ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຮົບຊາວ ເຄີດ ເຄື່ອນກຳລັງ ເຂົ້າຖານທີ່ໝັ້ນ ຂອງພວກ IS


ກອງກຳລັງປະຊາທິປະໄຕ ຊີເຣຍ ເຕົ້າໂຮມກັນຢູ່ເມືອງ Tabqa, ປະເທດ ຊີເຣຍ, ລັງຈາກກອງກຳລັງ SDF ໄດ້ຍຶດເມືອງດັ່ງກ່າວຈາກພວກລັດອິສລາມໃນສັບປະດານີ້. 12 ພຶດສະພາ, 2017.
ກອງກຳລັງປະຊາທິປະໄຕ ຊີເຣຍ ເຕົ້າໂຮມກັນຢູ່ເມືອງ Tabqa, ປະເທດ ຊີເຣຍ, ລັງຈາກກອງກຳລັງ SDF ໄດ້ຍຶດເມືອງດັ່ງກ່າວຈາກພວກລັດອິສລາມໃນສັບປະດານີ້. 12 ພຶດສະພາ, 2017.

ບັນດານັກສັງເກດການກ່າວວ່າ ບັນດາກອງກຳລັງ ຊີເຣຍ ນຳໜ້າ ໂດຍຊາວ ເຄີດ ເຊິ່ງ
ໄດ້ ຮັບການໜູນຫຼັງຈາກແນວໂຮມ ນຳໜ້າໂດຍ ການໂຈມຕີທາງອາກາດ ສະຫະລັດ ນັ້ນກຳລັງຕໍ່ສູ້ກັບພວກ ຫົວຮຸນແຮງລັດອິສລາມ ຢູ່ເຂດນອກເມືອງ Raqqa, ເປັນເມືອງ
ຫຼວງ ທີ່ຖືກປະກາດຂຶ້ນມາເອງຂອງພວກ IS ເຊິ່ງຖືກຍຶດໂດຍກຸ່ມຫົວຮຸນແຮງເມື່ອສາມ
ປີກ່ອນ.

ອົງການນັກເຄື່ອນໄຫວສິ້ງຊອມສິດທິມະນຸດ ຊີເຣຍ ໄດ້ກ່າວໃນວັນ ເສົາວານນີ້ວ່າ ກອງ
ກຳລັງປະຊາທິປະໄຕ ຫຼື SDF ທີ່ໄດ້ຮັບການ ໜູນຫຼັງໂດຍ ສະຫະລັດ ໄດ້ເຄື່ອນເຂົ້າ
ເມືອງ Raqqa ພາຍໃນ 4 ກິໂລແມັດ ໃນຂະນະທີ່ການຕໍ່ສູ້ ໄດ້ຮຸນແຮງຂຶ້ນຢູ່ຫຼາຍຈຸດ
ຂອງພາກເໜືອ ແລະ ພາກໃຕ້ຂອງເມືອງທີ່ຖືກທຳລາຍນັ້ນ.

ໂຄສົກຂອງກອງກຳລັງ SDF ກ່າວໃນວັນສຸກທີ່ຜ່ານມາວ່າ ການໂຈມ ຕີຕໍ່ຕ້ານພວກ
ຈີຮາດ ໃນເມືອງທີ່ຖືກປ້ອງກັນ ທາງພາກເໜືອນັ້ນ ເບິ່ງຄືວ່າຈະເລີ່ມຂຶ້ນໃນສອງສາມ
ເດືອນຂ້າງໜ້າ.

ພັນທະມິດຕໍ່ຕ້ານພວກຈີຮາດ ໄດ້ເລັ່ງລັດການຕໍ່ສູ້ຮົບ ເພື່ອປົດປ່ອຍເມືອງ Raqqa ລວມທັງກອງກຳລັງ SDF ໂຈມຕີຈາກພາກເໜືອ, ແລະ ກອງກຳລັງພາກພື້ນດິນ ຊີ
ເຣຍ ເຊິ່ງເປັນຂູ່ແຂ່ງ ທີ່ໄດ້ຮັບການໜູນຫຼັງຈາກພັນທະມິດນິກາຍ ຊີໄອ ແລະ ຣັດເຊຍ
ນັ້ນ ໄດ້ກົດດັນເຂົ້າ ຕົວເມືອງຈາກພາກໃຕ້.

ທະຫານບ້ານ ອາຣັບ ນິກາຍ ຊຸນນີ ແລະ ເທີກມີນິສຖານ ກໍໄດ້ເຂົ້າຮ່ວມໃນການຕໍ່ສູ້ນີ້
ເຊັ່ນກັນ, ພ້ອມກັບກອງທະຫານຕ່າງຫາກ ຂອງກອງກຳລັງທີ່ໄດ້ຮັບການໜູນຫຼັງຈາກ
ເທີກີ ເຊິ່ງເປັນປໍລະປັກກັບຝ່າຍຂອງ ນັກຮົບຊາວ ເຄີດ ໃນແນວໂຮມ SDF ທີ່ໄດ້ຮັບ
ການໜູນຫຼັງຈາກ ສະຫະລັດນັ້ນ.

ຄວາມຂັດແຍ້ງພາຍໃນແນວໂຮມຕໍ່ຕ້ານພວກ ຈີຮາດ ທີ່ມີຄວາມແຕກ ຕ່າງກັນຢ່າງ
ກວ້າງຂວາງປະຈຸບັນນີ້ ໄດ້ຖືກຮັບມືດ້ວຍວິທີການທູດທີ່ງຽບ ໂດຍບັນດາຜູ້ບັນຊາການ
ກອງທັບ ສະຫະລັດ,​ ເທີກີ ແລະ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG