ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະ ສັງເກດການ ສປຊ ໃນຊີເຣຍ ເດີນທາງໄປບ້ານ ທີ່ຖືກໂຈມຕີ (ວີດີໂອ)


ນາຍພົນ Robert Mood ຫົວໜ້າຄະນະສັງເກດການສະຫະປະຊາຊາດ ໃນຊີເຣຍ
ນາຍພົນ Robert Mood ຫົວໜ້າຄະນະສັງເກດການສະຫະປະຊາຊາດ ໃນຊີເຣຍ

ຄະນະ​ສັງ​ເກດ​ການ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍ ອອກຈາກ​ກອງບັນຊາ​ການ​ໃນ
​ນະຄອນຫຼວງດາ​ມັສກັສ​ເພື່ອ​ພະຍາ​ຍາມ​ເດີນທາງ​ໄປຍັງ​ບ້ານ​ແຫ່ງນຶ່ງບ່ອນ​ທີ່​ 150 ກວ່າ​ຄົນ​
ໄດ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ໃນ​ມື້ວັນ​ພະຫັດ​ຜ່ານ​ມາ.

ໃນ​ວັນ​ເສົາ​ມື້ນີ້ມີ​ຄົນ​ເຫັນຄະ​ນະ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ​ຂົນ​ເຄື່ອງ​ຂຶ້ນ​ໃສ່​ລົດ​ກ່ອນ
​ອອກ​ເດີນທາງມຸ່ງ​ໜ້າ​ໄປ​ທາງ​ແຂວງ​ຮາ​ມາ.

ນາຍ​ພົນ Robert Mood ຫົວໜ້າ​ຄະນະ​ສັງ​ເກດ​ການ​ ຂອງ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍ ໄດ້
​ໂຈະ​ການ​ປະຕິບັດ​ງານ​ໃນ​ເດືອນ​ແລ້ວນີ້ ຍ້ອນມີ​ຄວາມ​ສ່ຽງ ​ຕໍ່​ຄວາມປອດ​ໄພ​ຂອງ​ຄະນະ​ສັງ
​ເກດ​ການ 300 ຄົນທີ່ຢູ່​ໃນ​ຊີ​ເຣຍ.

​ໃນ​ມື້ວັນ​ສຸກ​ວານ​ນີ້ທ່ານ Ban Ki-moon ​ເລຂາທິການ​ໃຫຍ່​ຂອງ​ອົງການສະຫະ​ປະຊາ​ຊາດ
ໄດ້​ຖິ້ມ​ໂທດ​ໃສ່​ລັດຖະບານ​ຊີ​ເຣຍ​ໃນ​ການ​ໂຈມ​ຕີ​ບ້ານ Tremseh.

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ໃນ​ຊີ​ເຣຍ ກ່າວ​ວ່າ ມີຫຼາຍ​ເຖິງ 220 ຄົນ ​ໄດ້​ເສຍຊີວິດເວລາ​
ກຳລັງ​ທະຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ລົດ​ຖັງ​ແລະ​ເຮືອບິນ​ເຮຣີຄອບ​ເຕີ້​ໄດ້​ຍິງ​ໂຈມ​ຕີບ້ານ
Tremseh.

XS
SM
MD
LG