ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊີເຣຍ ກຽມຮັບມື ການປະທ້ວງ ຮອບໃໝ່ ຂອງຝ່າຍຄ້ານ


ການຍິງປືນໃຫຍ່ຂອງລັດຖະບານ ໂຈມຕີເມືອງ Rastan (18 ພຶດສະພາ 2012)
ການຍິງປືນໃຫຍ່ຂອງລັດຖະບານ ໂຈມຕີເມືອງ Rastan (18 ພຶດສະພາ 2012)

ຊີ​ເຣຍພວມ​ກຽມ​ຮັບ​ມື​ກັບ​ການ​ປະ​ທ້ວງ​ຂອງ​ພວກ​ຝ່າຍ​ຄ້ານ​ໃນ​ວັນ​ສຸກ​ມື້ນີ້ຂະນະທີ່​ພວກ​ເຈົ້າ
ໜ້າ​ທີ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນວ່າ​ ກຸ່ມ​ກໍ່​ການ​ຮ້າຍ​ອາລ
ກາຍ​ດາ​ອາດ​ມີ​ບົດບາດ ​ໃນ​ການ​ໂຈມ​ຕີ​ເມື່ອ​ໄວໆ​ມານີ້ທີ່ ​ເຮັດ​ໃຫ້ການ​ຢຸດ​ຍິງ​ທີ່​ຍັງ​ບໍ່​ມີ​ຄວາມ
​ໝັ້ນຄົງ​ນັ້ນຫຼໍ່​ແຫຼມຂຶ້ນຕື່ມ.

ພວກ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດຖະບານ ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ພາກັນ​ໂຮມຊຸມນຸມ
ເດີນ​ຂະ​ບວນ ພາຍ​ໃຕ້​ຄຳ​ຂວັນ ​ທີ່​ວ່າ "ວິລະ​ຊົນ" ຂອງ​ມະຫາວິທະຍາ​ໄລ Aleppo ​ໃນ​ວັນ​
ສຸກ​ມື້ນີ້ ​ເພື່ອ​ເປັນ​ການສະ​ແດງ​ຄວາມ​ສະໜັບສະໜຸນ​ຕໍ່​ພວກ​ນັກສຶກສາ​ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ
​ກຳລັງ​ຮັກສາ​ຄວາມ​ສະຫງົບ​ ​ລະຫວ່າງ​ການ​ປະ​ທ້ວງໃນ​ວັນ​ພະຫັດ​ວານ​ນີ້.

ຂະນະ​ດຽວ​ກັນ ​ທ່ານ Ban Ki-moon ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ
ກ່າວ​ວ່າ ທ່ານ​ເຊື່ອ​ວ່າ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ​ຢູ່​ເບື້ອງຫຼັງການ​ໂຈມ​ຕີ​ສອງ​ຄັ້ງຊ້ອນ​ໃນ
​ນະຄອນຫຼວງດາ​ມັສກັສ ​ເມື່ອ​ສັບປະດາ​ແລ້ວ ທີ່​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 55 ຄົນ​ນັ້ນ.

ທ່ານ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຄວາມ​ເປັນ​ໄປ​ໄດ້​ ໃນ​ກາ​ນພົວພັນ​ຂອງ​ກຸ່ມ​ກໍ່ການ​ຮ້າຍ​
ດັ່ງກ່າວ​ໄດ້​ສ້າງ​ບັນຫາ​ທີ່​ຮ້າຍ​ແຮງ​ອີກ​ເທື່ອ​ນຶ່ງ. ນອກນັ້ນທ່ານ​ຍັງ​ເວົ້າວ່າ ​ໂຕ​ເລກ​ຜູ້​ເສຍ​ຊີ
ວິດທີ່​ພົວພັນ​ກັບ​ຄວາມ​ວຸ້ນວາຍ​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຢູ່​ໃນ​ຊີ​ເຣຍອາດ​ສູງ​ເຖິງ
10,000 ຄົນ​ແລ້ວ.

​ໃນ​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ສຸກ
​ມື້ນີ້ ຫົວໜ້າ​ຄະນະ​ສັງ​ເກດ​ການ
​ສະຫະປະຊາ​ຊາດພົນ​ຕີ Robert
Mood ກ່າວ​ວ່າ ການ​ມີໜ້າ​ຂອງ​
ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາອາດ
​ຈະ​ກໍ່​ໃຫ້​ເກີດ​ມີ​ຄວາມ​ວິຕົກ​ກັງວົນ
​ຂຶ້ນ.

ນອກ​ນັ້ນໃນ​ວັນ​ສຸກ​ມື້ນີ້ພວກ​ນັກ
​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ​ຍັງ​ເວົ້າວ່າ
ມີ​ການຍິງ​ປືນ​ໃຫຍ່​ໂຈມ​ຕີ​ຢ່າງ​ໜັກ
​ຂອ​ງລັດຖະບານ​ຕໍ່​ເມືອງ Rastan
ຊຶ່ງ​ເປັນ​ທີ່​ໝັ້ນຂອງ​ພວກ​ຝ່າຍ​ຄ້ານ
​ໃນ​ເຂດ​ເມືອງ Homs. ​ໃນ​ມື້ວານ
​ນີ້ ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີເຣຍກ່າວ​ວ່າ ມີ​ການ​ຍິງ​ປືນ​ກົນ​ສັງຫານ 3 ຄົນ​ຢູ່​ໃນ​ເຂດ​ດັ່ງກ່າວ.

ກຸ່ມ​ສິ້ງຊອດ​ສິດທິ​ມະນຸ​ດດັ່ງກ່າວ​ແລະ​ອົງການ​ຂ່າວ​ຂອງ​ທາງ​ການ​ຊີ​ເຣຍລາຍງານ​ວ່າ ພວກ
​ໂຈມ​ຕີ​ໄດ້​ລະດົມ​ຍິງ​ເຂົ້າ​ໃສ່​ລົດ​ໂດຍສານ​ຄັນ​ນຶ່ງ ​ທີ່​ບັນທຸກ​ພວກ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​
ໃນ​ເຂດ​ເມືອງ Homs ​ໃນ​ວັນ​ພະຫັດ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຄົນ​ນຶ່ງ. ລັດຖະບານ​ໄດ້​ຖິ້ມ​
ໂທດ​ໃສ່​ພວກ​ກໍ່​ການ​ຮ້າຍ​ປະກອບອາວຸດ ​ໃນ​ການ​ໂຈມ​ຕີຄັ້ງນີ້.

XS
SM
MD
LG