ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຊີເຣຍ ກຽມລົງຖະໜົນຫົນທາງ ເພື່ອປະທ້ວງ ໃນມື້ນີ້ (ເບິ່ງສະໄລດ໌)


ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍ ຊູມືຂຶ້ນເປັນຮູບໂຕ V ຊຶ່ງໝາຍເຖິງໄຊຊະນະ ໃນຂະນະທີ່ພວກເຂົາເຈົ້າ ນຸ່ງເຄື່ອງທີ່ປົກຄຸມດ້ວຍທຸງຊາດປະຕິວັດຊີເຣຍ ໃນລະຫວ່າງການປະທ້ວງ ທີ່ເມືອງ Baba Amr ໃນແຂວງ Homs ທາງພາກກາງຂອງຊີເຣຍ (21 ທັນວາ 2011)
ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍ ຊູມືຂຶ້ນເປັນຮູບໂຕ V ຊຶ່ງໝາຍເຖິງໄຊຊະນະ ໃນຂະນະທີ່ພວກເຂົາເຈົ້າ ນຸ່ງເຄື່ອງທີ່ປົກຄຸມດ້ວຍທຸງຊາດປະຕິວັດຊີເຣຍ ໃນລະຫວ່າງການປະທ້ວງ ທີ່ເມືອງ Baba Amr ໃນແຂວງ Homs ທາງພາກກາງຂອງຊີເຣຍ (21 ທັນວາ 2011)

ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ ໃນທົ່ວ​ປະ​ເທດ​ ລົງ​ສູ່​ຖະໜົນ​ຫົນ
ທາງ​ໃນວັນ​ສຸກ​ມື້ນີ້ ຂະນະ​ທີ່​ການ​ມີໜ້າ​ຂອງ​ພວກນັກ​ສັງ​ເກດ​ການ​ ຈາກ​ສັນນິບາດ​ອາຣັບ
ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ມີ​ຄວາມ​ກ້າຫານ​ຫຼາຍຂຶ້ນ​ ໃນ​ການ​ດຳ​ເນີນຄວາມ​ພະຍາຍາມ ເພື່ອ
ບັງຄັບ​ໃຫ້​ປະທານາທິບໍດີ Bashar al-Assad ລົງ​ຈາກອຳນາດ ທັງໆ​ທີ່​ຍັງ​ມີ​ການ​ສືບ​ຕໍ່​
ປາບ​ປາມ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຢູ່.

ພວກ​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງ​ ຕໍ່ຕ້ານ​ທ່ານ Assad ກ່າວ​ວ່າ ເຂົາ​ເຈົ້າ​ມີ​ຄວາມຫວັງ​
ໜ້ອຍ​ເຕັມທີ​ທີ່​ພວກ​ນັກ​ສັງ​ເກດ​ການ​ຕ່າງປະ​ເທດ​ຈະ​ສາມາດ​ປົກ​ປ້ອງພວກ​ເຂົາ​ເຈົ້າ​ໄດ້​ແຕ່
ພວກ​ເຂົາ​ເຈົ້າກໍ​ຍັງ​ມີ​ຈຸດ​ປະສົງ ​ທີ່​ຈະ​ທຳ​ການ​ໂຮມ​ຊຸມນຸມປະ​ທ້ວງ​ລຸນ​ຫຼັງການ​ສວດ​ມົນ​ພາ
ວະນາ​ໃນ​ວັນ​ສຸກ​ມື້ນີ້.

ກຳລັງ​ຮັກສາ​ຄວາມ​ສະຫງົບ​ໄດ້​ສັງຫານ​ຢ່າງ​ນ້ອຍ 25 ຄົນ​ໃນັວນພະຫັດ​ວານ​ນີ້ ຂະນະ​ທີ່​
ພວກ​ນັກ​ສັງ​ເກດ​ການ ​ໄດ້​ກະຈາຍ​ກັນ​ອອກ​ໄປ​ເຮັດ​ວຽກ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ກວດກາ​ເບິ່ງ​
ວ່າ​ລັດຖະບານ​ຊີ​ເຣຍ​ ໄດ້​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ ທີ່​ຕົນ​ໄດ້​ໃຫ້​ໄວ້ວ່າ ຈະ​ຢຸດເຊົາ​ການ​
ປາ​ບປາມ​ຢ່າງ​ນອງ​ເລືອດ​ແລະ​ປ່ອຍ​ພວກ​ນັກ​ໂທດການ​ເມືອງຫຼືບໍ່.

ອົງການ​ສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍກ່າວ​ວ່າ ທະຫານ​ໄດ້​ລະດົມ​ຍິງ​ໃສ່​ພວກປະ​ທ້ວງ​
ຫຼາຍສິບ​ພັນ​ຄົນ ທີ່​ໂຮມ​ຊຸມນຸມ​ກັນ​ຢູ່​ໃນຄຸ້ມ Douma ໃນເຂດ​ຊານ​ເມືອງຂອງ​ນະຄອນ
ຫຼວງດາ​ມັສກັສເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 4 ຄົນ. ຂະນະ​ທີ່​ມີ​ຂ່າວ​ແຜ່​ກະຈາຍ​ອອກ
ໄປ​ວ່າ ຄະນະ​ສັງ​ເກດ​ການ​ຂອງ​ສັນນິບາດ​ອາຣັບ ​ໄປມີໜ້າຢູ່​ໃນ​ເຂດ​ດັ່ງກ່າວ ປະຊາຊົນ​
ຫຼາຍໆ​ພັນ​ຄົນ​ກໍ​ເລີ່​ມ​ໂຮມ​ຊຸມນຸມ​ກັນ ຮຽກຮ້ອງ​ໃຫ້ໂຄ່ນ​ລົ້ມທ່ານ Assad ​ແລະ​ໃຫ້​ນາໆ​
ຊາດ​ປົກ​ປ້ອງ​ຄຸ້ມ​ຄອງ​ພົນລະ​ເຮືອນ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ໃນ​ວັນ​ພະຫັດ​ວານ​ນີ້ ຍັງ​ຮວມທັງການ​ເສຍ
ຊີວິດ​ຂອງ​ຢ່າງ​ນ້ອຍ 6 ຄົນ​ທີ່​ເມືອງ​ຮາ​ມາ ຊຶ່ງຫົວ​ເມືອງ​ໃນ​ເຂດ​ພາກ​ກາງດັ່ງກ່າວ​ຂອງ​ຊີ​
ເຣຍ​ໄດ້​ກາຍ​ເປັນ​ຈຸດ​ລະ​ເບີດ​ໃນ​ການ​ກໍ່​ຄວາມ​ວຸ້ນວາຍ​ຕໍ່ຕ້ານ​ລັດຖະບານ.

ຊີ​ເຣຍ ​ໄດ້​ຖອນ​ລົດ​ຖັງ​ຂອງ​ຕົນ​ຈຳນວນ​ນຶ່ງ​ ອອກ​ຈາກ​ເມືອງ​ Homs ​ແລະ​ປ່ອຍພວກ​ນັກ​
ໂທດ 800 ຄົນ ​ແຕ່​ຜູ້ນຳ​ພັກ​ຝ່າຍ​ຄ້ານ​ທີ່​ສຳຄັນ​ສຸດທ່ານ Burhan Ghalioun ກ່າວ​ວ່າ
ລັດຖະບານ​ຍັງ​ສືບ​ຕໍ່​ຄຸມ​ຂັງ 100 000 ກວ່າ​ຄົນ ບາງ​ຄົນໃນ​ຈຳນວນ​ນີ້​ແມ່ນ​ຖືກ​ຂັງ​ຢູ່​ຄ້າຍ​
ທະຫານ ​ແລະ​ພວກ​ຂັງ​ຢູ່​ເທິງ​ກຳ​ປັ່ນນອກ​ແຄມຝັ່ງ​ທະ​ເລ​ຂອງ​ຊີ​ເຣຍ.

XS
SM
MD
LG