ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທິລເລີຊັນ ແລະ ທ່ານລາຟຣອຟ ພົບປະກັນ ທີ່ວໍຊິງຕັນ


Syria Likely to Dominate Tillerson-Lavrov Talks in Washington
please wait

No media source currently available

0:00 0:02:21 0:00

ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທ່ານ ເຣັກຊ ທິລເລີຊັນ ໄດ້ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີິເກ ລາຟຣອຟ ທີ່ກະຊວງການຕ່າງປະ ເທດໃນວັນພຸດມື້ນີ້ ​ເພື່ອການເຈລະຈາທີ່ຄາດວ່າ ຈະຖືກຄອບງຳ ໂດຍຄວາມ​ເຫັນ ​ທີ່
ແຕກຕ່າງ ກ່ຽວກັບ ຊີເຣຍ ແລະ ຢູເຄຣນ ຂອງທັງສອງປະເທດ.

ໃນຕອນເຊົ້າຂອງມື້ນີ້ ທ່ານ ລາຟຣອຟ ຈະພົບປະກັບປະທານາທິບໍດີ ດໍໂນລ ທຣຳ ທີ່ທຳ
ນຽບຂາວ. ເທື່ອນີ້ຈະເປັນຄັ້ງທຳອິດທີ່ທ່ານ ລາຟຣອຟ ໄດ້ມາຢຽມຢາມ ວໍຊິງຕັນ ນັບຕັ້ງ
ແຕ່ 2013 ​ເປັນຕົ້ນມາ.

ທ່ານ ທິລເລີຊັນ ແລະ ທ່ານ ລາຟຣອຟ ໄດ້ພົບປະກັນທີ່ນະຄອນຫຼວງ ມົສກູ ເມື່ອເດືອນ
ແລ້ວນີ້, ຖ່າມກາງຄວາມເຄັ່ງຕຶງ ກ່ຽວກັບ ການຖິ້ມລະເບີດໃສ່ຖານທັບອາກາດຊີເຣຍ
ໂດຍ ສະຫະລັດ ຫຼັງຈາກກອງກຳ ລັງ ຊີເຣຍ ຖືກກ່າວຫາວ່າໂຈມຕີພົນລະເຮືອນລວມ
ທັງເດັກນ້ອຍດ້ວຍອາວຸດເຄມີ.

ອະດີດເອກອັກຄະລັດຖະທູດ ສະຫະລັດ ທ່ານ ອາເລັກແຊນເດີ ເວີຊໂບ, ເຊິ່ງ​ໃນ​ຂະ
ນະນີ້ປະຕິບັດໜ້າທີ່ຢູ່ສະຖາບັນການຄົ້ນຄວ້າຂອງສະພາ ແອັດ​ແລນຕິກ, ໄດ້ກ່າວຕໍ່ວີ
ໂອເອວ່າ ທັງສອງທ່ານຈະມີວຽກ​ງານ​ອັນ​ຫຍຸ້ງຍາກ​ທີ່​ຈະ​ຕ້ອງ​ໄດ້​ເຮັດ.

ທ່ານ ເວີຊໂບ ໄດ້ກ່າວວ່າ “ພວກເຮົາທັງສອງໄດ້ພະຍາຍາມເຮັດສິ່ງດຽວກັນໃນ
ປະເທດ ຊີເຣຍ, ເຊິ່ງແມ່ນການສິ້ນສຸດສົງຄາມກາງເມືອງ ແລະ ປ່ຽນລັດຖະບານ
ໃໝ່ທີ່ປະຊາຊົນທຸກຄົນໃນປະເທດ ຊີເຣຍ ສາມາດຮັບໄດ້. ແຕ່ແນ່ນອນ, ເມື່ອທ່ານ
ເວົ້າເຖິງລາຍ​ລະອຽດແລ້ວ, ພວກເຮົາເບິ່ງຄືວ່າ ຈະບໍ່ສາມາດຕົກລົງຫຍັງນຳກັນ
ໄດ້.”

ທ່ານກ່າວວ່າ ບັນຫາສຳຄັນສຸດ ທີ່ຍັງ​ແກ້​ໄຂ​ບໍ່​ໄດ້​ກໍມີຢູ່ວ່າ ອະນາຄົດຂອງ ຊີເຣຍ ຈະ
ລວມມີ ປະທານາທິບໍດີ ບາຊາ ອາລ-ອາຊາດ ຫຼື ບໍ່, ຜູ້ທີ່ສະຫະລັດ ແລະ ປະເທດອື່ນໆ
ອີກ​ຫຼາຍປະ​ເທດກ່າວວ່າ ຕ້ອງ​ໄດ້ລາອອກຈາກຕຳແໜ່ງ, ແຕ່ ຣັດເຊຍ ໃຫ້ການສະໜັບ
ສະໜູນທ່ານ. ໃນຂະນະດຽວກັນນັ້ນ, ຣັດເຊຍ, ອີຣ່ານ ແລະ ເທີກີ ໄດ້ເຊັນຂໍ້ຕົກລົງ
ກ່ຽວກັບ “ເຂດຫຼຸດຜ່ອນຄວາມຮຸນ​ແຮງ” ຫຼື “ເຂດປອດໄພ” ສຳລັບພົນລະເຮືອນ ຊີ
ເຣຍ ໃນການເຈລະຈາທີ່ນະຄອນຫຼວງ ແອັສຕານາ ປະເທດ ກາຊັກສຖານ ໃນສັບປະ
ດາທີ່ຜ່ານມາ. ສະຫະລັດ ພຽງແຕ່ສົ່ງທູດພິເສດໄປຮ່ວມການເຈລະຈາດັ່ງກ່າວ ​ໃນ​ຖາ
ນະຜູ້ສັງເກດການເທົ່ານັ້ນ.

ທ່ານ ທິລເລີຊັນ ເບິ່ງຄືວ່າຢາກຮູ້ເພີ່ມເຕີມ ກ່ຽວກັບ ເຂດທີ່ວ່ານັ້ນຈະຖືກບັງຄັບໃຊ້
ແນວໃດ. ທ່ານ ເວີຊໂບ ໄດ້ກ່າວວ່າ ການ​ໂອ້​ລົມສົນທະນາກັນຢ່າງເປັນປະຈຳຂອງ
ທ່ານ ທິລເລີຊັນ ແລະ ທ່ານ ລາຟຣອຟ ກ່ຽວກັບ ບັນຫາທີ່ຊັບຊ້ອນນີ້ແມ່ນມີຄວາມ
ສຳຄັນຫຼາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Russia Lavrov
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG