ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກະບົດໃນຊີເຣຍ ຖອນອອກຈາກ ເມືອງ Homs (ເບິ່ງວີດີໂອກັບສະໄລດ໌)


ລົດໂຮງໝໍຂອງສະພາກາແດງເລບານອນ ແລ່ນຕາມຫຼັງລົດຕຳຫຼວດ ໂດຍມີພວກນັກຂ່າວຝຣັ່ງ 2 ຄົນທີ່ບາດ ເຈັບຢູ່ຄຸ້ມ Baba Amr ໃນເມືອງ Homs ຂອງຊີເຣຍ ຂີ່ໄປນຳ (2 ມີນາ 2012)
ລົດໂຮງໝໍຂອງສະພາກາແດງເລບານອນ ແລ່ນຕາມຫຼັງລົດຕຳຫຼວດ ໂດຍມີພວກນັກຂ່າວຝຣັ່ງ 2 ຄົນທີ່ບາດ ເຈັບຢູ່ຄຸ້ມ Baba Amr ໃນເມືອງ Homs ຂອງຊີເຣຍ ຂີ່ໄປນຳ (2 ມີນາ 2012)

ພວກ​ນັກ​ລົບ​ຝ່າຍ​ກະບົດ​ໃນ​ຊີ​ເຣຍກ່າວ​ວ່າ ຕົນ​ໄດ້​ຖອນ​ອອກ​ຈາ​ກຄຸ້ມ Baba Arm ຂອງ​
ເມືອງ Homs ​ແລ້ວ ຫຼັງຈາກ​ໄດ້​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ມາເປັນ​ເວລາ​ນຶ່ງເດືອນ​ໂດຍ​ກຳລັງ​ຮັກ
ສາ​ຄວາມ​ສະຫງົບ​ຂອງ​ປະທານາທິບໍດີ Bashar al-Assad.

ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ກະບົດ​ທີ່​ເອີ້ນຕົນ​ເອງ​ວ່າ ກອງພັນ​ປະຕິວັດ Baba Arm ກ່າວ
ວ່າ ​ຕົນ​ໄດ້​ຖອນ​ອອກ​ຈາກ​ຄຸ້ມ​ດັ່ງກ່າວເພື່ອ​ຊ່ອຍ​ປົກ​ປ້ອງ​ຊີວິດ​ພົນລະ​ເຮືອນປະມານ 4000
ຄົນທີ່​ບໍ່​ຍອມ​ໜີ​ໄປ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງຂອງ​ພວກ​ເຂົາ​ເຈົ້າ. ພວກ​ກະບົດເວົ້າວ່າ ການ​
ຖອນ​ກຳລັງ ເພື່ອ​ເຫດຜົນ​ທາງດ້ານ​ກົນລະ​ຍຸດ ສະທ້ອນ​ໃຫ້​ເຫັນ ສະພາບ​ການ​ທາງ​ດ້ານ​ມະ
ນຸດສະທຳ​ທີ່​ພວມ​ຊຸດ​ໂຊມລົງເຊັ່ນ​ການ​ຂາດ​ອາຫານ ຢາ​ປົວພະຍາດ​ແລະ​ນໍ້າ​ດື່ມ​ນໍ້າ​ໃຊ້ ​ໄຟ
ຟ້າ​ແລະ​ການຕັດຂາດ​ການ​ສື່ສານ​ຄົມມະນາຄົມຕະຫຼອດທັງ​ການ​ຂາດ​ແຄນ​ອາ​ວຸດ​ນຳ​ດ້ວຍ.

ປະທານາທິບໍດີ​ຝຣັ່ງທ່ານ Nicolas Sarkozy ກ່າວ​ວ່າ ນັກ​ຂ່າວ​ຝຣັ່ງ 2 ຄົນທີ່​ຍັງ​ຕົກ​ຄ້າງ
ຢູ່​ຄຸ້ມ Baba Arm ມາ​ໄດ້​ຫຼາຍມື້​ແລ້ວນັ້ນໄດ້​ຖືກ​ຍົກຍ້າຍ​ໄປ​ຍັງບ່ອນ​ປອດ​ໄພ​ໃນປະ​ເທດ​ເລ
ບາ​ນອນ​. ​ໃນ​ການ​ຖະ​ແຫຼງ ລະຫວ່າງ​ການ​ເດີນທາງ​ໄປຢ້ຽມຢາມ​ ນະຄອນ Brussels ນັ້ນ
ທ່ານ Sarkozy ​ເວົ້າວ່າ ທ່ານ​ໄດ້​ໂອ້​ລົມ​ທາງໂທລະສັບ​ກັບ​ນັກ​ຂ່າວ​ອິດສະຫຼະ ນາງ Edith
Bouvier ​ແລ້ວ ​ແລະ​ພວມ​ຈັດ​ແຈງ​ສົ່ງ​ເຮືອບິນ​ລັດຖະບານ​ໄປ​ຮັບນາງ ​ແລະ​ຊ່າງ​ພາບ Wil-
liams Daniels ກັບ​ຄື​ນປະ​ເທດ​ຝຣັ່ງ.

