ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

28 ຄົນເສຍຊີວິດ ແລະ 200 ກວ່າຄົນບາດເຈັບ ໃນເຫດລະເບີດຢູ່ຊີເຣຍ


ເຫດລະເບີດ ທີ່ເມືອງ Aleppo ໃນພາກເໜືອຊີເຣຍ (10 ກຸມພາ 2012)
ເຫດລະເບີດ ທີ່ເມືອງ Aleppo ໃນພາກເໜືອຊີເຣຍ (10 ກຸມພາ 2012)

ໂທລະພາ​ບຂອງ​ທາງ​ການ​ຊີ​ເຣຍ ລາຍ​ງານ​ວ່າ ​ເຫດ​ລະ​ເບີດ 2 ຄັ້ງ ທີ່​ສຳນັກງານຮັກສາ​
ຄວາມ​ປອດ​ໄພ​ ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ໃນ​ມື້ວັນ​ສຸກ​ວານ​ນີ້ ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ຢ່າງ
ນ້ອຍ 28 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ ​ອີກ 235 ຄົນ ຂະນະ​ທີ່​ການ​ປາບ​ປາມ​ຂອງ​ລັດຖະ
ບານຕໍ່​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງຂຶ້ນໃນທົ່ວ​ປະ​ເທດ.

ເຫດ​ລະ​ເບີດ​ ທີ່​ແນ​ເປົ້າໝາຍ​ໃສ່​ຕຶກອາຄານສືບ​ລັບ​ ແລະ​ຄ້າຍ​ກອງ​ກຳລັງ​ຮັກສາຄວາມ
ປອດ​ໄພ​ແຫ່ງ​ນຶ່ງທີ່​ເມືອງ Aleppo ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ຊຶ່ງ​ເມືອງດັ່ງກ່າວ​ນີ້ຂ້ອນ​
ຂ້າງ​ມີ​ຄວາມ​ສະຫງົບ ນັບແຕ່​ໄດ້​ມີ​ການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ອຳນາດການ​ປົກຄອງ​ຂອງ​ປະທາ
ນາທິບໍດີ Bashar al-Assad ທີ່​ລະ​ເບີດ​ຂຶ້ນ​ໃນ​ເດືອນມີນາ​ປີ​ກາຍ.

ໂທລະພາບ​ຂອງ​ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ໃສ່​ອັນ​ທີ່​ທາງ​ໂທລະພາບ​ດັ່ງກ່າວ​ເອີ້ນວ່າ ກຸ່ມ​ກໍ່​ການ​
ຮ້າຍ​ປະກອບ​ອາວຸດ ​ໃນ​ການ​ໂຈມ​ຕີ​ທັງ​ສອງ ​ໂດຍ​ໄດ້​ອອກ​ຂ່າວ​ຮູບ​ພາບສົບ​ຂອງ​ພວກ​
ທີ່​ຕາຍ​ເຕັມ​ໄປ​ດ້ວຍ​ເລືອດ ຢູ່​ຕາມ​ເດີ່ນ​ຂ້າງ​ນອກ​ ຂອງ​ຕຶກ​ອາຄານ​ທີ່​ໄດ້​ຮັບ​ຄວາມ​ເສຍ
ຫາຍນັ້ນ.

ແຕ່​ພັນ​ເອກ Riyadh al-Asaad ຊຶ່ງ​ເປັນ​ຜູ້​ບັນຊາການ​ກອງທັບ​ຊີ​ເຣຍ​ເສລີທີ່ບໍ່ມີ​ການ
ຈັດຕັ້ງ​ເຂັ້ມ​ແຂງ​ປານ​ໃດ​ນັ້ນ ໄດ້​ປະຕິ​ເສດ​ວ່າຕົນ​ບໍ່​ໄດ້​ເປັນ​ຜູ້​ຮັບຜິດຊອບ ​ແລະ​ກ່າວ​ຫາ​
ລັດຖະບານ​ວ່າ ​ເປັນ​ຜູ້ຢູ່​ເບື້ອງຫຼັງ​ເຫດ​ລະ​ເບີດ​ທັງ​ສອງ.

XS
SM
MD
LG