ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊີເຣຍ ຕຳໜິ ນາຍົກ ລມຕ ເທີກີ ທີ່ຂ້າມຊາຍແດນ ເຂົ້າໄປເຄົາລົບ ສຸສານປະຫວັດສາດ


ທະຫານເທີກີຢືນຍາມຢູ່ທາງເຂົ້າຫາສຸສານຂອງກະສັດ Suleyman ພໍ່ຕູ້ຂອງມື້ລາງ ຜູ້ກໍ່ຕັ້ງ ອານາຈັກ Ottoman ໃນບ້ານ Karakozak, ຊີເຣຍ, ວັນທີ 7 ເມສາ 2011.
ທະຫານເທີກີຢືນຍາມຢູ່ທາງເຂົ້າຫາສຸສານຂອງກະສັດ Suleyman ພໍ່ຕູ້ຂອງມື້ລາງ ຜູ້ກໍ່ຕັ້ງ ອານາຈັກ Ottoman ໃນບ້ານ Karakozak, ຊີເຣຍ, ວັນທີ 7 ເມສາ 2011.

ຊີ​ເຣຍກ່າວ​ວ່າ ​ນາຍົກລັດຖະມົນຕີເທີ​ກີ ທ່ານ Ahmet Davu-
toglu ໄດ້​ທຳ​ການ​ເຄື່ອນ​ໄຫວ ທີ່​ເປັນ “ການ​ຮຸກ​ຮາ​ນຢ່າງ​
ຈະ​ແຈ້ງ​ເປີດ​ແປນ”
​ ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍການ​ຂ້າມ
​ຊາຍ​ແດນ​ເຂົ້າ​ໄປ ​ຢ່າງ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຊີ​ເຣຍ ​ເພື່ອ​
ເຂົ້າ​ໄປ​ຢ້ຽມຢາມ​ສຸສານ​ປະຫວັດສາດ​ແຫ່ງ​ນຶ່ງ​ນັ້ນ.

ອົງການ​ຂ່າວ SANA ​ແຫ່ງ​ລັດ​ຊີ​ເຣຍ ກ່າວ​ວ່າ ທ່ານ Davutoglu ​
ໄດ້ “ລະ​ເມີດ​ຢ່າງ​ຮ້າຍແຮງ ຕໍ່​ກົດໝາຍ​ແລະ​ສົນທິສັນຍາສາກົນ
ຫຼາຍສະບັບ​”
​ເວລາ​ທ່ານ​ເດີນທາງ​ໄປ​ຍັງສຸສານຂອງກະສັດ Suleyman ພໍ່​ຕູ້​ຂອງ​ມື້​ລາງ​ຜູ້​ກໍ່​ຕັ້ງ​ອານາຈັກ Ottoman ຂຶ້ນ​ນັ້ນ. ສະຖານ​ທີ່​ແຫ່ງ​ນີ້ ຕັ້ງ​ຢູ່​ໃນ​ຂົງ​ເຂດAshma ຂອງ​ຊີ​ເຣຍ ປະມານ 250 ຫຼັກ​ກິ​ໂລ​ແມັດ ​ຫ່າງ​ຈາກ​ຊາຍ​ແດນເຂົ້າໄປ​.

ອົງການ​ຂ່າວ SANA ​ເອີ້ນ​ການ​ຢ້ຽມຢາມ​ດັ່ງກ່າວ​ວ່າ ເປັນ​ການສະ​ແດງ​ຢ່າງ​ໂລດ​ໂຜນ ເພື່ອ​
ສ້າງຂ່າວ ກ່ອນໜ້າ​ການ​ເລືອກ​ຕັ້ງຂອງ​ເທີ​ກີ ທີ່ຈະ​ມີ​ຂຶ້ນໃນ​ໄວ​ໆ​ນີ້.

ຊີ​ເຣຍ ​ໄດ້​ຈົ່ມ​ວ່າ​ມາ​ກ່ອນ​ແລ້ວ ໃນ​ເດືອນ​ກຸມພາ​ຜ່ານ​ມາ ​ເວລາ​ພວກ​ທະຫານ​ເທີ​ກີ ປະຕິບັດ
​ການ ​ເພື່ອຍົກຍ້າຍ​ຂຸມ​ຝັງ​ສົບດັ່ງກ່າວ ອອກ​ໄປ​ຈາກ​ເຂດ​ໜຶ່ງທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ມາ​ຕັ້ງ​ຢູ່​ໃນ​ສະຖານ​ທີ່​ໃນ​ປັດຈຸບັນ​ນີ້. ຂຸມ​ຝັງ​ສົບ​ດັ່ງກ່າວ​ໄດ້ຖືກ
​ຍົກຍ້າຍ​ມາ​ກ່ອນ​ແລ້ວ ​ໃນ​ຊຸມ​ປີ 1970 ຍ້ອນ​ໄພ​ນ້ຳ​ຖ້ວມ ​ເວລາມີ​ການສ້າງ​ເຂື່ອນ​ກັ້ນ​ແມ່​ນ້ຳ Euphrates ຂຶ້ນ​ນັ້ນ.

​ເທີ​ກີ ​ແລະ​ຊີ​ເຣຍ ​ໄດ້​ມີ​ສາຍ​ພົວພັນ​ທີ່​ເຄັ່ງ​ຕຶງ​ກັນ​ມາ ຕະຫຼອດ​ສົງຄາມ​ກາງ​ເມືອງເປັນ​ເວລາ
4 ປີ ຂອງ​ຊີ​ເຣຍນັ້ນ ຊຶ່ງ​ເທີ​ກີ​ໃຫ້ການ​ສະໜັບ ສະໜຸນແກ່​ພວກ​ກະບົດ ທີ່​ຄັດຄ້ານປະທານາ
ທິບໍດີ Bashar al-Assad. ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ ​ໄດ້​ກ່າວ​ຫາ​ເທີ​ກີ ວ່າ ​ໃຫ້ການ​ສະໜັບ
ສະໜຸນ “ພວກ​ກໍ່​ການ​ຮ້າຍ” ອັນ​ເປັນຄຳ​ສັບ​ທີ່​ພວກ​ເຂົາ​ເຈົ້າ​ໃຊ້ໝາຍ​ເຖິງ ​ພວກ​ນັກ​ຕໍ່ສູ້​ຕ້ານ​ລັດຖະບານ​ທັງ​ໝົດ​ນັ້ນ.

Turkey Syria
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG