ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ. Assad ປະຕິເສດບໍ່ຮັບເອົາ ຄວາມຮັບຜິດຊອບ ໃນການເຂັ່ນຂ້າ ພວກປະທ້ວງໃນຊີເຣຍ


ຮູບຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຕິດທີ່ອາຄານໃຫຍ່ແຫ່ງນຶ່ງ ໂດຍພວກສະໜັບ ສະໜູນທ່ານ ໃນວັນທີ 2 ທັນວາ, 2011 ທີ່ຜ່ານມານີ້
ຮູບຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຕິດທີ່ອາຄານໃຫຍ່ແຫ່ງນຶ່ງ ໂດຍພວກສະໜັບ ສະໜູນທ່ານ ໃນວັນທີ 2 ທັນວາ, 2011 ທີ່ຜ່ານມານີ້

ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ​ໄດ້​ປະຕິ​ເສດ ບໍ່ຮັບ​ເອົາ ຄວາມຮັບຜິດ​ຊອບ​ ໃນ​ການ​ເຂັ່ນຂ້າພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ໂດຍ​ໄດ້​ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ ທ່ານບໍ່​ໄດ້​ຄວບ​ຄຸມ​ກອງ​ກໍາລັງ​ທະຫານ ທີ່​ໄດ້​ທໍາ​ການ ກວາດ​ລ້າງ​ຢ່າງ​ໂຫດຮ້າຍຂອງ​ປະ​ເທດ​ນັ້ນ.

ໃນການໃຫ້ສຳພາດແບບບໍ່ຄ່ອຍມີກັນ ທີ່ອອກອາກາດໃນວັນພຸດມື້ນີ້ ທ່ານ Assad ກ່າວຕໍ່ລາຍການຂ່າວຂອງໂທລະພາບ ABC ວ່າ ເຖິງແມ່ນທ່ານ ເປັນປະທານາທິບໍດີກໍຈິງ ແຕ່ທ່ານບໍ່ໄດ້ເປັນເຈົ້າຂອງປະເທດ ດັ່ງນັ້ນຈຶ່ງບໍ່ ແມ່ນກອງກຳລັງຂອງທ່ານ.

ມີການອ້າງຄຳເວົ້າຂອງຜູ້​ນໍາ​ຊີ​ເຣຍທີ່ກ່າວວ່າ ​“ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ” ລະຫວ່າງ​ການ​ມີ “ນະ​ໂຍບາຍ​ທໍາ​ການ​ກວາດ​ລ້າງ ​ແລະ​ຄວາມ​ຜິດ​ພາດ ທີ່​ກະທໍາ​ໂດຍ​ເຈົ້າໜ້າທີ່​ບາງ​ຄົນ.”

ກ່ອນໜ້າທີ່​ຈະ​ມີ​ການນໍາ​ເອົາ​ຄໍາ​ສໍາພາດ​ດັ່ງກ່າວ​ໄປອອກ​ອາກາດ​, ນັກ​ຂ່າວ​ຂອງ ABC ຜູ້​ນຶ່ງ ໄດ້​ນໍາ​ເອົາ​ຄໍາ​ເຫັນ​ຂອງ​ທ່ານ Assad ​ໄປກ່າວ​ໃນ​ກອງ​ປະ ຊຸມ​ຖະ​ແຫລ​ງຂ່າວຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ. ​ໂຄສົກ​ປະ​ຈໍາ​ກະຊວງ​ດັ່ງກ່າວ ທ່ານ MARK TONER ​ໄດ້​ຕອບ​ຄືນ​ໂດຍ​ການ​ໃຫ້​ຄໍາ​ເຫັນ​ວ່າ ບໍ່ມີ​ການສໍ່ສະ​ແດງ​ໃຫ້​ເຫັນໃດໆວ່າ ທ່ານ Assad “​ໄດ້​ກະທໍາ​ອັນ​ໃດ​ທັງໝົດ ນອກ​ເໜືອ​ໄປຈາກການ​ກວາດ​ລ້າງ ທີ່​ໂຫດຮ້າຍທີ່​ສຸດ ຕໍ່ຂະບວນ ການ​ເຄື່ອນ​ໄຫວຕໍ່ຕ້ານ​ຢ່າງ​ສັນ​ຕິ​ວິທີ​ນັ້ນ.” ທ່ານ TONER ຍັງກ່າວ​ເພີ້ມວ່າ ທ່ານ​ເຫັນ​ວ່າ​ “ມັນ​ເປັນ​ເລື້ອງຢາກຫົວ” ທີ່​ວ່າປະທານາທິບໍດີຊີ​ເຣຍ ກໍາລັງ “ພະຍາຍາມ​ເຊື່ອງ​ຊ້ອນ​ຢູ່​ເບື້ອງຫລັງ ຂອງ​ການ​ຫລິ້ນເກ​ມ ​ແລະ ​ໂຕ້​ຖຽງວ່າ ຕົນ​ເອງ​ບໍ່​ໄດ້ໃຊ້​ອໍານາດ​ຢູ່ໃນ​ປະ​ເທດ​ຂອງ​ຕົນ.”

