ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດແຕກສອງຄັ້ງໃນນະຄອນຫຼວງຂອງ ຊີເຣຍ ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ


ຮູບພາບສະແດງໃຫ້ເຫັນເລືອດກະຈາຍຢູ່ພື້ນຖະໜົນ ແລະ ລົດບັສຫຼາຍຄັນໄດ້ຮັບຄວາມເສຍຫາຍ ຢູ່ສະຖານທີ່ລະເບີດ
ແຕກສອງຄັ້ງໃນນະຄອນຫຼວງ ດາມາສກັສ, ຊີເຣຍ, 11 ມີນາ, 2017.
ຮູບພາບສະແດງໃຫ້ເຫັນເລືອດກະຈາຍຢູ່ພື້ນຖະໜົນ ແລະ ລົດບັສຫຼາຍຄັນໄດ້ຮັບຄວາມເສຍຫາຍ ຢູ່ສະຖານທີ່ລະເບີດ ແຕກສອງຄັ້ງໃນນະຄອນຫຼວງ ດາມາສກັສ, ຊີເຣຍ, 11 ມີນາ, 2017.

ປະຊາຊົນຢ່າງໜ້ອຍ 46 ຄົນ, ສ່ວນໃຫຍ່ໃນນັ້ນ ແມ່ນຜູ້ສະແຫວງບຸນຊາວ ອີຣັກ, ໄດ້ຖືກ ຂ້າຕາຍ ແລະ ຄົນອື່ນໆຫຼາຍກວ່າ 120 ຄົນໄດ້ຮັບບາດເຈັບ ຍ້ອນລະເບີດແຕກສອງຄັ້ງ ທີ່ແນເປົ້າໝາຍໃສ່ສານເຈົ້າໃນນະຄອນຫຼວງຂອງປະເທດ ຊີເຣຍ ວັນເສົາວານນີ້.

ຮູບພາບຈາກຈຸດເກີດເຫດໄດ້ສະແດງໃຫ້ເຫັນຊາກຫັກພັງຂອງລົດບັສນັກທ່ອງທ່ຽວຫຼາຍ
ຄັນ, ພ້ອມດ້ວຍແວ່ນຕາ, ເກີບ, ໂທລະສັບມືຖື ແລະ ລໍ້ຄົນພິການທີ່ຈີກຂາດ ກະແຈກກະ
ຈາຍໃນຊາກຫັກພັງທີ່ເປື້ອນເລືອດ.

ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີ. ແນວໃດກໍຕາມ, ພວກຫົວຮຸນ
ແຮງ ລັດອິສລາມ ແລະ ພວກຫົວຮຸນແຮງຊາວ ຊຸນນີ ກຸ່ມອື່ນໆ ແມ່ນໄດ້ດຳເນີນການ
ໂຈມຕີທີ່ຄ້າຍຄືກັນໃນຄັ້ງທີ່ຜ່ານມາຕໍ່ສານເຈົ້ານິກາຍ ຊີໄອ ໃນ ຊີເຣຍ ແລະ ປະເທດ ອີ
ຣັກ ທີ່ຢູ່ໃກ້ຄຽງ, ລວມທັງການລະເບີດສອງຄັ້ງໃນເດືອນມິຖຸນາຜ່ານມາ ທີ່ໄດ້ເຮັດໃຫ້
12 ຄົນເສຍຊີວິດ ຢູ່ສານເຈົ້າແຫ່ງໜຶ່ງໃນເຂດນອກເມືອງຂອງນະຄອນຫຼວງ ດາມາສກັສ.

ບັນດາເຈົ້າໜ້າທີ່ ຊີເຣຍ ແລະ ຜູ້ຕິດຕາມຫຼາຍຄົນໄດ້ອ້າງລາຍງານທີ່ຂັດແຍ້ງກັນ ກ່ຽວ
ກັບ ສາເຫດຂອງການລະເບີດ. ໂທລະພາບຂອງລັດຖະບານກ່າວວ່າ ລະເບີດໄດ້ຖືກ
ວາງໄວ້ໃນສຸສານ Bab al-Saghir ຂອງນະຄອນຫຼວງ ຊີເຣຍ, ເຊິ່ງລວມມີ ສານເຈົ້າ
ແຫ່ງໜຶ່ງທີ່ຊາວ ຊີໄອ ເຄົາລົບບູຊາ ບຸກຄົນສຳຄັນໃນສາສະໜາຂອງພວກເຂົາເຈົ້າບາງ
ຄົນ. ແນວໃດກໍຕາມ, ກຸ່ມ Hezbollah ກໍໄດ້ກ່າວວ່າ ມືລະເບີດສະຫຼະຊີບໄດ້ຖືລະເບີດ
ເຂົ້າໄປໃນສານເຈົ້າ, ເຊິ່ງຖືກໝາຍໃຫ້ເປັນໜຶ່ງໃນເຈັດປະຕູເຂົ້າໄປສູ່ເມືອງເກົ່າຂອງ
ນະຄອນຫຼວງ ດາມາສກັສ.

ທຸກໆລາຍງານໄດ້ເຫັນດີກັນວ່າ ລະເບີດແຕກທັງສອງຄັ້ງ ໄດ້ເກີດຂຶ້ນ 10 ຫາ 15 ນາທີ
ຫ່າງກັນ, ເຊິ່ງໝາຍຄວາມວ່າ ຈຳນວນຜູ້ບາດເຈັບ ແລະ ເສຍຊີວິດໄດ້ມີຂຶ້ນເມື່ອຝູງຄົນ
ໄດ້ຮີບໄປຈຸດລະເບີດແຕກ ເພື່ອໃຫ້ການຊ່ວຍເຫຼືອ, ແລະ ລະເບີດລູກທີສອງກໍໄດ້ແຕກ
ຂຶ້ນ.

ໃນຂ່າວຄືບໜ້າຕ່າງຫາກໃນວັນເສົາວານນີ້, ປະທານາທິ ບໍດີ ຊີເຣຍ ທ່ານ Bashar al-
Assad ໄດ້ປະຕິຍານວ່າ ກອງທັບຂອງທ່ານຈະສືບຕໍ່ບຸກໂຈມຕີ ພວກລັດອິສລາມ ໄປ
ຈົນຮອດນະຄອນ ຫຼວງ Raqqa ທີ່ປະກາດຂຶ້ນມາເອງ ໂດຍພວກຫົວຮຸນແຮງ, ແມ່ນກະ
ທັ້ງທີ່ຄູ່ແຂ່ງ, ກອງກຳລັງຊາວ ເຄີດ ທີ່ໄດ້ຮັບການປະສານງານກັບ ສະຫະລັດ ໄດ້ກຽມ
ພ້ອມທີ່ຈະໂຈມຕີສຸດກຳລັງໃນເຂດທີ່ໝັ້ນຂອງພວກຫົວຮຸນແຮງແຫ່ງດຽວກັນ.

At least 46 people, most of them Iraqi pilgrims, were killed and more than 120 others wounded Saturday in the Syrian capital, in twin bombings thattargeted a religious shrine.

Images from the scene showed several wrecked tourist buses, with eyeglasses, shoes, cellphones and a mangled wheelchair scattered in the blood-stained wreckage.

There was no immediate claim of responsibility. However, Islamic State militants and other Sunni extremists have carried out similar attacks in the past against Shi'ite shrines in Syria and neighboring Iraq, including a double bombing last June that killed 12 people at a shrine in a Damascus suburb.

Syrian authorities and monitors cited conflicting reports about the cause of the blasts. State television said bombs had been planted in the Syrian capital's Bab al-Saghir cemetery, which includes a shrine where Shi'ites venerate some of the early figures of their faith. The Shi'ite militant group Hezbollah, however, said suicide bombers carried explosives to the shrine, which marks one of the seven gates to the Old City of Damascus.

All accounts agreed that the two explosions were detonated 10 to 15 minutes apart, which meant many casualties occurred when the crowds rushed to the blast scene to offer help, and the second bomb exploded.

In a separate development Saturday, Syrian President Bashar al-Assad vowed that his army will continue an offensive against Islamic State all the way to the extremists' de-facto capital, Raqqa, even as a rival, U.S.-coordinated Kurdish force prepares an all-out assault on the same extremist stronghold.

XS
SM
MD
LG