ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮອງ​ ປ. ​ສຫລ ຈະ​ໄປ​ຢ້ຽມຢາມ 4 ປະ​ເທດ​ ຢູ່​ເຂດ​ເອ​ເຊຍປາຊີ​ຟິກ ໃນກາງເດືອນນີ້


ທ່ານ Mike Pence ຮອງ​ປະທານາທິບໍດີ​ສະຫະລັດ
ທ່ານ Mike Pence ຮອງ​ປະທານາທິບໍດີ​ສະຫະລັດ

ທ່ານ Mike Pence, ຮອງ​ປະທານາທິບໍດີ​ສະຫະລັດ ຈະ​ໄປ​ຢ້ຽມຢາມເກົາຫຼີໃຕ້ໃນ​
ກາງ​ເດືອນນີ້ ໃນ​ຂະນະ​ທີ່​ການສະ​ແດງແສນ​ຍານຸພາບ ​ຂອງ​ໂຄງການອາວຸດ​ນີວ​
ເຄລຍແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງເກົາຫຼີ​ເໜືອ​ ພາ​ໃຫ້ຄວາມ​ເຄັ່ງ​ຕຶງຢູ່​ ໃນເຂດ​
ເອ​ເຊຍ​ຕາ​ເວັນ​ອອກ​ ​ເພີ້ມທະວີ​ຂຶ້ນ.

ທ່ານ Pence ຈະ​ເດີນທາງ​ເປັນ​ເວລາ 10 ວັນ​ເພື່ອ​ຢ້ຽມຢາມ​ສີ່​ປະ​ເທດ​ໃນ​ເຂດ​ເອ​
ເຊຍປາຊີ​ຟິກ ຊຶ່ງ​ລ​ວມທັງ​ການ​ຢ້ຽມຢາມຍີ່ປຸ່ນ, ອິ​ນໂດ​ເນ​ເຊຍ, ອອສ​ເຕ​ເຣຍ, ​ແລະ​
ລັດຮາ​ວາຍ. ອີງ​ຕາມ​ທໍານຽບຂາວ​ແລ້ວທ່ານ​ຈະ​ອອກ​ເດີນທາງ​ໃນ​ວັນ​ທີ 15 ​ເມສານີ້.

ການ​ເດີນທາງ​ຄັ້ງນີ້ ຈະ​ເປັນ​ການ​ເ​ດີ​ນທາງຄັ້ງທໍາ​ອິດຂອງ​ຮອງ​ປະທານາທິບໍດີ​ສະ
ຫະລັດ ເພື່ອໄປ​ຢ້ຽ​ມຢາມຂົງ​ເຂດ​ເອ​ເຊຍປາຊີ​ຟິກຢ່າງ​ເປັນ​ທາງ​ການ ຊຶ່ງ​ທ່ານ​ຈະ​ໄດ້​
ພົບປະ​ສົນທະນາ​ກັບບັນດາ​ຜູ້​ນໍາ​ປະ​ເທດຕ່າງໆ ກ່ຽວກັບ​ເລື່ອງ​ພັນທະ​ມິດ​ທາງທະ
ຫານ, ບັນຫາ​ການ​ຄ້າ ​ແລະ​ເສດຖະກິດ.

ການ​ເດີ​ນທາງ​ຂອງ​ທ່ານ Pence ​ໄປ​ຍັງເກົາຫຼີໃຕ້ ​ແມ່ນ​ມີ​ຂຶ້ນພາຍ​ຫລັງທີ່ເກົາຫຼີເໜືອ
​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ລົງ​ໃສ່​ເຂດໜ່ານນໍ້າ ນອກຊາຍ​ຝັ່ງທະ​ເລທາງຕາ​ເວັນ​
ອອກ​ຂອງຕົນ​ໃນວັນ​ທີ 5 ​ເມສາ​ຜ່ານ​ມາ ຊຶ່ງ​ໄດ້​ເຮັດ​ໃຫ້ມີ​ຄໍາ​ເຕືອນ​ຈາກປະທານາທິບໍດີ
​ດໍ​ໂນລ ​ທຣໍາວ່າ ສະຫະລັດ​ຈະ​ກະທໍາ​ການຕາມ​ລຳພັງ​ເພື່ອຢຸດຕິການ​ກະທໍາ​ທີ່​ເປັນ
​ການ​ຮຸກ​ຮາ​ນດັ່ງກ່າວ​ຂອງເກົາຫຼີເໜືອ​.