ນາງ Bouvier ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ທີ່​ຂາ ເວລາ​ລູກປືນ​ໃຫຍ່​ຂອງ​ທະຫານລັດຖະບານ​ຊີ​
ເຣຍຕົກ​ໃສ່​ສູນ​ກາງ​ສື່​ມວນ​ຊົນ​ຊົ່ວຄາວ ບ່ອນ​ທີ່​ນາງ​ແລະ​ພວກນັກຂ່າວ​ຕາ​ເວັນ​ຕົກ​ອື່ນໆພວມ
ຫຼົບລີ້ຢູ່​ທີ່​ຄຸ້ມ Baba Arm ​ໃນ​ອາທິດ​ແລ້ວ. ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ໄດ້​ສັງຫານ​ນັກ​ຂ່າ​ວທີ່​ເປັນ
ເພື່ອນ​ຂອງ​ນາງ ​ອີກ 2 ຄົນ ນາງ Bouvier ​ແລະ​ນາຍ Daniels ​ໄດ້​ລັກ​ເຂົ້າ​ໄປ​ເອົາ​ຂ່າວ​
ໃນ​ຊີ​ເຣຍ​ໃຫ້​ໜັງສືພິມ Le Figaro ຂອງຝຣັ່ງ. ພວກ​ເຂົາ​ເຈົ້າ​ເປັນ​ນັກ​ຂ່າວ 2 ຄົນ​ສຸດ​ທ້າຍ​
ທີ່​ລອດ​ຊີ ວິດ​ມາ​ໄດ້ ທີ່​ໄດ້​ຫຼົບໜີ​ອອກ​ໄປ​ຈາກ​ຄຸ້ມ​ດັ່ງກ່າວ.

ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ຖະແຫຼງການ​ສະ
ບັບ​ນຶ່ງປະນາມໃນ​ອັນ​ທີ່​ສະພາ​ຄວາມ​ໝັ້ນຄົງ​ເອີ້ນວ່າ ສະຖານະການ​ທາງ​ດ້ານ​ມະນຸດສະທຳ​
ທີ່​ພວມ​ຊຸດ​ໂຊມ​ລົງ​ຢ່າງໄວວາໃນ​ເຂດ​ຕ່າງໆ ​ທີີ່​ໄດ້ຮັບ​ຜົນ​ກະທົບ​ຈາກ​ຄວາມ​ຮຸນ​ແຮງກ່ຽວ
ກັບການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ການ​ປົກຄອງ​ຜະ​ເດັດ​ການຂອງ​ທ່ານ Assad ​ມາ​ເປັນ​ເວລານຶ່ງ​ປີ​ໃນ
ຊີ​ເຣຍ.

ນອກ​ນັ້ນສະພາ​ຄວາມ​ໝັ້ນສະຫະປະຊາ​ຊາດ​ຍັງ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ ທີ່​ຊີ​ເຣຍບໍ່​
ອະນຸຍາດ​ໃຫ້​ ຜູ້​ປະສານ​ງານ​ດ້ານ​ມະນຸດ​ສະທຳ​ ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ
Valerie Amos ​ເດີນທາງ​ໄປ​ຢ້ຽມຢາມ​ຊີ​ເຣຍ ທັງໆ​ທີ່​ໄດ້​ມີການ​ຮ້ອງ​ຂໍ​ຊໍ້າ​ແລ້ວ​ຊໍ້າ​ອີກ​ແລະ
ການ​ດຳ​ເນີນ​ຄວາມ​ພະຍາຍາມ​ ທາງ​ດ້ານ​ການ​ທູດຢ່າງ​ຂຸ້ນຂ້ຽວ. ຖະ​ແຫຼງສະບັບນີ້ຮຽກຮ້ອງ​
ໃຫ້​ລັດ​ຖະບານ ​ທ່ານ Assad ອະນຸມັດ​ໃຫ້​ທ່ານ​ນາງ Amos ​ແລະ​ພະນັກງານ​ດ້ານ​ມະນຸດ
ສະທຳ​ເດີນທາງ​ໃນທັນທີ​ເຂົ້າ​ໄປ​ໃນ​ຊີ​ເຣຍ​ແລະ​ສາມາດ​ເຂົ້າ​ເຖິງແບບ​ບໍ່​ມີ​ການ​ຈຳກັດຫາ​ປະຊາ
ຊົນທີ່ໄດ້​ຮັບ​ຜົນ​ກະທົບ​ຍ້ອນ​ການ​ຂາດ​ແຄນ​ອາຫານ​ແລະ​ບໍ່​ມີ​ຢາ​ປົວພະຍາດ​ນັ້ນ

ກະຊວງ​ການ​ຕ່າງປະ​ເທດ​ຊີ​ເຣຍກ່າວ​ວ່າ ຕົນ​ເຕັມ​ໃຈ​ທີ່​ຈະ​ສົນທະນາ​ຫາລື​ກ່ຽວກັບ​ວັນ​ເວລາ
ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ທ່ານ​ນາງ Amos.

ຖະ​ແຫຼງການ​ດັ່ງກ່າວ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ເປັນ​ການ​ເອົາ​ມາດ​ຕະການ​ເທື່ອທຳ​ອິດ​ຂອງ​
ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ວິກິດ​ການ​ໃນ​ຊີ​ເຣຍ. ຣັດ​ເຊຍ​ ແລະ​ຈີນ​ຊຶ່ງຕ່າງ​ກໍ​ເປັນ​ສະມາຊິກ​
ຂອງ​ສະພາ​ຄວາມ​ໝັ້ນຄົງ​ໄດ້​ວີ​ໂຕ້​ຫຼື​ໃຊ້​ສິດ​ຢັງຢັ້ງມາ​ແລ້ວ 2 ​ເທື່ອ​ຕໍ່​ຮ່າງ​ຍັດຕິ​ທີ່​ຈະ​ປະນາມ​
ລັດຖະບານ​ຊີ​ເຣຍ ທີ່​ໄດ້​ທຳ​ການ​ປາບ​ປາມຢ່າງ​ນອງ​ເລືອດ ​ໃນ​ການ​ລຸກ​ຮື​ຂອງ​ຕໍ່ຕ້ານ​ລັດຖະ
ບານ​ຂອງ​ປະຊາຊົນ.

XS
SM
MD
LG