ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ແລະ ພວກຕໍ່ຕ້ານ ຊີເຣຍ ເລີ້ມເຈລະຈາກັນ ທີ່ ເຈນີວາ (ສະໄລດ໌/ວີດີໂອ)


ທ່ານ Ahmad Jarba ປະທານກຸ່ມແນວໂຮມ​​ແຫ່ງ​ຊາດ​ຊີ​ເຣຍ
ທ່ານ Ahmad Jarba ປະທານກຸ່ມແນວໂຮມ​​ແຫ່ງ​ຊາດ​ຊີ​ເຣຍ
ບັນດາ​ຜູ້​ຕາງໜ້າ​ຂອງລັດຖະບານ​ຊີ​ເຣຍ ​ແລະ​ພວກຕໍ່ຕ້ານ ມີ
ກຳນົດ​ທີ່​ຈະ​ເລີ້ມ ການເຈລະ​ຈາ​ ຢູ່ນະຄອນ Geneva ​ໃນ​ວັນ​
ສຸກ​ມື້​ນີ້ ​ແຕ່ວ່າຈະບໍ່ເປັນການພົບ ປະແບບເຊິ່ງໜ້າ ​ເປັນ​ເທຶ່ອ
ທໍາ​ອິດ ຕາມ​ທີ່​ໄດ້​ວາງ​ແຜນໄວ້ລ່ວງໜ້າ.

ເຈົ້າໜ້າທີ່ອົງການສະຫະປະຊາຊາດກ່າວໃນວັນສຸກມື້ນີ້ວ່າ ທັງ
ສອງຝ່າຍຈະພົບ ປະ ແບບແຍກກັນ ຢູ່ຄົນລະຫ້ອງແທນ ໂດຍ
ທີ່ຜູ້ໄກ່ເກ່ຍສະຫະປະຊາຊາດ ຄື ທ່ານ Lakhdar Brahimi ຈະ
ກັບໄປກັບມາ ໃນແຕ່ລະຫ້ອງ.



ຄະນະ​ຜູ້​ຕາງໜ້າ​ທີ່ເປັນຄູ່ປໍລະປັກທັງສອງ ​ບໍ່ສະ​ແດງ​ໃຫ້​ເຫັນຮ່ອງ​ຮອຍ​ການ​ປະ​ນີປະນ​ອມ ກັນເລີຍ ​ແລະ​ໄດ້ຂູ່​ວ່າ ​ທີ່​ຈະຖອນ​ຕົວອອກ​ຈາກການເຈລະຈາ​ທີ່ໄດ້ມີ​ການຄອງຄອຍຖ້າມາ ເປັນເວລາດົນ​ນານຊຶ່ງ​ໄດ້​ເລີ້ມ​ຂຶ້ນໃນ​ມື້ວັນ​ພຸດຜ່ານມາ​ດ້ວຍ​ພິທີ​ເປີດຢ່າງກະຕືລືລົ້ນຢູ່​ເມຶອງ Montreux.

ພວກຕໍ່ຕ້ານລັດຖະບານ​ກ່າວ​ວ່າ ຕົນ​ຈະ​ບໍ່​ເຈລະ​ຈາ​ໂດຍ​ກົງ​ ກັບລັດຖະບານ​ຊີ​ເຣຍ ນອກ
ຈາກວ່າລັດຖະບານຈະຕົກລົງເຈລະຈາຫາລື ​ກ່ຽວ​ກັບການລາອອກ​ຈາກ​ ຕໍາແໜ່​ງຂອງປະ​
ທາ​ນາ​ທິບໍດີ Bashar al-Assad. ກຸງ Damjascus ​ໄດ້​ປະຕິ​ເສດບໍ່ຍອມກະທຳ ​ແລະກ່າວ​
ຫາ​ວ່າ ພວກ​ຕໍ່ຕ້ານວ່າ​ໃຫ້ການ​ສະໜັບ ສະໜູນ​ພວກ​ກໍ່​ການ​ຮ້າຍ.

ທ່ານ Ahmad Jarba ປະທານກຸ່ມແນວໂຮມແຫ່ງ​ຊາດ​ຊີ​ເຣຍ ​ໄດ້​ປະກາດ​ໃນ​ວັນ​ພະຫັດ​
ວານ​ນີ້​ວ່າ ບໍ່​ຕ້ອງ​ມີ​ຄວາມ​ສົງ​ໄສໃດໆເລີຍ​ວ່າ “ລະບອບການປົກຄອງ ຂອງ​ຊີ​ເຣຍ​ໄດ້​ຕາຍ​ໄປແລ້ວ.” ​ແຕ່​ທ່ານ​ກ່າວ​ວ່າ ມັນ​ມີ​ຄວາມສໍາຄັນ​ທີ່​ການ​ເຈລະ ຈາ​ທີ່ຈະຕ້ອງດຳເນີນຕໍ່ໄປ.

Syria
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG