປະ​ເທດ​ອາຫຣັບ ກ່ຽວ​ກັບ​ຮ່າງ​ຍັດຕິ​ສະບັບ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ ທີ່​ຈະ​ເວົ້າ​ເຖິງ​ໂດຍ​ສັງ​ເຂ​ບ ການ​ຫັນປ່ຽນ​ຈາກການ​ປົກຄອງ​ຂອງ​ປະທານາທິບໍດີຊີ​ເຣຍ​ ທ່ານ Bashar al-Assad ​ນັ້ນ.

ສັນນິບາດ​ຊາດ​ອາຫຣັບ ຊຶ່ງ​ເປັນ​ຜູ້ຮ່າງ​ແຜນການດັ່ງກ່າວນັ້ນ ​ເວົ້າ​ວ່າ ຫົວໜ້າ​ກຸ່ມ​ຂອງ​ຕົນ
ຊຶ່ງ​ກໍຄືນາຍົກລັດຖະມົນຕີປະ​ເທດ​ກາ​ຕ້າ​ໄດ້​ຂໍ​ພົບ ກັບ​ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​
ສະຫະ​ປະຊາ​ຊາດ​ ເພື່ອ​ຊຸກຍູ້​ໃຫ້​ສະພາ​ຄວາມ​ໜັ້ນຄົງ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຮ່າງ​ຍັດຕິ​
ດັ່ງກ່າວ.

ຊີ​ເຣຍບໍ່​ຍອມຮັບ​ເອົາ​ແຜນການ​ດັ່ງກ່າວ ທີ່ບັງຄັບ​ໃຫ້​ທ່ານ​ອັສສັດ​ໂອນ​ອໍານາດ​ໃຫ້​ຜູ້ຮອງ​
ຂອງ​ທ່ານ​ແລະ​ໃຫ້​ຈັດ​ຕັ້ງຄະນະ​ລັດຖະບານ​ສາມັກຄີ​ຊາດ​ຂຶ້ນ​ພາຍ​ໃນ 2 ​ເດືອນ ​ເພື່ອ​ກະ
ກຽມສໍາລັບ​ຈັດ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດຂຶ້ນ ພາຍ​ໃຕ້​ການ​ກໍາກັບ​ດູ​ແລ​ຂອງ​ກຸ່ມ​ປະ​ເທດ​
ອາຫຣັບ​ແລະ​ນາໆ​ຊາດ.

ຊີ​ເຣຍ​ໄດ້​ຕົກລົງ​ໃນ​ວັນ​ອັງຄານວານ​ນີ້ ​ໃຫ້​ຕໍ່​ກໍານົດການ​ປະກອບ​ພາລະກິດ​ຂອງ​ພວກ​ນັກ
ສັງ​ເກດ​ການ​ສັນນິບາດ​ຊາດ​ອາຫຣັບ​ໃນ​ປະ​ເທດອອກ​ໄປ​ອີກ 1 ​ເດືອນ ​ໃນ​ຂະນະ​ທ່ີ​ພວກ​
ປະ​ເທດ​ອາຫຣັບຈໍານວນ​ນຶ່ງຖອນ​ໂຕ​ພວກ​ນັກ​ສັງ​ເກດ​ການ​ຂອງ​ເຂົາ​ເຈົ້າອອກ​ໄປ ​ເພື່ອ​ປະ​
ທ້ວງ​ການ​ປາບ​ປາມຂອງ​ລັດຖະບານ ນັບ​ແຕ່​ການ​ປະກອບ​ພາລະກິດ​ດັ່ງກ່າວເລີ້ມ​ຕົ້ນ​ຂຶ້ນ
ໃນ​ທ້າຍ​ເດືອນ​ທັນວາ​ຜ່ານ​ມາ​ນີ້.

XS
SM
MD
LG