ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

5 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ຊີເຣຍ (ວີດີໂອ)


ຜູ້ຄົນຫຸ້ມເບິ່ງລົດທີ່ໄດ້ຮັບຄວາມເສຍຫາຍຈາກເຫດລະເບີດທີ່ຖະໜົນ al-Thawra ໃນກຸງ Damascus (5 ພຶດສະພາ 2012)
ຜູ້ຄົນຫຸ້ມເບິ່ງລົດທີ່ໄດ້ຮັບຄວາມເສຍຫາຍຈາກເຫດລະເບີດທີ່ຖະໜົນ al-Thawra ໃນກຸງ Damascus (5 ພຶດສະພາ 2012)

ລະ​ເບີດ​ຂະໜາດ​ແຮງຫຼາຍໆ​ຄັ້ງ ​ໄດ້ສັ່ນ​ສະ​ເທືອ​ນ​ຊີ​ເຣຍ ​ໃນ​ວັນ​ເສົາ​ມື້ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ
​ຢ່າງ​ນ້ອຍ 5 ​ຄົນຂະນະ​ທີ່​ພວກ​ສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຍັງ​ສືບຕໍ່​ດຳ​ເນີນ
​ຄວາມ​ພະຍາຍາມ​ເພື່ອ​ຕິດຕາມ​ເບິ່ງ​ການ​ຢຸດ​ຍິງ​ທີ່​ບໍ່​ໄດ້​ຮັບ​ການ​ເຄົາລົບລະຫວ່າງ​ລັດຖະບານ
​ແລະ​ພວກ​ຝ່າຍ​ຄ້ານ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ ໃນ​ຊີ​ເຣຍ ກ່າວ​ວ່າ ​ມີ 5 ຄົນ​ເສຍ​ຊີວິດ ​ທີ່ເມືອງ Aleppo ​ໃນພາກ
​ເໜືອ​ຂອງ​ປະ​ເທດຫຼັງຈາກ​ໄດ້​ເກີດ​ເຫດ​ລະ​ເບີດ​ທີ່​ບ່ອນ​ລ້າງ​ລົດ​ແຫ່ງ​ນຶ່ງ ຂະນະ​ທີ່​ມີລົດ​ເມຄັນ
ນຶ່ງ​ ແລ່ນ​ຜ່ານ​ໄປ.

ນອກ​ນັ້ນ ພວກ​ນັກ​ເຄື່ອນ​ໄຫວ​ ຍັງ​ເວົ້າວ່າ ​ເຫດ​ລະ​ເບີດ 2 ຄັ້ງ​ ທີ່​ເກີດ​ຂຶ້ນ ໃນ​ນະຄອນຫຼວງ
Damascus ​ແມ່ນ​ຮວມທັງ​ລະ​ເບີດ​ລູກ​ນຶ່ງ​ທີ່​ຫ້າງ​ໃສ່​ກ້ອງ​ລົດ​ທະຫານ. ​ເຫດ​ລະ​ເບີດ​ດັ່ງ​ກ່າວ​
ໄດ້​ພາ​ໃຫ້​ເກີດ​ຂຸມ​ຂະໜາດ​ໃຫຍ່​ຢູ່​ໃນ​ຫົນທາງ​ ແລະສ້າງ​ຄວາມ​ເສຍ​ຫາ​ຍ​ໃຫ້​ແກ່​ລົດ​ທີ່​ຈອດ​ຢູ່​
ໃນ​ບໍລິ​ເວນ​ໃກ້​ຄຽງ.

ຍັງ​ບໍ່​ທັນ​ມີ​ກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດຊອບ​ເທື່ອ​ແຕ່ລັດຖະບານ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກໍ່​ການ
​ຮ້າຍກ່ຽວກັບ​ຄວາມ​ຮຸນ​ແຮງ​ສ່ວນ​ໃຫຍ່​ທີ່​ຍັງ​ດຳ​ເນີນຢູ່​ຕໍ່​ມານັບ​ແຕ່​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະ
ບານ​ໄດ້​ລະ​ເບີດ​ຂຶ້ນ​ເມື່ອ​ນຶ່ງ​ປີກວ່າໆ​ແລ້ວນັ້ນ.

ຂະນະ​ດຽວ​ກັນ ພວກ​ນັກ​ສັງ​ເກດ​ການ​ຂອງ​ອົງການ​ກສະຫະ​ປະຊາ​ຊາດ​ໄດ້​ອອກ​ເດີນທາງ​
ຈາກ​ຫ້ອງການ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ກຸງ Damascus ​ໄປ​ຍັງ​ສະຖານທີ່ໆ​ບໍ່​ໄດ້​ມີ​ການ​ເປີດ
​ເຜີຍ​ໃຫ້​ຊາບ. ຄະນະ​ສັງ​ເກດ​ການ​ຈຳນວນ​ນຶ່ງ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້​ເດີນທາງ
​ໄປ​ຍັງຊີ​ເຣຍ​ເພື່ອ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ການ​ຈັດຕັ້ງປະຕິບັດ​ແຜນການ​ສັນຕິພາບທີ່ໄກ່​ເກ່ຍ​ໂດຍ​
ທ່ານ Kofi Annan ທູດ​ພິ​ເສດ​ຂອງ​ນາໆ​ຊາດ.

ອົງການ​ສະຫະ​ປະຊາ​ຊາດ​ກະ​ປະມານ​ວ່າ ບໍ່​ຕໍ່າ​ກວ່າ 9,000 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ປາບ
​ປາມ​ຂອງ​ລັດຖະບານ ​ແຕ່​ລັດຖະບານ​ຊີ​ເຣຍ​ເວົ້າວ່າ ຕົນ​ໄດ້​ສູນ​ເສຍກຳລັງຢ່າງ​ນ້ອຍ 2,600
ຄົນ​ໃນ​ການ​ຕໍ່ສູ້​ກັບ​ພວກ​ກໍ່​ການ​ຮ້າຍ​ທີ່​ໄດ້​ຮັບ​ການ​ໜຸນຫຼັງຈາກ​ຕ່າງປະ​ເທດ.

XS
SM
MD
LG