ການ​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດດັ່ງກ່າວ ​ເປັນ​ການ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
​ແລະ​ອາວຸດ​ນີວ​ເຄລຍຄັ້ງຫລ້າ​ສຸດ​ໃນ​ຈໍານວນຫລາຍໆຄັ້ງ ທີ່ເກົາຫຼີເໜືອ​ໄດ້ດໍາ​ເນີນ
​ການ​ໃນ​ໄລຍະ​ສອງ​ປີຜ່ານ​ມານີ້.

ການ​ເດີນທາງ​ຄັ້ງນີ້ ​ຈະ​ເຮັດ​ໃຫ້​ທ່ານ Pence ມີ​ໂອກາດ​ໄດ້​ສົນທະນາ​ກ່ຽວກັບ​ການ
ຕັດສິນ​ໃຈຂອງ​ທ່ານທຣໍາ ທີ່​ຈະ​ຖອນ​ຕົວ​ອອກ​ຈາກພາຄີການ​ຄ້າຂ້າມ​ມະຫາ​ສະໝຸດ
ປາຊີ​ຟິກ ຫລື TPP ຊຶ່ງ​ເປັນ​ຂໍ້​ຕົກລົງ​ທີ່​ຮວມ​ເອົາ​ອອສ​ເຕຣ​ເລຍ ​ແລະ​ຍີ່ປຸ່ນ​ ​ເຂົ້ານຳ​ດ້ວຍ.

ການກະທໍາ​ຮຸນ​ແຮງ​ຕໍ່ພວກ​ຄົນ​ເຂົ້າ​ເມືອງ ​ແລະການ​ຫ້າມຂອງ​ທ່ານ​ທຣໍາ ບໍ່​ໃຫ້ຄົນ​ຈາກ
​ຫົກ​ປະ​ເທດ​ທີ່ມີ​ພົນລະ​ເມືອງ​ສ່ວນ​ໃຫຍ່ເປັນ​ຊາວ​ມຸສລິ​ມ​ນັ້ນເດີນທາງ​ເຂົ້າສະຫະລັດ​
ຈະ​ເປັນ​ຫົວ​ຂໍ້​ທີ່​ບັນດາ​ຜູ້​ນໍາ​ອິນໂດ​ເນ​ເຊຍ ຊຶ່ງ​ເປັນປະ​ເທດທີ່​ມີ​ພົນລະ​ເມືອງ​ເປັນຊາວ
ມຸສລິ​ມ​ຫລາຍ​ທີ່​ສຸດ​ໃນ​ໂລກ ຍົກ​ຂຶ້ນມາ​ສົນທະນາ​. ​ເຖິງ​ແມ່ນ​ວ່າ ​ອິນໂດ​ເນ​ເຊຍຈະ​ບໍ່
ຢູ່​ໃນ​ລາຍ​ຊື່​ປະ​ເທດທີ່​ເປັນ​ຊາວ​ມຸສລິ​ມສ່ວນ​ໃຫຍ່ແລະຢູ່​ພາຍ​ໃຕ້ການຫ້າມ​ເດີນທາງ
ທີ່​ທ່ານ​ທຣໍາວາງ​ອອກ​ກໍ​ຕາມ ​ແຕ່ຜູ້​ນໍາ​ອິນໂດ​ເນ​ເຊຍກໍ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈອອກ
​ມາ ຕໍ່ນະ​ໂຍບາຍຫ້າມ​ເດີນທາງ​ດັ່ງກ່າວ ທີ່​ຖືກ​ສານ​ຕ່າງໆ​ຂອງ​ສະຫະລັດ ສະກັດ​ກັ້ນ
​ໄວ້​ນັ້ນ.

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG