ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍ ພາດກຳນົດ ເສັ້ນຕາຍ ໃນການຍົກຍ້າຍ ອາວຸດເຄມີ (ວີດີໂອ)


Deadline on Syria Chemical Weapons Unlikely to be Met
please wait

No media source currently available

0:00 0:01:52 0:00
ລິງໂດຍກົງ
ລັດຖະບານ​ຊີ​ເຣຍ​ໄດ້​ພາດ​ກຳນົດ​ເສັ້ນ​ຕາຍ​ໃນ​ວັນ​ອັງຄານ​ວານ
​ນີ້ ເພື່ອ​ຍົກຍ້າຍ​ຊິ້ນ​ສ່ວນ​ອາວຸດ​ເຄມີ​ທີ່ເປັນອັນຕະລາຍຮ້າຍ​ແຮງ
ອອກ​ຈາກ​ປະ​ເທດ ຊຶ່ງ​ພວກ​ນັກ​ກວດກາ​ນາໆ​ຊາດ​ໃຫ້​ເຫດຜົນ​
ວ່າ ການ​ຊັກ​ຊ້າ​ນີ້​ເປັນ​ຍ້ອນ​ຄວາມ​ເປັນ​ຫ່ວງ​ຕ່າງໆ​ທາງ​ດ້ານ
ຄວາມ​ປອດ​ໄພ​ທີ່​ບໍ່​ເຈາະ​ຈົງຈຳນວນ​ນຶ່ງ ​ແລະ​ດິນ​ຟ້າ​ອາກາດ​ບໍ່
​ດີ​ນັ້ນ.

ພາຍ​ໃຕ້​ຂໍ້​ຕົກລົງ​ທີ່​ນາໆ​ຊາດ​ໄດ້​ບັນລຸ​ກັນ ​ທີ່​ໄດ້​ປະກາດ​ໃຫ້
​ຊາບ​ກ່ອນ​ໜ້ານັ້ນ​ໃນ​ປີ 2013 ລັດຖະບານ​ກຸງ​ດາ​ມັສກັສ ກຳ
ນົດ​ຈະ​ຕ້ອງ​ໄດ້​ສົ່ງ​ອາວຸດເຄມີ​ ທີ່​ເປັນອັນຕະລາຍ​ຮ້າຍ​ແຮງ
ຂອງ​ຕົນ​ສ່ວນ​ຫຼາຍ ຮວມທັງແກັສ mustard ທີ່​ທຳລາຍ​ເສັ້ນ
ປະສາດ 20 ​ໂຕນ ອອກ​ຈາກທ່າ​ເຮືອ Latakia ​ໃນ​ທະ​ເລ​ເມ​ດີ​ເຕ​ເຣນຽນ ​ໃຫ້ແລ້ວພາຍ​ໃນ​
ວັນ​ທີ 31 ທັນວາ​ຜ່ານ​ມາ​ນີ້.ພວກ​ແກັສ​ພິດ​ເຫຼົາ​ນີ້​ກຳນົດ​ຈະ​ຖືກ​ທຳລາຍ​ໄປ​ໃນ​ທະ​ເລ ຊຶ່ງ​ເປັນ
​ເວລາ​ໃກ້​ກັບ​ເວລາ​ເສັ້ນ​ຕາຍ ສຳລັບ​ການ​ຍົກຍ້າຍ​ພວກ​ອາວຸດ​ເຄມີ​ຂອງ​ຊີ​ເຣຍ​ໃຫ້​ໝົດພາຍ​
ໃນ​ກາງ​ປີ 2014 ນີ້.

ກຸ່ມ​ຕິດຕາມ​ອາວຸດ​ເຄມີນາໆ​ຊາດ ​ທີ່​ເປັນ​ຜູ້​ກຳກັບ​ດູ​ແລ​ເບິ່ງ​ການ​ຍົກຍ້າຍພວກ​ອາວຸດ​ເຄ
ມີ​ເຫຼົ່າ​ນີ້ ບໍ່​ແຈ້ງ​ລາຍ​ລະອຽດ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຊັກ​ຊ້າ​ນີ້. ແຕ່​ອົງການຂ່າວ Reuters
ອ້າງ​ຄຳ​ເວົ້າ​ຂອງ​ຫົວໜ້າ​ກຸ່ມ​ກວດກາ​ຂອງ​ນາໆ​ຊາດ​ກ່າວ​ວ່າ ການ​ຊັກ​ຊ້ານີ້ປາກົດ​ວ່າ​ເປັນ​
ເລື້ອງ​ນ້ອຍ ​ແລະ​ວ່າ​ວຽກ​ງານ​ດັ່ງກ່າວ​ນີ້ ໃກ້​ຈະ​ສຳ​ເລັດ​ແລ້ວ.

ສຳລັບ​ພາກສ່ວນ​ຂອງ​ຕົນ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ບັນ​ລະ​ຍາຍ​ວັນເສັ້ນ
​ຕາຍ​ວັນ​ທີ 31 ທັນວາ​ຜ່ານ​ມາ​ນີ້ວ່າ ​ເປັນຄວາມ​ປາດ​ຖະໜາ​ຢ່າງ​ແຮງ​ກ້າ​ແລະ​ກ່າວ​ຕໍ່​ໄປ
​ວ່າ ຕົນ​ມີ​ຄວາມ​ພໍ​ໃຈ ທີ່​ໄດ້​ເຫັນ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ຍົກຍ້າຍ​ພວກ​ອາວຸດ​ເຄມີ
ເຫຼົ່ານີ້.
XS
SM
MD
LG