ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສປຊ ຮຽກຮ້ອງ ໃຫ້ສືບສວນ ການສັງຫານໝູ່ ໃນຊີເຣຍ (ວີດີໂອ)


ທ່ານນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດສະຫະປະຊາຊາດ
ທ່ານນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດສະຫະປະຊາຊາດ

ຫົວໜ້າ​ດ້ານ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດຮຽກຮ້ອງ​ໃຫ້​ດຳ​ເນີນການ​ສືບສວນ
​ຢ່າງ​ເປັນ​ອິດສະຫຼະຕໍ່​ອັນ​ທີ່​ທ່ານ​ນາງ​ເອີ້ນວ່າການ​ສັງຫານ​ໝູ່ພົນລະ​ເຮືອນຫຼາຍໆ​ສິບ​ຄົນ​ທີ່
ໜ້າ​ຕື່ນ​ຕົກ​ໃຈຢູ່​ທີ່​ເມືອງ Houla ​ໂດຍ​ເວົ້າວ່າ ​ເຫດການ​ດັ່ງກ່າວອາດມີ​ຄວາມ​ຮ້າຍ​ແຮງທໍ່​ກັນ
​ກັບ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະນຸດຊາດ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ນາງ Navi Pillay ມີ​ຂຶ້ນ​ໃນ​ຖະ​ແຫຼງການ​ສະບັບນຶ່ງ​ທີ່​ນຳ​ສະ​
ເໜີ​ຕໍ່​ກອງ​ປະຊຸມ​ສຸກ​ເສີນ​ຂອງສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດທີ່​ນະຄອນ​ເຈ​ນີວາໃນ​ມື້
ວັນ​ສຸກ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສັງຫານ​ໝູ່ ຢ່າງ​ນ້ອຍ 108 ຄົນ ຊຶ່ງ​ເກືອບ​ເຄິ່ງ
ຂອງ​ຈຳນວນ​ນີ້​ແມ່ນ​ເປັນ​ເດັກນ້ອຍ.

ສະພາ​ສິດທິ​ມະນຸດ​ພວມ​ອະທິ​ປາຍ​ຍັດຕິ​ສະບັບ​ນຶ່ງ​ທີ່​ນຳ​ສະ​ເໜີ​ໂດຍ​ສະຫະລັດ ​ເທີ​ກີ ​ແລະ
​ກາ​ຕ້າທີ່​ໄດ້​ປະນາມ​ການ​ສັງຫານ​ໝູ່​ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນຢ່າງ​ຮຸນ​ແຮງ​ໃຫ້​ແກ່​ນາໆ
​ຊາດ ​ແລະ​ເຮັດ​ໃຫ້ການ​ດຳ​ເນີນ​ຄວາ​ມພະຍາຍາມ ​ເພື່ອຍຸ​ຕິບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍທີ່​ດຳ
​ເນີນ​ມາ​ເປັນ​ເວລາ 15 ເດືອນແລ້ວນັ້ນ ​ເລີ່​ມຂຶ້ນ​ໃໝ່ອີກ.

ຮ່າງ​ຍັດຕິ​ທີ່​ໄດ້​ມີ​ການ​ນຳ​ອອກ​ແຈກ​ຢາຍແລະ​ຜູ້​ສື່​ຂ່າວ​ວີ​ໂອ​ເອ​ໄດ້​ເຫັນ​ໃນ​ວັນ​ພະຫັດ​ວານ​
ນີ້ ​ໄດ້​ມີ​ການຖິ້ມ​ໂທດ​ຢ່າງ​ນ້ອຍເປັນບາງ​ສ່ວນ​ໃສ່​ລັດຖະບານຊີ​ເຣຍກ່ຽວ​ກັບ​ເຫດ​ຮ້າຍໃນ
​ຄັ້ງນີ້.

