ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຊີເຣຍ ຍິງປືນໃຫຍ່ ໂຈມຕີເມືອງ Homs ຄືນອີກ (ເບິ່ງວີດີໂອ)


ຊາວຊີເຣຍ ພາກັນໂຮມຊຸມນຸມປະທ້ວງຄັ້ງໃຫຍ່ ໃນທົ່ວປະເທດ (13 ເມສາ 2012)
ຊາວຊີເຣຍ ພາກັນໂຮມຊຸມນຸມປະທ້ວງຄັ້ງໃຫຍ່ ໃນທົ່ວປະເທດ (13 ເມສາ 2012)

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ຫາ​ກຳລັງ​ທະຫານ​ຂອງ​ລັດຖະບານ​ຊີ​ເຣຍວ່າ ຍິງ​ປືນໃຫຍ່​ໂຈມ​ຕີ​
ເມືອງ Homs ​ໃນ​ເຂດ​ພາກ​ກາງຂອງ​ປະ​ເທດ ຊຶ່ງ​ພາ​ໃຫ້​ເກີດມີ​ຄຳຖາມ​ໃໝ່​ ກ່ຽວ​ກັບ​ການ
ຢຸດ​ຍິງ​ຂອງ​ປະ​ເທດ​ ທີ່​ເກືອບ​ວ່າ​ບໍ່​ມີ​ຄວາມ​ໜ້າ​ເຊື່ອ​ຖືເຫຼືອຢູ່ເລີຍນັ້ນ.

ປະຊາຊົນ​ໃນ​ເມືອງ Homs ກ່າວ​ວ່າ ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ເລີ່​ມຂຶ້ນ​ໃນ​ຕອນກາງຄືນ​ແລະ​
ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້. ກຸ່ມ​ສິ້ງຊອມ​ສິດທິມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳ
ນັກງານ​ຢູ່ອັງກິດ​ກ່າວ​ວ່າຕົນ​ຍັງ​ລໍ​ຮັບຟັງ​ຂ່າວ​ກ່ຽວ​ກັບ​ການບາດ​ເຈັບ​ລົ້ມຕາຍ​ທີ່​ອາດ​ມີ​ຂຶ້ນນັ້ນ.

ຂ່າວ​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ເມືອງ Homs ມີ​ຂຶ້ນຂະນະ​ທີ່​ສະພາ​ຄວາມໝັ້ນຄົງ​ຂອງ​ອົງການ
ສະຫະປະຊາ​ຊາດ​ ພວມ​ກະກຽມ​ລົງ​ຄະ​ແນນ​ ກ່ຽວ​ກັບ​ການ​ສົ່ງ ຄະນະ​ສັງ​ເກດ​ການ​ທາງ​ທະ
ຫານ​ຈຸ​ນ້ອຍໆ​ໄປ​ຍັງ​ຊີ​ເຣຍເພື່ອ​ຕິດຕາມ​ເບິ່ງ​ການ​ຢຸດຍິງ.

ຈຳນວນຜູ້ເສຍຊີວິດ ໃນປະເທດຊີເຣຍ
ຈຳນວນຜູ້ເສຍຊີວິດ ໃນປະເທດຊີເຣຍ

ແຜນການ ​ທີ່​ຈະ​ມີ​ການ​ລົງ​ຄະ
ແນນ​ສຽງ​ໃນ​ວັນ​ເສົາ​ມື້ນີ້ຮຽກ
ຮ້ອງ​ໃຫ້ລັດຖະບານ​ຊີ​ເຣຍຖອນ
ກຳລັງ​ອອກ​ໄປ ​ຈາກ​ເຂດເທດ
ສະບານ​ຕ່າງໆ​ ແລະ​ຢຸດ​ເຊົາ​
ການ​ປາມ​ປາມ ພວກ​ປະທ້ວງ​
ຢ່າງ​ຮຸນ​ແຮງ​ທີ່​ດຳ​ເນີນ​ມາ​ເປັນ
ເວລາ​ນຶ່ງ​ປີ​ແລ້ວນັ້ນ​. ນອກນັ້ນ
ແຜນການນີ້ ຍັງ​ຮຽກຮ້ອງ​ໃຫ້​
ພວກ​ກະບົດ​ຢຸດ​ເຊົາ​ການ​ສູ້​ລົບ​
ນຳ​ດ້ວຍ.

