ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຖານະການ ໃນຊີເຣຍ ເພີ່ມຄວາມຮ້າຍແຮງຂຶ້ນ


ນາຍພົນ Robert Mood ຫົວໜ້າກອງກຳລັງສັງເກດການ ສປຊ ໃນຊີເຣຍ
ນາຍພົນ Robert Mood ຫົວໜ້າກອງກຳລັງສັງເກດການ ສປຊ ໃນຊີເຣຍ

ຫົວໜ້າ​ກຳລັງ​ສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍ​ ໄດ້​ກ່າວ​ຫາທັງ​ພວກ​
ກະບົດ​ແລະ​ທະ​ຫານ​ລັດຖະບານ​ວ່າ​ ເປັນ​ຜູ້​ຊຸກຍູ້​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນຢູ່​ໃນ
​ປະ​ເທດ​ດັ່ງກ່າວ. ການ​ກ່າວ​ຫາ​ທີ່​ວ່າ​ນີ້ ມີຂຶ້ນ​ໃນ​ຂະນະ​ທີ່ຣັດ​ເຊຍ​ເອົາ​ທ່າ​ທີແຂງ​ຂຶ້ນຕໍ່​ການ​
ກົດ​ດັນ​ຂອງ​ວໍ​ຊິງ​ຕັນ ​ເພື່ອ​ໃຫ້​ມີ​ການ​ໂຄ່ນ​ລົ້ມປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad.

ພົນ​ຕີ Robert Mood ກ່າວ​ໃນ​ມື້ວັນ​ສຸກວານ​ນີ້ວ່າ ການ​ສູ້​ລົບ​ກັນ​ໃນໄລຍະ 10 ມື້ຜ່ານ​
ມານີ້​ແມ່ນ​ໄດ້​ຕັ້ງ​ໃຈ​ໂດຍ​ທັງ​ສອງ​ຝ່າຍ​ທີ່​ຈະ​ໃຫ້​ມີ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນຊຶ່ງໄດ້ຮັບ​ການ​ສູ​ນ​
ເສຍ​ໂດຍ​ທັງ​ສອງ​ຝ່າຍ ​ແລະ​ພາ​ໃຫ້​ມີ​ການ​ສ່ຽງ​ຫຼາຍຂຶ້ນ ຕໍ່​ຄະນະ​ສັງ​ເກດ​ການ​ຂອງ​ທ່ານ.
ທ່ານ​ເວົ້າ​ວ່າ ການ​ໂຈມ​ຕີ​ທີ່​ເພີ່ມ​ທະວີ​ຂຶ້ນ ອາດຈະ​ພາ​ໃຫ້​ມີ​ການ​ຖອນ​ກຳລັງ ​ທີ່​ບໍ່​ໄດ້​ຕິດ
​ອາວຸດ​ຂອງ​ທ່ານ ອອກ​ໄປ​ຢ່າງ​ໄວວາ.

​ໃນ​ວັນ​ສຸກ​ວານ​ນີ້ ລັດຖະບານ​ຊີ​ເຣຍ ຍັງ​ສືບ​ຕໍ່ບຸກ​ໂຈມ​ຕີ​ເຂດ​ຄວບ​ຄຸມ​ຂອງ​ພວກກະບົດ.
ມີ​ລາຍ​ງານ​ວ່າ ​ໄດ້​ເກີດ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ທົ່ວ​ແຂວງ Aleppo ​ແລະ​ທີ່​ເມືອງ Homs
​ໃນພາກ​ກາງຂອງ​ຊີ​ເຣຍ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍທີ່​ມີ​ສຳນັກງານ​ຢູ່​ປະ​ເທດ​ອັງກິດ​ກ່າວ​ຕໍ່​ວີ​ໂອ​ເອວ່າ ນອກ
​ນັ້ນ​ແລ້ວ​ ກຳລັງ​ຮັກສາ​ຄວາມ​ສະຫງົບ​ຍັງ​ໄດ້​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ຕໍ່​ເຂດ​ທີ່ຄວບ​ຄຸມ​ໂດຍ​ພວກ
​ຝ່າຍ​ຄ້ານ ​ແລະ​ປະ​ທະ​ກັນ​ກັບ​ພວກ​ກະບົດ​ທີ່​ເມືອງ Douma ​ແລະ​ນະຄອນຫຼວງ Damas-
cus. ມີ​ຜູ້​ຄົນ​ຈຳ​ນວນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ໄລຍະສອງ​ສາມມື້ຜ່ານ​ມານີ້ ທ່າມກາງ​ການ​ສູ້​
ລົບທີ່​ຮ້າຍ​ແຮງ​ຂຶ້ນ.

ທີ່​ກຸງ​ມົສກູ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຣັດ​ເຊຍ ທ່ານ Sergei Lavrov ​ໄດ້ປະຕິ​ເສດ​ວ່າ
ລັດຖະບານ​ຂອງ​ທ່ານ​ ບໍ່​ໄດ້​ສົນທະນາ​ຫາລື​ ກ່ຽວ​ກັບ​ແຜນການ​ຫັນປ່ຽນ​ ທາງ​ດ້ານ​ການ
​ເມືອງ​ໃນ​ຊີ​ເຣຍ. ທ່ານເວົ້າວ່າ ຣັດ​ເຊຍ​ບໍ່​ໄດ້​ພົວພັນ​ໃດໆ​ໃນການ​ໂຄ່ນ​ລົ້ມອຳນາດ​ການ​ປົກ
ຄອງບໍ່​ວ່າ​ໂດຍ​ຜ່ານ​ການ​ອະນຸມັດ​ກ່ຽວ​ກັບ​ການດຳ​ເນີນ​ການຕາມ​ລຳພັງ​ຂອງ​ສະພາ​ຄວາມ​
ໝັ້ນຄົງ​ສະຫະ​ປະຊາ​ຊາດຫຼື​ໂດຍ​ການປະກອບສ່ວນ​ເຂົ້າ​ໃນ​ການວາງ​ແຜນ​ທາງ​ການ​ເມືອງ
​ໃດໆ.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດໄດ້​ແນະ​ໃຫ້​ເຫັນ
​ໃນ​ວັນ​ພະຫັດ​ຜ່ານ​ມານີ້ວ່າ ວໍ​ຊິງ​ຕັນ​ແລະ​ມົສກູ​ພວມ​ສົນທະນາ​ຫາລື​ກັນ​ກ່ຽວ​ຍຸດ​ທະ​ສາດ​
ໃນ​ຍຸກ​ຫຼັງທ່ານ Assad ຢູ່​ໃນ​ຊີ​ເຣຍ.

XS
SM
MD
LG