ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ວ່າ ຫລາຍກວ່າ 7500 ຄົນ ເສຍຊີວິດ ໃນຊີເຣຍ (ເບິ່ງສະໄລດ໌ກັບວີດີໂອ)


ປະຊາຊົນຊີເຣຍ ກໍາລັງສົ່ງສະການທ້າວ Alaa Harbush, ໄວ 12 ປີ ທີ່ເສຍຊີວິດຈາກການປາບປາມຂອງ ກໍາລັງຮັກສາຄວາມປອດໄພຂອງຊີເຣຍໃນວັນອາທິດຜ່ານມານີ້ໃນກຸງດາມັສກັສ.
ວັນທີ 28 ກຸມພາ 2012.
ປະຊາຊົນຊີເຣຍ ກໍາລັງສົ່ງສະການທ້າວ Alaa Harbush, ໄວ 12 ປີ ທີ່ເສຍຊີວິດຈາກການປາບປາມຂອງ ກໍາລັງຮັກສາຄວາມປອດໄພຂອງຊີເຣຍໃນວັນອາທິດຜ່ານມານີ້ໃນກຸງດາມັສກັສ. ວັນທີ 28 ກຸມພາ 2012.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫະ​ປະຊາ​ຊາດ​ທ່ານ​ນຶ່ງ​ ກ່າວ​ວ່າ ການ​ປາບປາມ​ຢ່າງ​ນອງ​ເລືອດ ​ຂອງ​ປະທານາທິບໍດີ Bashar al-Assad ຕໍ່ການ​ລຸກຣື້ຂຶ້ນ​ ຂອງ​ພວກ​ຝ່າຍ​ຄ້ານ ​ຕໍ່ຕ້ານ​ລັດຖະບານ ​ໄດ້​ເຮັດ​ໃຫ້​ປະຊາ​ຊົນ​ເສຍ​ຊີວິດ​ໄປຫລາຍ​ກວ່າ 7500 ຄົນ​ແລ້ວ ຂະນະ​ທີ່​ພວກ​ນັກການ​ທູດ​ສືບ​ຕໍ່​ພະຍາຍາມ​ຊອກ​ຫາ​ຊ່ອງ​ທາງ​ ເພື່ອ​ຢຸດ​ວິ​ກິດ​ການ​ແລະ​ສົ່ງ​ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງກ່າວ.

ສປຊ ວ່າ ຫລາຍກວ່າ 7500 ຄົນ ເສຍຊີວິດ ໃນຊີເຣຍ (ເບິ່ງສະໄລດ໌ກັບວີດີໂອ)
ສປຊ ວ່າ ຫລາຍກວ່າ 7500 ຄົນ ເສຍຊີວິດ ໃນຊີເຣຍ (ເບິ່ງສະໄລດ໌ກັບວີດີໂອ)

ທ່ານ​ Lynn Pascoe ຫົວໜ້າ​ດ້ານ​ການ​ເມືອງ​ປະ​ຈໍາ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ມີ​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື​ໄດ້ຫລາຍ​ສະບັບ​ຈາກ​ຊີ​ເຣຍທີ່​ວ່າ ພວກ​ພົນລະ​ເຮືອນ​ຈໍານວນ​ຫລາຍ​ກວ່າ 100 ຄົນ​ຖືກ​ຂ້າ​ຕາຍ​ໃນ​ແຕ່​ລະ​ມື້ ຮວມທັງ​ພວກ​ແມ່ຍິງ​ແລະ​ເດັກນ້ອຍນຳ​ດ້ວຍ​.

ຝຣັ່ງກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ພວກ​ນັກ​ການ​ທູດ​ໄດ້​ເລີ້ມ​ຮ່າງຍັດຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສະບັບ​ນຶ່ງຮຽກຮ້ອງ​ໃຫ້​ຍຸດຕິ​ຄວາມ​ຮຸນ​ແຮງ​ໃນ​ທັນທີ​ໃນ​ຊີ​ເຣຍ ​ເພື່ອໃຫ້​ສາມາດ​ຈັດ​ສົ່ງການ​ຊ່ອຍ ເຫຼືອດ້ານ​ມະນຸດສະ​ທໍາໄປ​ຍັງ​ປະຊາ​ຄົມ​ຕ່າງໆ​ທີ່ຖືກ​ກໍາລັງ​ຂອງ​ລັດຖະບານ​ທໍາ​ການ​ໂຈມ​ຕີ​ມາ​ໄດ້​ຫລາຍ​ສັບປະດາ​ແລ້ວ​ນັ້ນ.

ຈິນກໍ​ໄດ້​ອອກ​ຄໍາ​ຮຽກຮ້ອງ​ໃຫ້​ມີ​ການ​ຕອບ​ສະໜອງ​ຕໍ່​ການ​ຊ່ອຍເຫຼືອ​ໃນ​ດ້ານ​ມະນຸດສະ​ທໍາ​ ​ແລະ​ໃຫ້​ຢຸດ​ການ​ສູ້​ລົບ​ເຊ່ນ​ກັນ.

ຣັດ​ເຊຍ​ແລະ​ຈີນ​ໄດ້​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ຮ່າງ​ຍັດຕິ​ສະພາ​ຄວາມ​ໝັ້ນຄົງທີ່​ໄດ້​ຮັບ​ການ​ສະໜັບ
ສະໜຸນຈາກ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ສັນນິບາດ​ຊາດອາຣັບ ມາ​ສອງ​ເທື່ອ​ແລ້ວທີ່​ຈະ​ປະນາມ​
ການ​ປາບ​ປາມ​ຢ່າງ​ນອງ​ເລືອດຂອງ​ລັດ ຖະບານ​ຊີ​ເຣຍນັ້ນ. ບັນດາ​ນັກ​ການ​ທູດ​ກ່າວ​ວ່າ
ພວກ​ປະ​ເທດ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ຄູ່​ພາຄີ​ປະ​ເທດ​ອາຣັບຫວັງ​ວ່າ ການ​
ເພ່ງ​ເລັງ​ຂອງ​ຮ່າງ​ຍັດຕິ​ສະບັບ​ໃໝ່​ກ່ຽວ​ກັບ​ສະຖານະ​ການ​ດ້ານ​ມະນຸດ​ສະ​ທໍາ​ຂອງ​ຊີ​ເຣຍ
ຈະ​ເຮັດ​ໃຫ້​ຍາກ​ຂຶ້ນ​ສໍາລັບ​ກຸງ​ມົສກູ​ແລະ​ກຸງ​ປັກກິ່ງ​ທີ່​ຈະ​ໃຊ້​ສິດ​ຍັບ​ຍັ້ງ​ເປັນ​ຄັ້ງ​ທີ​ສາມ​ນັ້ນ.

XS
SM
MD
LG