​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ເດີນທາງ​ໄປ​ເມືອງ Houla ຫຼັງຈາກ​ໄດ້​ມີ ການ​ສັງ
ຫານ​ໝູ່​ເກີດ​ຂຶ້ນ​ໃນ​ວັນ​ທີ 25 ​ເດືອນ​ແລ້ວກ່າວ​ວ່າ ມີ​ການ​ສົງ​ໄສ​ບາງຢ່າງ​ກ່ຽວ​ກັບ​ການ
​ພົວພັນ​ຂອງ​ກຸ່ມ​ທະຫານ​ບ້ານ Shabita ທີ່​ນິຍົມ​ລັດຖະບານ.

​ໃນ​ວັນ​ພະຫັດ​ວານ​ນີ້ ລັດຖະບານ​ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ການ​ສັງຫານ​ໝູ່​ໃນ​ຄັ້ງນີ້​ໃສ່ກຸ່ມ​ຝ່າຍ
​ຄ້ານ​ປະກອບ​ອາວຸດ ທີ່​ເວົ້າວ່າ ​ມີ​ການ​ໂຈມ​ຕີ​ບັນດາ​ຄອບຄົວ​ທີ່​ບໍ່​ຍອມ​ເຂົ້າຮ່ວມ​ໃນ​ການ​
ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ. ທ່ານ​ນາງ Susan Rice ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ
​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ເອີ້ນການ​ກ່າວອ້າງ​ ຂອງ​ລັດ​ຖະບານຊີ​ເຣຍວ່າ “​ໄຮ້ສາ
ລະ”.

ຂະນະ​ດຽວ​ກັນ ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ລາຍ​ງານ​ວ່າ ​ໄດ້​ມີ​ການ​ສູ້​ລົບ​ກັນຄືນ​ອີກ
​ຂະນະ​ທີ່​ກຳນົດເສັ້ນຕາຍຂອງ​ຜູ້​ບັນຊາ​ການກະບົດທີ່​ໃຫ້​ລັດຖະບານ​ຊີ​ເຣຍປະຕິບັດ​ຕາມ
​ແຜນການ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ ​ໄດ້ ຜ່ານ​ພົ້ນ​ໄປ.

ຄະນະ​ກຳມະການ​ປະສານ​ງານ​ໃນ​ເຂດ​ທ້ອງ​ຖິ່ນ​ກ່າວ​ວ່າ ກອງທັບ​ຊີ​ເຣຍ​ເສລີ​ໄດ້ປະ​ທະ
ຢ່າງ​ໜັກ​ກັບ​ທະຫານ​ລັດຖະບານ ​ໃນ​ເຂດ​ຊານເມືອງ​ຂອງ​ກຸງ​ດາ​ມັສກັສ ​ໃນຕອນ​ເຊົ້າ
ຂອງ​ວັນ​ສຸກ​ມື້ນີ້.

​ໃນຕົ້ນອາທິດ​ນີ້ ນາຍ​ພົນ​ພົນ​ຄົນ​ຂອງ​ກອງທັບ​ຊີ​ເຣຍ​ເສລີ​ ກ່າວ​ວ່າ ກຳລັງ​ຂອງທ່ານ
​ຈະ​ຍົກ​ເລີກ​ບໍ່​ປະຕິບັດ​ຕາມ​ແຜນການ​ສັນຕິພາບ​ອົງການ​ສະຫະ​ປະຊາ​ຊາດຖ້າ​ລັດຖະ
ບານ​ຊີ​ເຣຍຫາກ​ບໍ່​ສາມາດ​ເອົາ​ບາດກ້າວ ​ເພື່ອ​ໃຫ້​ມີ​ການ​ປະຕິບັດ​ຕາມແຜນການ​ດັ່ງ
ກ່າວ​ພາຍ​ໃນ​ຕອນ​ທ່ຽງ​ຂອງ​ວັນ​ສຸກ​ມື້ນີ້.

XS
SM
MD
LG