ການ​ຢຸດ​ຍິງ ​ທີ່​ໄດ້​ຮັບ​ການ​ໄກ່
ເກ່ຍ​ໂດຍ​ທ່ານ Kofi Annan
ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​
ປະຊາ​ຊາດ​ ແລະ​ສັນນິບາດ​ອາ
ຣັບ ໄດ້ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ພະຫັດຜ່ານ​ມາ ​ແຕ່​ເລີ່​ມມີ​ຮ່ອງຮອຍ​ໃຫ້​ເຫັນ​ ກ່ຽວ​ກັບ​ການ​ບໍ່​
ປະຕິບັດ​ຕາມໃນ​ມື້ວັນ​ສຸກ​ວານ​ນີ້ຂະນະກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ຊີ​ເຣຍໄດ້​ຍິງ​ສັງຫານ
ພວກ​ປະທ້ວງ​ຢ່າງ​ນ້ອຍ 5 ຄົນ. ການ​ປະ​ທະ​ກັນ​ຍັງ​ໄດ້​ລະ​ເບີດ​ຂຶ້ນ​ໃກ້ໆ​ບໍລິ​ເວນ​ຊາຍ​ແດນທີ່
ຕິດ​ກັບ​ເທີ​ກີ.

ການ​ໂຮມ​ຊຸມນຸມ​ຂະໜາດ​ໃຫຍ່​ຂອງ​ພວກ​ຝ່າຍ​ຄ້ານ​ໄດ້​ມີ​ຂຶ້ນ​ໃນ​ຫຼາຍໆ​ຫົວ​ເມືອງ ທີ່​ເປັນ​ຈຸດ
ລະ​ເບີດ​ໃນ​ທົ່ວ​ປະ​ເທດ​ຊີ​ເຣຍ. ພວກ​ນັກ​ເຄື່ອນ​ໄຫວ​ກ່າວວ່າ ທະຫານລັດຖະບານ​ໄດ້​ຍິງ​ປືນ
ເຂົ້າ​ໃສ່​ພວກ​ປະ​ທ້ວງ​ຢູ່​ໃນ​ຫຼາຍ​ເຂດຮວມທັງ​ການ​ປະ​ທ້ວງທີ່​ເມືອງ Hama.

ພວກ​ນັກ​ເຄື່ອນ​ໄຫວ​ຫຼາຍກຸ່ມ​ແລະ​ພວກ​ຊາວບ້ານ​ເທີ​ກີ​ກ່າວ​ວ່າ ທະຫານ​ຊີ​ເຣຍແລະ​ກຳລັງ
ຂອງພວກ​ກະບົດ​ໄດ້​ປະ​ທະ​ກັນ​ໃກ້ໆ​ຊາຍ​ແດນ​ເທີ​ກີ. ມີ​ລາຍ​ງານ​ວ່າການ​ສູ້​ລົບ​ກັນ​ຈຳນວນ
ນຶ່ງ ​ແມ່ນ​ໜັກໜ່ວງ.

ລັດຖະບານ​ຊີ​ເຣຍກ່າວ​ວ່າ ຕົນ​ຈະ​ທຳ​ການ​ຕອບ​ໂຕ້​ທໍ່​ນັ້ນຕໍ່​ການ​ໂຈມຕີ​ທີ່​ເລີ່ມຂຶ້ນ​ໂດຍ​ພວກ
ຫົວ​ຮຸນ​ແຮງ​ປະກອບ​ອາວຸດ. ​ແຕ່​ທ່ານ Sami al-Hussain ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ​ທີ່​
ເມືອງ Hama ກ່າວ​ຕໍ່​ວີ​ໂອ​ເອວ່າການ​ຍິງ​ພວກ​ປະ​ທ້ວງຢູ່​ທີ່​ເມືອງ​ດັ່ງກ່າວ​ໃນ​ມື້ວັນ​ສຸກ​ວານ
ນີ້ ​ແມ່ນ​ມີ​ຂຶ້ນ​ໂດຍ​ບໍ່​ໄດ້​ມີ​ການ​ທ້າ​ທາຍ​ເກາະຜິດ.

XS
SM
MD
LG