ພ້ອມ​ກັນນັ້ນ, ​ໃນ​ວັນ​ອັງຄານວານ​ນີ້, ທ່ານ​ນາງ Hillary Clinton ​ໄດ້ທໍາ​ການພົບປະທີ່​ບໍ່ຄ່ອຍ​ຈະ​ມີ ກັບພວກຊີ​ເຣຍພັດ​ຖິ່ນທີ່​ຕໍ່ຕ້ານ​ລັດຖະບານ 7 ຄົນ ຢູ່​ນະຄອນເຈນີວາ ​ໃນ​ຂະນະ​ທີ່ເອກ​ອັກຄະ​ລັດຖະທູດສະຫະລັດ​ແລະ​ຝຣັ່ງ​ ​ໄດ້​ກັບ​ຄືນ​ໄປ​ຍັງ​ຊີ​ເຣຍ ພາຍຫລັງ​ທີ່​ໄດ້ໜີອອກ​ຈາກ​ປະ​ເທດ​ດັ່ງກ່າວ​ເປັນ​ເວລາ​ດົນ​ນານ.

ທ່ານ​ນາງຄລິນ​ຕັນ ​ໄດ້​ກ່າວ​ຕໍ່ສະມາ​ຊິກ​ຂັ້ນອາວຸ​ໂສ​ຂອງ​ສະພາ​ແຫ່ງ​ຊາດ​ຊີ​ເຣຍ- ທີ່ໄດ້​ພາກັນພັດ​ຖິ່ນໄປ​ລີ້​ຢູ່ ​ຢູ​ໂຣບໝົດທຸກ​ຄົນນັ້ນວ່າ ການ​ຫັນປ່ຽນ​ໄປ​ສູ່​ປະຊາທິປະ​ໄຕ ​ແມ່ນ​ການ​ກະທໍາ​ທີ່​ເໜືອ​ໄປ​ກວ່າ​ການ​ໂຄ່ນ​ລົ້ມລະບອບ​ປົກຄອງ ຂອງ​ທ່ານ Assad ນັ້ນອີກ. ທ່ານ​ນາງ​ກ່າວ​ເພີ້ມອີກ​ວ່າ “ມັນ​ແມ່ນ​ການຕັ້ງ​ໃຫ້​ປະ​ເທດ​ໄປຢູ່​ໃນ​ແນວທາງ ​ທີ່​ປົກຄອງ​ໂດຍ​ຕົວ​ບົດ​ກົດໝາຍ ​ແລະ​ການ​ປົກ​ປັກ​ສິດທິ​ທັງໝົດຂອງ​ພົນລະເມື​ອງ ​ໂດຍບໍ່​ມີ​ການ​ຈໍາແນ​ກ​ວ່າ​ ຈະ​ນັບຖື​ສາ​ດສະ ໜາ​ໃດ ຫລື​ຊົນຊາດ ຊົນ​ເຜົ່າ​ໃດ ຫລື​ເພດ​ໃດ.”

XS
SM
MD
LG